spot_img
Home​ຂ່າວບັນເທິງຝຶກແອບນາງສາວ ແລະ ຊ້ອມຍ່າງເພື່ອເຂົ້າໃນງານປະກວດສັງຂານປະຈໍາປີ 2017

ຝຶກແອບນາງສາວ ແລະ ຊ້ອມຍ່າງເພື່ອເຂົ້າໃນງານປະກວດສັງຂານປະຈໍາປີ 2017

Published on

ວັນທີ 3 ເມສາ 2017 ທີ່ສະໂມສອນບ້ານຄອຍເມືອງຫຼວງພະບາງ ໄດ້ຈັດພິທີຝຶກແອບນາງສາວ ແລະ ຊ້ອມຍ່າງເພື່ອເຂົ້າໃນງານປະກວດສັງຂານປະຈໍາປີ 2017 ໂດຍການເປັນປະທານຂອງທ່ານ ນາງ ອິນທະວອນ ພົມມະຈັນ ຮອງເຈົ້າເມືອງຫຼວງພະບາງ,ຜູ້ຊີ້ນໍາວຽກງານວັດຖະນະທໍາ-ສັງຄົມ,ທັງເປັນປະທານຮັບຜິດຊອບກອງປະກວດນາງສັງຂານປະຈໍາປີ 2017,ມີສະຫະພັນຍິງເມືອງຫຼວງພະບາງ,ຜູ້ຮັບຜິດຊອບກອງປະກວດດບັນດາຜູ້ປົກຄອງນາງສາວເຂົ້າປະກວດ ພ້ອມດ້ວຍນາງສາວເຂົ້າປະກວດທັງໝົດ 30 ນ້ອງ ແລະ ນ້ອງນາຍແບບ ຫຼື ສະມາດບອຍ ເຂົ້າຮ່ວມ.

ທ່ານ ນາງ ອິນທະວອນ ພົມມະຈັນ ຮອງເຈົ້າເມືອງຫຼວງພະບາງ,ຜູ້ຊີ້ນໍາວຽກງານວັດຖະນະທໍາ-ສັງຄົມ, ທັງເປັນປະ ທານຮັບຜິດຊອບກອງປະກວດນາງສັງຂານປະຈໍາປີ 2017 ໄດ້ໃຫ້ສໍາພາດວ່າ: ຜ່ານການຄັດເລືອກ ແລະ ຝຶກແອບມານີ້ໄດ້ 6 ວັນ,ທາງຄະນະຮັບຜິດຊອບກອງປະກວດໄດ້ຄັດເລືອກເອົານ້ອງນາງສາວ ທີ່ມາຈາກສະຖາບັນການສຶກສາ ແລະ ພາກສ່ວນຕ່າງໆ ອ້ອມເທດສະບານເມືອງຫຼວງພະບາງ ເຊິ່ງມີຜູ້ເຂົ້າມາຄັດເລືອກທັງໝົດ 70 ກວ່ານ້ອງ,ໃນນັ້ນກອງປະກວດໄດ້ຄັດເລືອກເອົາ 30 ນ້ອງ,ເປັນຜູ້ທີ່ມີມາດຖານ,ມີຄວາມງາມ,ມີຄວາມພ້ອມ ແລະ ໃນບັນດາ 30 ນ້ອງນີ້ຈະໄດ້ເປັນຕົວແທນໃຫ້ແກ່ເອື້ອຍນ້ອງແມ່ຍິງໃນທົ່ວເມືອງຫຼວງພະບາງ ເຂົ້າມາຄັດ ເພື່ອຝຶກຊ້ອມ ຂື້ນປະກວດເອົານາງສັງຂານປະຈໍາປີ 2017 ໃນ 2 ຄໍ່າຄືນ ຄື: ວັນທີ່ 11 – 12 ເມສາ ນີ້.ສະນັ້ນ ເພື່ອເຮັດໃຫ້ຈໍານວນ 30 ນ້ອງທີ່ເຂົ້າມາຝຶກຊ້ອມນີ້ໃຫ້ມີຄວາມພ້ອມ,ມີມາດຖານເງື່ອນໄຂທຸກໆນ້ອງ ແລະ ມີຄວາມພາກພູມໃຈທີ່ເປັນຕົວແທນໃຫ້ແກ່ເອື້ອຍນ້ອງແມ່ຍິງໃນທົ່ວເມືອງຫຼວງພະບາງ ໃນນີ້ໄດ້ຝຶກແອບການຟ້ອນລໍາວົງລາວ,ມາລະຍາດໃນການປາກເວົ້າຫຼື ມາລະຍາດໃນການຍ່າງ,ການວາງທ່າ,ການວາງມື ລວມໄປເຖິງກິລິຍາມາລະຍາດຄະນົບທໍານຽມຕາມແບບຊາວຫຼວງພະບາງ..ທ່ານ ຍັງໃຫ້ຮູ້ຕື່ມວ່າ: ກິດຈະກໍາໃນການປະກວດຄືນທີ່ 1 ແມ່ນຈະໄດ້ໃຫ້ທັງໝົດ 30 ນ້ອງ ນຸ່ງເຄື່ອງໃນຊຸດສີ້ນໄໝ-ເສື້ອໄໝ,ຊຸດອອກງານເດີນໂຊເທິງເວທີ 3 ຮອບ, ເພື່ອກໍາມະການຈະໄດ້ໃຫ້ຄະ ແນນ,ຫຼັງຈາກນັ້ນຈະມີການສະແດງສິລະປະຂອງພາກສ່ວນຕ່າງໆທີ່ໄດ້ກະກຽມ ແລະ ພິເສດປີນີ້ໃນຄືນທີ່ 1 ນີ້ ນາງສາວ 30 ນ້ອງຈະໄດ້ນຸ່ງຊຸດຊົນເຜົ່າທີ່ເປັນເອກະລັກສະເພາະໃນແຂວງຫຼວງພະບາງຮ່ວມເດີນໂຊກັບຊາຍແບບ ໃຫ້ມວນຊົນໄດ້ຊົມ.ສ່ວນໃນຄືນທີ່ 2 ເປັນຄືນສຸດທ້າຍຂອງການປະກວດ 30 ນາງສາວຈະໄດ້ ໃສ່ ຊຸດສາລະບັບຄືກັນໝົດ ຂື້ນເດີນໂຊເພື່ອໃຫ້ກໍາມະການໃຫ້ຄະແນນ,ຫຼັງຈາກນັ້ນຈະມີຊາຍແບບຈໍານວນ 10 ນ້ອງ ມາຟ້ອນລໍາວົງຮ່ວມກັບຜູ້ເຂົ້າປະກວດນາງສັງຂານ,ທ່ານ ຍັງໄດ້ເຊີນຊວນພໍ່ແມ່ປະຊາຊົນ,ມວນຊົນທັງຫຼາຍ ເຂົ້າມາຮ່ວມຊົມຮ່ວມເຊຍໃນງານປະກວດນາງສັງຂານປະຈໍາປີ 2017 ໃຫ້ມີບັນຍາກາດຟົດຟື້ນມ່ວນຊື້ນ ພ້ອມທັງຊ່ວຍໂວດໃຫ້ກໍາລັງໃຈແກ່ນ້ອງນາງສາວທັງໝົດ 30 ນ້ອງ ຢູທີ່ ເດີ່ນທາດຫຼວງ ເມືອງຫຼວງພະບາງ ໃນຄໍ່າຄືນວັນທີ່ 11-12 ເມສາ 2017ນີ້.

ຂ່າວຈາກ: ເພັດສາຄອນ ສິມມະວົງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...