Homeສຸຂະພາບ ແລະ ສີ່ງແວດລ້ອມສານສະກັດຈາກໃບໝາກຫຸ່ງ ສາມາດປິ່ນປົວພະຍາດມະເຮັງລຳໄສ້ໃຫຍ່ໄດ້

ສານສະກັດຈາກໃບໝາກຫຸ່ງ ສາມາດປິ່ນປົວພະຍາດມະເຮັງລຳໄສ້ໃຫຍ່ໄດ້

Published on

ແມ່ຍິງອາຍຸ 62 ປີ ລາວເປັນພະຍາດມະເຮັງລຳໄສ້ໃຫຍ່ ບໍ່ສາມາດເຂົ້າຮັບການຜ່າຕັດໄດ້ ເນື່ອງຈາກວ່າສະພາບຫົວໃຈບໍ່ອຳນວຍຄວາມສະດວກ ທາງທີມແພດໝໍ ຈຶ່ງແນະນຳໃຫ້ດື່ມສານສະກັດໃບໝາກຫຸ່ງຊະນິດເຂັ້ມຂຸ້ນ

ຫຼັງຈາກນັ້ນ ລາວກໍໄດ້ເຮັດຕາມທີ່ແພດແນະນຳ ຜ່ານໄປ 5-6 ວັນ ອາການເຈັບປ່ວຍກໍຫຼຸດລົງ, 3 ເດືອນຕໍ່ມາ ອາການທ້ອງອືດ ແລະປວດຮາກ ຂອງລາວກໍຫຼຸດລົງ ແລະເມື່ອດື່ມຄົບ 1 ປີ ເນື້ອງອກນັ້ນກໍໍເກືອບບໍ່ເຫຼືອຮ່ອງຮອຍໃຫ້ກວດພົບອີກເລີຍ

ສຳລັບການເຮັດໃບໝາກຫຸ່ງສະກັດນັ້ນ ກໍບໍ່ໄດ້ຫຍຸ້ງຍາກ ພຽງແຕ່ຄັດເອົາໃບໝາກຫຸ່ງ ທີ່ມີຂະໜາດປານກາງບໍ່ອ່ອນ ແລະແກ່ເກີນໄປ ປະມານ 7 ໃບ ເອົາມາລ້າງໃຫ້ສະອາດ ແລ້ວເອົາໄປຕາກພໍໝາດໆ ແລ້ວເອົາມາຊອຍເປັນຕ່ອນ

ຈາກນັ້ນເອົາໄປໃສ່ໃນໝໍ້ ແລ້ວຕື່ມນໍ້າໃສ່ລົງໄປປະມານ 2​ ລິດ ແລ້ວຕົ້ມໃຫ້ຟົດ ໂດຍການໃຊ້ໄຟອ່ອນໆ ແຕ່ບໍ່ຕ້ອງປິດຝາ ຕົ້ມຈົນນໍ້າໃນໝໍ້ເຫຼືອພຽງເຄິ່ງດຽວ ຄ່ອຍປົງໝໍ້ລົງປະໄວ້ໃຫ້ນໍ້າເຢັນ ແລ້ວເອົາມາຕອງເອົາແຕ່ນໍ້າໃສ່ຕຸກປິດຝາໃຫ້ແໜ້ນ ເກັບໄວ້ໃນຕູ້ເຢັນໄດ້ດົນ 3-4 ວັນ ຫາກສີເລີ່ມຂຸ່ນຂຸ້ນ ສະແດງວ່າໃຊ້ການບໍ່ໄດ້ແລ້ວຕ້ອງໄດ້ເຮັດໃໝ່, ສຳລັບການກິນແຕ່ລະຄັ້ງນັ້ນ ຄວນກິນວັນລະ 3 ບ່ວງແກງ ວັນລະ 3 ຄັ້ງ ຈະດື່ມແຕ່ນໍ້າສະກັດນັ້ນເລີຍກໍໄດ້ ຫຼືປະສົມກັບນໍ້າໝາກໄມ້ທີ່ເຮົາມັກກິນກໍໄດ້

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...