spot_img
Homeຂ່າວພາຍ​ໃນລີນາຈັງ ບຸກສະຖານທູດລາວ ໃຊ້ວາຈາຫຍາບຄາຍຮ້າຍດ່າ

ລີນາຈັງ ບຸກສະຖານທູດລາວ ໃຊ້ວາຈາຫຍາບຄາຍຮ້າຍດ່າ

Published on

ຕາມຂ່າວຈາກປະເທດໄທ ວັນທີ 4 ເມສາ 2017 ມື້ວານນີ້ ນາງ ລີນາ ຈັງຈັນຈາ ຫຼື ລີນ່າຈັງ ໄດ້ເດິນທາງໄປທີ່ສະຖານເອກອັກຄະລັດຖະທູດລາວ ປະຈຳນະຄອນຫຼວງບາງກອກ ປະເທດໄທ ເພື່ອຍື່ນຫນັງສືຕໍ່ເອກອັກຄະລັດຖະທູດລາວປະຈຳປະເທດໄທ ຮຽກຮ້ອງໃຫ້ທາງການລາວສົ່ງໂຕ ໂກຕີ ຫຼື ທ້າວ ວຸດທິພົງ ກະຊະທຳມະຄຸນ ອະດີດແກນນຳຄົນເສື້ອແດງ ກັບປະເທດໄທເພື່ອດຳເນີນຄະດີຕາມກົດໝາຍ ແຕ່ປາກົດວ່ານາງລີນ່າຈັງບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສະຖານທູດ ໂດຍລີນ່າຈັງໄດ້ຢືນດ່າລັດຖະບານລາວຢູ່ຕໍ່ຫນ້າສະຖານທູດດ້ວຍຖ້ອຍຄຳຫຍາບຄາຍ ພ້ອມທັງຮຽກຮ້ອງໃຫ້ເລຂານຸການອອກມາຮັບໜັງສື ແຕ່ບໍ່ເປັນຜົນ ສຸດທ້າຍເຈົ້າໜ້າທີ່ສະຖານທູດໄດ້ໃຫ້ລີນ່າຈັງເຂົ້າຍື່ນໜັງສືໄດ້ທີ່ປ່ອງຮັບເອກະສານເລື່ອງຈຶ່ງຈົບລົງ.

ໃນຂະນະທີ່ເລື່ອງ ໂກຕີ ທີ່ຝ່າຍໄທສົງໄສວ່າກຳລັງລີ້ໄພຢູ່ໃນປະເທດລາວນັ້ນ, ທາງການລາວຍັງບໍ່ໄດ້ມີປະຕິກິລິຍາໃດໆ ເປີດເຜີຍສູ່ສັງຄົມວ່າ ໂກຕີ ລີ້ຢູ່ໃນປະເທດລາວຕາມທີ່ຝ່າຍໄທສົງໄສຫຼືບໍ່. ແນວໃດກໍຕາມ, ບັນຫາດັ່ງກ່າວນັ້ນຄາດວ່າທາງການລາວກັບໄທໄດ້ໂອ້ລົມກັນຢູ່ແລ້ວ ແລະປະຊາຊົນພຽງຄົນ 2 ຄົນ ຄົງບໍ່ສາມາດແກ້ໄຂໄດ້ ຄົງຕ້ອງປະໄວ້ໃຫ້ເປັນໜ້າທີ່ຂອງທາງການລະຫວ່າງສອງປະເທດແກ້ໄຂ.


ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...