ຕອນທີ 18
ອາລີ້ໄດ້ວຽກເຮັດເປັນພະນັກງານຊ່ວຍແມ່ຄົວທີ່ຮ້ານອາຫານຂອງຜົວນູ່ນີ່ ເຊິ່ງອາທິດທຳອິດເອກຮັບຜິດ ຊອບໜ້າທີ່ໄປຮັນ-ໄປສົ່ງ ແຕ່ຕໍ່ມາອາລີ້ຮູ້ສຶກເກງໃຈ ເລີຍໄປຖອນເງິນທີ່ສະສົມໄວ້ໃນບັນຊີທະນາຄານ ປະມານ 2,500,000 ກີບ ອອກມາຊື້ລົດຈັກມືສອງຂັບໄປເຮັດວຽກດ້ວຍຕົວເອງ ເພາະເຈົ້າຕົວຮູ້ສຶກເກງໃຈທີ່ຕ້ອງລົບກວນເອກຢູ່ຕະຫຼອດ ເບື້ອງຕົ້ນເອກກໍ່ບໍ່ພໍໃຈກັບການທີ່ອາລີ້ຕັດສິນໃຈເຮັດແບບນີ້ ແຕ່ຫຼາຍວັນຕໍ່ມາເອກກໍ່ພໍເຂົ້າໃຈເຫດຜົນທີ່ອາລີ້ເຮັດລົງໄປ.
ທີ່ບໍລິສັດ ເອກໄດ້ຖືກແຕ່ງຕັ້ງເປັນຮອງປະທານບໍລິສັດຄົນທີ 3 ມີສິດຈັດການບໍລິຫານວຽກງານໃນບາງສ່ວນ ລວມເຖິງພາກຂອງການຕະຫຼາດ ໄລຍະເລີ່ມຕົ້ນຂອງການປັບປຸງບໍລິສັດໃໝ່ໆວຽກກໍ່ຄ່ອນຂ້າງຫຼາຍ ເພາະມີແຜນຕ້ອງຂະຫຍາຍຖານລູກຄ້າໃຫ້ຫຼາຍ ເອກໄດ້ເຮັດແນຕິດຕໍ່ເຂົ້າໄປແຕ່ລະກະຊວງ ແຕ່ລະທະ ນາຄານ, ອົງກອນສາກົນ, ໂຮງແຮມ ແລະ ບໍລິສັດໃຫຍ່ໆ ເພື່ອເຂົ້າຮ່ວມແຂ່ງຂັນການສຳປະທານສະໜອງແພສິ້ນ, ແພເສື້ອ, ຕີນສິ້ນ, ຜ້າປູໂຕະ, ຜ້າແຂວນຝາ, ສົບໝອນ, ຖົງພາຍກອງປະຊຸມ ແລະ ອື່ນໆຫຼາຍຜະລິດຕະພັນໃຫ້ລູກຄ້າສາມາດເລືອກໄດ້ ເຊິ່ງເປັນຜະລິດຕະພັນທີ່ທາງບໍລິສັດສາມາດຜະລິດໄດ້ດີ ເຊິ່ງຫຼາຍກວ່າ 30 ແຫ່ງທີ່ຢື່ນສົ່ງເຂົ້າໄປ ແນ່ນອນວ່າບາງບ່ອນກໍ່ສຳເລັດບາງບ່ອນກໍ່ຕ້ອງຜິດຫວັງ ເພາະມັນແມ່ນເລື່ອງທຳມະດາຂອງການເຮັດທຸລະກິດ ຄູ່ແຂ່ງແຕ່ລະພາກສ່ວນກໍ່ຍ່ອມມຈຸດແຂງຂອງໃຜມັນ ແຕ່ກໍ່ຖືວ່າໜ້າພໍໃຈຢູ່ຢື່ນສະເໜີໄປ 30 ພາກສ່ວນໄດ້ຮັບການສັ່ງໂອເດີມາ 15 ພາກສ່ວນ ນີ້ກໍ່ຖືວ່າເປັນຕົວເລກສູງແລ້ວ ເພາະຢ່າງໜ້ອຍກໍ່ມີວຽກໃຫ້ພະນັກງານເຮັດບໍ່ຂາດໃນແຕ່ລະເດືອນ ມີຕົ້ນທາງລາຍຮັບທີ່ແນ່ນອນ ແຜນເບື້ອງຕົ້ນໃນການພັດທະນາວຽກງານການຕະຫຼາດເອກໄດ້ມີການເວັບໄຊ໌ຂອງບໍລິສັດຂຶ້ນ, ອອກແບບແຜ່ນພັບ, ສ້າງປື້ມແຄັດຕາລັອກສິນຄ້າຂຶ້ນມາໃໝ່, ມີການໂຄສະນາຂອງບໍລິສັດຂຶ້ນ ແລະ ຍັງເບິ່ງເລື່ອງການໃສ່ລະຫັດສິນຄ້າໃຫຖືກຕ້ອງແລະ ເພາະສົມກັບສິນຄ້ານັ້ນໆ ພ້ອມຊ່ວຍຝ່າຍອອກແບບ ແລະ ຝ່າຍຂາຍ ເພື່ອສ້າງຜະລິດຕພັນໃໝ່ ແລະ ຈັດໂປຣໂມຊັ່ນໃນການຂາຍອີກດ້ວຍ.
ເລື່ອງວຽກນີ້ລົງຕົວດີບໍ່ມີບັນຫາ ແຕ່ເລື່ອງຄວາມຮັກນີ້ຊ່າງຫຍຸ້ງຍາກລຳບາກໃຫຍ່ທີ່ສຸດ ຄົນທີ່ຮັກກັບບໍ່ໄດ້ແຕ່ງຄົນທີ່ບໍຮັກພັດຈະໄດ້ແຕ່ງງານນຳ ວັນໜຶ່ງກ່ອນເລີກວຽກໜຶ່ງຊົ່ວໂມງ “ຢຸ້ຍ” ຄູ່ໝັ້ນໄດ້ມາຫາທີ່ບໍລິສັດ ເພື່ອມາຊວນເອກໄປເລືອກເບິ່ງຊຸດແຕ່ງງານ ກັບບັດເຊີນງານດອງ ເພາະເວລາຢັບຈໍ້ມໍ່ເຂົ້າມາແລ້ວ ເຫຼືອອີກພຽງເດືອນປາຍເທົ່ານັ້ນ ກຳນົດງານວັນແຕ່ງງານແມ່ນວັນທີ 28 ພຶດສະພາ 2016 “ຢຸ້ຍ” ຮ້ອນຮົນກະວົນກະວາຍຢ້ານຕັດຊຸດບໍ່ແລ້່ວທັນເພາະປານນີ້ຊຸດກໍ່ຍັງບໍ່ທັນເລືອກຍັງບໍ່ຮູ້ເລີຍວ່າຈະນຸ່ງຊຸດສີໃດດີໃນວັນງານ ຕອນມັດແຂນຈະສີໃດດີ ຈິ່ງໄດ້ມາຊວນເອກຄູ່ໝັ້ນໄປເລືອກນຳກັນ ແຕ່ເອກເສີຍຊາບໍ່ສົນໃຈເລື່ອງຊຸດເລື່ອງບັດ ແລະ ເລື່ອງໃດໆທັງນັ້ນ ຖ້າບໍ່ເພາະແມ່ບັງຄັບກໍ່ຄົງບໍ່ໄປເລືອກຊຸດແຕ່ງງານກັບຢຸ້ຍເດັດຂາດ.
ທີ່ຮ້ານ ຢຸ້ຍຍ່າງເບິ່ງຊຸດນັ້ນຊຸດນີ້ ດ້ວຍຄວາມອອນຊອນໃຈດີໃຈຕາມພາສາຄົນຈະໄດ້ເປັນເຈົ້າສາວ ລອງໃສ່ຊຸດເຈົ້າສາວສາກົນຊຸດນັ້ນຊຸດນີ້ອອກມາໃຫ້ເອກເບິ່ງນຳເພື່ອເອກຈະຊ່ວຍເຫຼືອ ແຕ່ເອກຮອດບໍ່ຫຼຽວເບິ່ງ ເຖິງເບິ່ງກໍ່ເບິ່ງແບບຜ່ານໆ ຢຸ້ຍຖາມສິ່ງໃດໄປກໍ່ນັ່ງໜ້ານິ້ງບໍ່ມີຄຳຕອບໃດໆ ເພາະຄົນທີ່ລອງຊຸດເຈົ້າສາວນັ້ນບໍ່ແມ່ນຍິງທີ່ຕົນຕ້ອງການຢາກແຕ່ງງານນຳ ຢຸ້ຍບອກໃຫ້ເອກໄປລອງນຸ່ງຊຸດເຈົ້າບ່າວແຕ່ເອກກໍ່ບໍ່ຍອມລອງ ແລະ ບອກກັບຢຸ້ຍວ່າມື້ນັ້ນມີຄົນເອົາຊຸດຫຍັງມາໃຫ້ນຸ່ງກໍ່ຈະນຸ່ງ, ຢຸ້ຍຮູ້ສຶກຫງຸດງິດເພາະຄວາມນ້ອຍໃຈໃຫ້ຄູ່ໝັ້ນ ຈິ່ງໝາຍກິນແໜງແຄງໃຈໄວ້ເລື່ອງໜຶ່ງ ຈົບຈາກຊຸດແຕ່ງງານມາທີ່ເລືອກບັດເຊີນ ຢຸ້ຍພະ ຍາຍາມເລືອກແບບນັ້ນແບບນີ້ໃຫ້ເອກເບິ່ງຊ່ວຍແລ້ວຖາມວ່າ “ແບບນີ້ງາມບໍ່” ເອກກໍ່ຕອນສັ້ນໆກັບມາວ່າ “ແລ້ວແຕ່ເຈົ້າ” ຄວາມຄຽດທະວີຂຶ້ນເລື່ອງຊຸດກໍ່ໜຶ່ງເລື່ອງແລ້ວ ມາເລື່ອງນີ້ອີກ ຈາກທີ່ເລືອກແບບບັດຢູ່ດີໆຢຸ້ຍກໍ່ເລີ່ມຢຸດເລືອກ ແລ້ວຈົກໂທລະສັບຈາກກະເປົາອອກມາກົດໂທໄປຫາຕຸກຕາເພື່ອນສະໜິດໃຫ້ຂັບລົດມາຮັບຕົນທີ່ຮ້ານ, ເອກຮູ້ວ່າຢຸ້ຍບໍ່ພໍໃຈໃຫ້ຕົນເອງ ແຕ່ກໍ່ເຮັດບໍ່ສົນໃຈ ເພາະຕົນເອງກໍ່ບໍ່ຢາກແຕ່ງງານກັບຄົນນີ້ຢູ່ແລ້ວ ເອກຄິດວ່າຫາກຕົນເຮັດເຖິງຂັ້ນນີ້ແລ້ວ ຢຸ້ຍຍັງຢືນຢັນທີ່ຈະແຕ່ງງານກັບຕົນເອງອີກນັ້ນກໍ່ຖືວ່າສົມຄວນແລ້ວທີ່ຈະໄດ້ຮັບຄວາມເຈັບປວດໃຈແບບນີ້.
ເມື່ອບໍ່ໄດ້ເລືອກບັດ, ບໍ່ໄດ້ເລືອກດອກໄມ້ ແລະ ຂອງອື່ນໆ ເອກກໍ່ລຸກຂຶ້ນຈາກຕັ່ງນັ່ງ ກ່ອນຈະຍ່າງອອກຈາກຮ້ານຍັງດີທີ່ເອີ່ຍຖາມຢຸ້ຍໄປຕາມມາລະຍາດສັງຄົມໄປສັ້ນໆວ່າ
ເອກ: ຈະກັບພ້ອມກັນບໍ່
ຢຸ້ຍໜ້າບູດບຶ້ງເວົ້າອອກໄປດ້ວຍນ້ຳສຽງປະຊົດ: ບໍ່! ໃຫ້ຕຸກຕາມາຮັບແລ້ວ
ເອກບໍ່ລໍຊ້າຍຢູ້ປະຕູຮ້ານອອກໄປທັນທີ! ຢຸ້ຍແທບຈະກີ໊ດຄາຮ້ານແຕ່ກໍ່ເກັບກົດອາລົມເອົາໄວ້ ຢຸ້ຍນັ່ງໜ້າແດງຫູແດງ ມິດງຽບຢູ່ໃນຮ້ານຫຼັງຈາກເອກອອກໄປປະມານ 10 ນາທີ ຕຸກຕາກໍ່ມາຮັບທີ່ຮ້ານ ພໍຂຶ້ນລົດຢຸ້ຍໄດ້ເອີຍຕໍ່ວ່າຕຸກຕາວ່າມາຊ້າເຮັດໃຫ້ຕົວເອງຕ້ອງລໍຖ້າດົນ ເຊິ່ງມັນໄດ້ເຮັດໃຫ້ຕຸກຕາບໍ່ພໍໃຈໃຫ້ຢຸ້ຍເລັກນ້ອຍ ເພາະອຸສ່າຕັ້ງໃຈຂັບລົດມາຮັບຂອບໃຈຄຳໜຶ່ງຍັງບໍ່ມີຍັງຖືກຕໍ່ວ່າອີກ.
ຫຼັງຈາກຢຸ້ຍກັບຕຸກຕາອອກຈາກຮ້ານ ພະນັກງານໃນຮ້ານພາກັນເບິ່ງຊຸບຊິບຊາວບ້ານວິພາກວິຈານຄູ່ຢຸ້ຍກັບເອກ ຢ່າງມ່ວນປາກ ພວກເຂົາພາກັນວິເຄາະເລື່ອງຕັ້ງແຕ່ຕະຫຼາດເຊົ້າຍາວໄປຮອດຕະຫຼາດສີໄຄ.
ຢຸ້ຍ ຫຼັງອອກຈາກຮ້ານກໍ່ຊວນຕຸກຕາໄປຫາດື່ມແກ້ເຊັງ ທັງສອງໄດ້ໄປນັ່ງດື່ມເຫຼົ້າແຖວໆນ້ຳພຸ ເຖິງບັນຍາກາດຈະດີ ເພງຈະມ່ວນ, ອາຫານຈະແຊບພຽງໃດ ແຕ່ກໍ່ບໍ່ເຮັດໃກ້ຢຸ້ຍໃຈຊື່ນຂຶ້ນມາໄດ້ ເຫຼົ້າທີ່ວ່າຂົມຟາດຄໍແລ້ວຍັງບໍ່ເທົ່າກັບການກະທຳທີ່ເອກເຮັດກັບຕົນເອງໃນວັນນີ້ ຕຸກຕາເຫັນເພື່ອນດື່ມເຫຼົ້າຫຼາຍກວ່າທຸກຄັ້ງ ຈິ່ງຄອຍເຕື່ອນສະຕິ ແລະ ນັ່ງຢູ່ຂ້າງໆລະວັງບໍ່ໃຫ້ໃຜເຂົ້າມາຫຍຸ້ງກັບນາງເວລາເມົາ ເພາະນາງຈະອາລະວາດ ຢຸ້ຍໄດ້ແນ່ນັ່ງມິດງຽບດື່ມຢ່າງດຽວບໍ່ເວົ້າບໍ່ຈາບໍ່ລະບາຍຄວາມທຸກໃຫ້ເພື່ອຟັງ ເພາະເລື່ອງນີ້ມັນເປັນເລື່ອງທີ່ແສນອັບອາຍເສຍກຽດເສຍສັກສີທີ່ສຸດ.
ເອກກໍ່ທຸກໃຈບໍ່ໜ້ອຍ ຕອນນີ້ເປັນເວລາ 22:15 ໂມງແລ້ວ ເອກໄດ້ມານອນຫຼິ້ນຖ້າອາລີ້ຢູ່ໃນຫ້ອງຄົນດຽວ ງຽບໆ ໃນໃຈນຶກຄິດຫຼາຍສິ່ງຫຼາຍຢ່າງຈະບອກຄວາມຈິງໃຫ້ອາລີ້ຮູ້ກໍ່ບໍ່ໄດ້ ເພາະໃຈບໍ່ກ້າທີ່ຈະເອີ່ຍ ເອົາເປັນວ່າຄືນນີ້ຈະລອງຖາມທາງອາລີ້ເບິ່ງກ່ອນ ນອກພັກໄປຕໍ່ອີກ 15 ນາທີ ອາລີ້ກໍ່ມາຮອດຫ້ອງຫຼັງຈາກໄຂປະຕູກຫ້ອງເຂົ້າມາກໍ່ແປກໃຈເລັກນ້ອຍເພາະເຫັນໄຟເປີດຢູ່ ຄ່ອຍໆຍ່າງຍ້ອງໆເຂົ້າມາແລ້ວຍ່າງໄປສ່ອງເບິ່ງທີ່ຫ້ອງນອນກໍ່ເຫັນເອກນອນເອນກາຍທີ່ຫ້ອງ ອາລີ້ຍິ້ມມຸມປາກເລັກນ້ອຍກ່ອນຈະຍ່າງເຂົ້າໄປເອນກາຍນອນລົງຂ້າງໆເອກທີ່ຕຽງ ທັງສອງຫັນໜ້າມາເບິ່ງກັນ ເອກມີແວວຕາເສົ້າ ຈົນເຮັດໃຫ້ອາລີ້ແປກໃຈໄປພັກໜຶ່ງກ່ອນເອີ່ຍຖາມດ້ວຍຄວາມເປັນຫ່ວງວ່າ
ອາລີ້: “ອ້າຍເອກ! ເມື່ອຍຫຼາຍຫວາເບິ່ງສີໜ້າແວວຕາຄືເມື່ອຍແທ້”
ເອກໄດ້ຟ້າຫັນຕົວໄປກອດຊົບອາລີ້ໄວ້ກ່ອນເອີ່ຍອອກໄປດ້ວນ້ຳສຽງເບົາໆວ່າ “ທີ່ສຸດ! ຂໍນອນກອດແບບນີ້ຈັກບຶດໜຶ່ງເດີ້ ຢ່າຟ້າວລຸກ”
ອາລີ້: “ມັນຄົງບໍ່ດີດອກ ເພາະຂ້ອຍຫາກໍ່ມາແຕ່ວຽກບໍ່ຈັກກິ່ນເຫືອ! ກິນອາຫານ ດຽວເໝັ້ນຕິດເສື້ອ ຕິດບ່ອນນອນໝົດ! ຕອນນີ້ຂ້ອຍຮູ້ສຶກໜຽວຕົວຢາກອາບນ້ຳທີ່ສຸດ! ຂໍໄປອາບນ້ຳກ່ອນແລ້ວເຮົາຈິ່ງຄ່ອຍມາລົມມກັນ”
ເອກ: ”ເຄ” ຄ່ອຍພິກຕົວອອກຈາກອາລີ້
ຜ່ານໄປ 20 ນາທີ ອາລີ້ອາບນ້ຳສະຜົມແລ້ວກໍ່ປ່ຽນຊຸດນອນໃນຫ້ອງນ້ຳຮຽບຮ້ອຍກ່ອນຍ່າງອອກມາຈາກຫ້ອງນ້ຳມານັ່ງລົງທີ່ຕັ່ງໜ້າໂຕະແຕ່ງໜ້າ ແລ້ວຈັບໄດເປົ່າຜົມຂຶ້ນມາເປົ່າຜົມທີ່ປຽກຊຸ່ມ ແລ້ວເອກກໍ່ລຸກຂຶ້ນມາຈາກຕຽງຍ່າງມາຢືນຢູ່ທາງຫຼັງອາລີ້ ຈັບເອົາໄດເປົ່າຜົມຈາກມືຂອງອາລີ້ແລ້ວຕົນເປັນຄົນເປົ່າຜົນໃຫ້ອາລີ້ແທນ ຫຼັງຈາກເປົ່າຜົມແຫ້ງແລ້ວ ເອກກໍ່ຈັບເອົາຫວີທີ່ໜ້າໂຕະຂຶ້ນມາຫວີຜົມໃຫ້ອາລີ້ຊ້ຳອີກຄັ້ງ ກ່ອນທີ່ເອກຈະໂອບກອດອາລີ້ໄວ້ແນບຕົວ, ອາລີ້ສີໜ້າມີຮອຍຍິ້ມເຕັມໄປດ້ວຍຄວາມສຸກໃຈ ກ່ອນເອີ່ຍຖາມອອກໄປວ່າ: “ອ້າຍເອກກິນເຂົ້າແລ້ວຫຼືຍັງ ຖ້າຍັງຈະໄປເຮັດໃຫ້ກິນ”
ເອກ: “ອ້າຍກິນແລ້ວ! ເຈົ້າເດ”
ອາລີ້: “ຂ້ອຍກໍ່ກິນແລ້ວ! ອ້າຍເອກເດິກແລ້ວໃດເຈົ້າຄືບໍ່ເມືອເຮືອນປານນີ້”
ເອກ: “ອ້າຍຄອບແມ່ວ່າມື້ນີ້ສິນອນທາງນອກ”
ອາລີ້ໜ້າງົງ: “ເອ໊ະ! ຄືນນີ້ເຈົ້າສິໄປນອນໃສ”
ເອກຍິ້ມເບົາໆແລ້ວເວົ້າໄປວ່າ: “ອາລີ້! ບີບບ່າໃຫ້ຂ້ອຍແນ່ເຈັບກ້ານຄໍ! ເຈັບເສັ້ນນະຊ່ວງນີ້” ກ່ອນເອກຈະຍ່າງໄປນັ່ງເທິງຕຽງ ແລ້ວໃຊ້ມືຂວາຕົບທີ່ຕຽງ 2-3 ຄັ້ງ “ອາລີ້! ມານີ້”
ອາລີ້ຖອນຫາຍໃຈເຫືອກໃຫຍ່ 1 ຄັ້ງ ກ່ອນຈະຍ່າງຂຶ້ນໄປນັ່ງທີ່ຂ້າງຫຼັງຂອງເອກເທິງຕຽງ ແລະ ເລີ່ມບີບບ່າຈັບເສັ້ນ ມືອ່ອນໆຂອງອາລີ້ຄ່ອຍໆກົດລົງບໍລິເວນທີ່ບ່າທັງສອງຂ້າງແລະລາມໄປເລື່ອຍໆທີ່ກ້ານຄໍ ແລ້ວກໍ່ເລື່ອນບິບທີ່ຂະໜັບຂ້າງໜ້າ ເອກຄ່ອຍເອນກາຍໃນທ່ານອນຫງາຍລົງທີ່ຕຽງເພື່ອໃຫ້ອາລີ້ບີບນວນເສັ້ນໃຫ້ຕົວເອງງ່າຍຂຶ້ນ ໃນຂະນະທີ່ອາລີ້ກຳລັງກົດຈຸດນວນຂະໜັບໃຫ້ຢູ່ນັ້ນ ເອກກໍ່ໃຊ້ມືສອງຂອງຕົນຈັບມືອາລີ້ໄວ້ແໜ້ນກ່ອນຈະຈັບອາລີ້ພິກຕົວລົງນອນໃນທ່າຫງາຍ ແລ້ວຕົວເອງພິກຂຶ້ນມາທັບຮ່າງຂອງອາລີ້ໄວ້ແທນ, ຕອນນັ້ນອາລີ້ຕົກໃຈເບົາໆຫົວໃຈຕື່ນເຕັ້ນ ແຕ່ກໍ່ຄິດຢູ່ແລ້ວວ່າຄືນນີ້ຕົນຄົງບໍ່ລອດ ຫຼື ອາດຈະລອດ ແລະ ກໍ່ຄິດກັງວົນ ເພາະນີ້ເປັນຄັ້ງທຳອິດ ຖືວ່າເປັນການເປີດຊິງຈິ່ງມີຄວາມວິຕົກກັງວົນໃນຫຼາຍໆເລື່ອງ ອາລີ້ພະຍາຍາມດື້ນແຕ່ກໍ່ບໍ່ຖືວ່າຂັດຂື່ນແຮງ ເພາະທົນແຮງເລົ້າໂລມຈາກຝ່າຍຊາຍບໍ່ຄ່ອຍໄຫວ ໃນທີ່ສຸດເສື້ອຜ້າອາພອນທີ່ສວມໃສ່ຂອງທັງສອງກໍ່ຫຼຸດອອກເມື່ອລະຜືນຈາກຜືນນອກຈົນສຸດທ້າຍຄືຜືນຂ້າງໃນ ຜ່ານໄປປະມານ 30 ນາທີ ການສະແດງບົດຮັກທີ່ຮ້ອນແຮງຂອງທັງຄູ່ກໍ່ໄດ້ຈົບລົງດ້ວຍທ່ານອນກອດກັນ.
ອາລີ້ນອນຫຼັບຢ່າງອົບອຸ່ນໃນອ້ອມແຂນຂອງຊາຍຄົນຮັກ ສ່ວນເອກເຖິງວ່າຄືນນີ້ຕົນຈະໄດ້ສຸກສົມກັບຍິງທີ່ຮັກທັງກາຍໃຈແຕ່ກໍ່ຍັງທຸກໃຈຂົມຂື່ນ ມັນເປັນຄວາມຮັກແບບເສົ້າໆ ອຶດອັດທີ່ຕ້ອງມີເລື່ອງປິດບັງ ທີ່ອຶດອັດກວ່າຄືບໍ່ສາມາດບອກເລື່ອງປິດບັງນັ້ນໄດ້ຄົນທີ່ຕົນຮັກໄດ້ຮູ້ ເພາະຢ້ານນາງຈະຮັບບໍ່ໄດ້ແລວຈາກຕົນໄປ ເອກໄດ້ແຕ່ແນມເບິ່ງຄົນຮັກດ້ວຍຄວາມຮູ້ສຶກຜິດ ທັງສົງສານ ແລະ ປວດໃຈ ຢູ່ດີໆນ້ຳຕາຢົດໃສໆກໍ່ຄ່ອຍໆໄຫລອອກມາຈາກຕາ ກ່ອນທີ່ຕົນເອງຈະຮູ້ສຶກອ່ອນເພຍແລ້ວຫຼັບລົງຂ້າງຄົນຮັກ;
ປະມານ 5 ໂມງເຊົ້າ ອາລີ້ຮູ້ເມື່ອຕື່ນຂຶ້ນມາຄິດວ່າຈະລຸກຂຶ້ນໄປຫູງເຂົ້າແລະເຮັດອາຫານເຊົ້າ ແຕ່ເມື່ອເໜັງຄີງ ເອກກໍ່ຮູ້ເມື່ອຕື່ນທັນທີ
ເອກ: “ເຈົ້າຄືຕື່ນເຊົ້າແທ້”
ອາລີ້: “ລຶ້ງແລ້ວ! ຕອນຢູ່ບ້ານອ້າຍເອກຂ້ອຍກໍ່ຕື່ນແບບນີ້ເປັນປະຈຳ”
ເອກ: “ຕອນນີ້ເຈົ້າບໍ່ໄດ້ຢູ່ເຮືອນອ້າຍແລ້ວ ນອນໆບໍ່ຕ້ອງເຊົ້າດອກ!” ເອກກອດອາລີ້ໄວ້ແໜ້ນ ກ່ອນຖາມໄປວ່າ: “ອາລີ້! ຖ້າສົມມຸດວ່າອ້າຍແຕ່ງງານກັບຄົນອື່ນເຈົ້າຈະຮັບໄດ້ບໍ່”
ອາລີ້ຕື່ນໃນຄຳຖາມຈິ່ງໄດ້ສະໂງກໜ້າເບິ່ງໜ້າເອກທັນທີ: “ຮຶ! ຄືວ່າແນວນັ້ນ! ອ້າຍເອກສິແຕ່ງງານກັບຄົນອື່ນຫວາ”
ເອກ: “ອ້າຍ! ອ້າຍເວົ້າເພື່ອອານາຄົດ ເທື່ອ…ສົມມຸດຫັ້ນນ່າ ເທືອສົມມຸດວ່າເຮົາບໍ່ມີວາດສະໜາຕໍ່ກັນ”
ອາລີ້: “ບໍ່ເອົາບໍ່ເວົ້າແບບນີ້! ໃຈບໍ່ດີເລີຍ! ຖ້າອານາຄົດເປັນແບບນັ້ນນ້ອງຄົງສິຮັບບໍ່ໄດ້ ມັນທຳໃຈບໍ່ໄດ້ດອກ!”
ເອກ: “ເຖິງແມ່ນວ່າການແຕ່ງງານນັ້ນອ້າຍຈະບໍ່ເຕັມໃຈແຕ່ງກັບຄົນອື່ນນ້ອງກໍ່ຈະບໍ່ໃຫ້ອະໄພອ້າຍຫວາຊັ້ນ”
ອາລີ້: “ຕອນນີ້ຍັງຕອບບໍ່ທັນໄດ້! ແຕ່ຖ້າເກີດເລື່ອງແບບນີ້ຂຶ້ນແທ້ ນ້ອງຄົງຈະຮັບບໍ່ໄດ້ຄືເກົ່າ ມັນທຳໃຈບໍ່ໄດ້ດອກທີ່ຈະເຫັນຜົວຂອງຕົນເອງໄປແຕ່ງງານກັບຄົນອື່ນ! ແລະ ນ້ອງກໍ່ທຳໃຈທີ່ຈະໃຊ້ຜົວຮ່ວມກັບຄົນອື່ນບໍ່ໄດ້ຄືກັນ”
ເອກສະທ້ານໃຈຂຶ້ນມາທັນທີເມື່ອໄດ້ຍິນຄຳຕອບທີ່ແໜ້ນໜັກຊັດເຈນຈາກປາກອາລີ້ ກ່ອນທີ່ເອກຈະຄ່ອຍໆເວົ້າວ່າ “ຢ່າຟ້າວຮ້ອນ! ນີ້ມັນເປັນພຽງເລື່ອງສົມມຸດ ເພາະຄົນທີ່ອ້າຍຢາກແຕ່ງງານນຳນັ້ນກໍ່ມີແຕ່ເຈົ້າຄົນດຽວ! ອາລີ້ຕອນນີ້ມັນຍັງມືດຢູ່ເຈົ້ານອນຫຼັບໃຫ້ສະບາຍເຖາະ”
ແລ້ວອາລີ້ກໍ່ຫຼັບຫົວໝູນແຂນເອກອີກຄັ້ງ ເອກຮູ້ສຶກຂົ່ມຂື່ນຫົວໃຈແທ້ກັບຄຳຕອບນີ້ ກືນບໍ່ໄດ້ຄາຍບໍ່ອອກນ້ຳຖ້ວມປາກເວົ້າຄວາມຈິງກໍ່ບໍ່ໄດ້ ເວົ້າຕວະກໍ່ອຶດອັດໃຈແທບຂາດ ເປີດເຜີຍເລື່ອງຂອງຕົນກັບອາລີ້ໃຫ້ຄອບ ຄົວພໍ່ແມ່ຮູ້ກໍ່ບໍ່ໄດ້ ຈະບອກເລື່ອງທີ່ຕົ້ນໃກເຈະແຕ່ງງານແລ້ວໃຫ້ອາລີ້ຮູ້ກໍ່ບໍ່ໄດ້ ຈະຕັດໃຈເລີກຄົບກັບອາລີ້ກໍ່ເຮັດບໍ່ໄດ້ພຽງຄິດເທົ່ານັ້ນກໍ່ໃຈຈະຂາດ ເອກເລີຍຕ້ອງຂົມຂືນເກັບງຳເລື່ອງລາວທີ່ເຈັບປວດນີ້ໄວ້ຄົນດຽວ.
ນັບຈາກວັນນັ້ນທີ່ທັງສອງໄດ້ມີຄວາມລຶກຊຶ້ງກັນ ຄວາມສຳພັນຍິ່ງພັດທະນາໜຽວແໜ້ນ ເອກໝັ່ນທຽງມາຄ້າງຄືນກັບອາລີ້ເກືອບທຸກມື້ ເສົາ-ອາທິດ ເອກຢູ່ບໍ່ຕິດເຮືອນຕ້ອງມາມົກມຸ້ນຢູ່ກັບອາລີ້ ໃນໄລຍະນີ້ເຂົ້າໃໝ່ປາມັນ ປານຊ້າງຕົກມັນ ເຊົ້າຮອດຄ່ຳມີແຕ່ຄວາມຫວານຊື່ນ ມາດາມ ລິນດາ ກັບ ດ.ສ ສົມບູນ ຜູ້ເປັນພໍ່ແມ່ກໍ່ເກີດຄວາມບໍ່ຄັກບໍ່ແນ່ໃນໃຈ ຖ້າບໍ່ມີນູ່ນີ່ຊ່ວຍສ້າງເລື່ອງຂຶ້ນມາປົກປິດຊ່ວຍນ້ອງຊາຍ ເລື່ອງນີ້ຄົງຄວາມແຕກໄປດົນແລ້ວ.
ກ່ອນຈະຮອດກຳນົດແຈກຢາຍຊອງ ເອກຢ້ານຄວາມລັບຮົ່ວໄຫລ ຈິ່ງໃຫ້ອາລີ້ເລີກເຮັດວຽກທີ່ຮ້ານອາຫານຂອງນູ່ນີ່ ແລະ ຢ້າຍອາລີ້ຈາກອາພາດເມັນໄປອາໃສທີ່ເຮືອນສ່ວນຕົວຂອງຕົນເອງແຖວບ້ານ ດອນປ່າໄໝ່ ເປັນເຮືອນທີ່ພໍ່ມອບໃຫ້ເປັນຂອງຂັວນຫຼັງຮຽນຈົບ ແຕ່ເອກຮູ້ດີວ່າ ອາລີ້ ຄົງຮູ້ສຶກອຶດອັດທີ່ຕ້ອງໄປຢູ່ເຮືອນລ້າໆ ແລະ ຕ້ອງຂໍຕົນອອກໄປຊອກວຽກເຮັດຫາເງິນອີກ ຈິ່ງອອກແຜນອຸບາຍວ່າ ເຮືອນຫຼັງນີ້ເປັນເຮືອນຂອງເພື່ອນຕົນເອງ ທີ່ໄປຢູ່ຕ່າງປະເທດ ຕ້ອງການຄົນມາເຝົ້າເຮືອນ ມາອານາໄມເຮືອນ ບໍ່ຢາກປະເຮືອນໄວ້ຮ້າງ ຢ້ານເຮືອນເປື້ອນ, ຢ້ານມີພວກຂີ້ຢາລັກມາຢູ່ມົ້ວສຸມ ໂດຍມີການຕອບແທນຄ້າຈ້າງເດືອນລະ 2 ລ້ານກີບ ເຊິ່ງກໍ່ແມ່ນເງິນເດືອນຂອງເອກທີ່ຫັກປັນມາໃຫ້ອາລີ້ນັ້ນເອງ ອາລີ້ເອງກໍ່ເຊື່ອໃຈກັບຄຳທີ່ເອກບອກ ເພາະອາລີ້ບໍ່ເຄີຍຮູ້ວ່າເອກມີເຮືອນຫຼັງນີ້ຢູ່ ແລະ ກໍ່ເຕັມໃຈເຮັດວຽກຢູ່ທີ່ນີ້.
ເຮືອນຂອງເອກຫຼັງນີ້ປູກດອກກຸຫຼາບໄວ້ເຕັມໜ້າບ້ານ, ແຄມຮົ້ວ ມີທັງກຸຫຼາບສີຂາວ, ສີແດງ, ສີບົວ ພາຍໃນເຮືອນກໍ່ມີໂຊນໄວ້ອ່ານໜັງສື ມີປື້ມຫຼາກຫຼາຍແນວໄວ້ໃຫ້ອ່ານ ໃນເຮືອນມີເຟີນີເຈີ, ໂທລະພາບ, ຕູ້ເຢັນ, ເຕົາອົບ, ເຄື່ອງນ້ຳຮ້ອນນ້ຳເຢັນ, ມີຄອມພິວເຕີໂນ໊ດບຸກ 1 ເຄື່ອງ, ສຸກະພັນເຄື່ອງໃຊ້ຄົບຊຸດ, ແລະ ຍັງມີການຕິດຕັ້ງກ້ອງວົງຈອນປິດທັງໃນ ແລະ ນອກເຮືອນອີກດ້ວຍ ເຊິ່ງຖືກໃຈອາລີ້ສຸດໆ
ອາລີ້: “ວ້າວ! ສຸດຍອດເລີຍເຮືອນຫຼັງນີ້ ຣົດນິຍົມເຈົ້າຂອງເຮືອນນີ້ຄືສິຄ້າຍຂ້ອຍ, ມັກສວນກຸຫຼາບ, ມັກອ່ານໜັງສື, ມັກເຮັດຂອງກິນຄືກັນອີກ” ອາລີ້ຍ່າງເລາະທົ່ວເຮືອນດ້ວຍສີໜ້າທ່າທາງມີຄວາມສຸກສົດຊື່ນ.
ເອກກໍ່ມີຄວາມສຸກທີ່ເຫັນອາລີ້ມັກເຮືອນຫຼັງນີ້ ເພາະຕົນເປັນຄົນລົງທຶນລົງແຮງຕົບແຕ່ງໃຫ້ຖືກໃຈອາລີ້ທີ່ສຸດ.
ອ່ານຄືນຍ້ອນຫຼັງຕອນທີ 17 ຕາມລິ້ງ: https://www.laopost.com/2017/04/03/88064