ໄຂ່ຕົ້ມ ເມນູອາຫານທີ່ບໍ່ຄ່ອຍມີໃຜຄິດຮອດ ແຕ່ຮູ້ກັນບໍ່ວ່າ ປະໂຫຍດຂອງ ໄຂ່ຕົ້ມ ນັ້ນ ມີຫລາຍກວ່າທີ່ທ່ານເຫັນ ນອກຈາກຈະໃຫ້ໂປຕີນສູງແລ້ວ ໄຂ່ຕົ້ມ ໜ່ວຍນ້ອຍໆ ທີ່ທ່ານເຫັນນັ້ນ ຍັງເຕັມໄປດ້ວຍ ກົດອະມິໂນ ທີ່ມີຄວາມຈຳເປັນຕໍ່ຮ່າງກາຍເປັນຢ່າງຫລວງຫລາຍມີຜົນການວິໄຈອອກມາແລ້ວ ຈາກການວິໄຈຂອງມະຫາວິທະຍາໄລ ຮາເວີດ ພົບວ່າ ໃນໄຂ່ຂາວຈະມີໂປຕີນສູງ ແລະ ເປັນໂປຕີນ ທີ່ມີຄຸນນະພາບສູງ ຄືມີກົດ ອະມິໂນ ທີ່ຈຳເປັນຕໍ່ຮ່າງກາຍ (Essential Amino Acid) ສ່ວນໃນໄຂ່ແດງນັ້ນ ກໍຍັງມີສານອາຫານຫລາຍຊະນິດ ບໍ່ວ່າຈະເປັນໂປຕີນ ໄຂມັນ ວິຕາມິນ ແລະ ແຮ່ທາດ ຊຶ່ງມີຄຸນຄ່າເຊັ່ນດຽວກັບ ໄຂມັນໃນປາແຊວມອນ ແລະ ປາທະເລ . ເພາະໃນໄຂ່ຕົ້ມນັ້ນ ຍັງມີ ໄຂມັນຊະນິດບໍ່ອິ່ມຕົວ ຫລື ເອດດີແອນ (HDL Cholesterol) ຊຶ່ງເປັນໄຂມັນຊະນິດດີ ບໍ່ມີຜົນຕໍ່ການເພີ່ມຄໍເລດເຕີລໍ ຊຶ່ງສົ່ງຜົນດີີຕໍ່ຮ່າງກາຍ ຖ້າຫາກວ່າ ທ່ານເລືອກກິນໄຂ່ຕົ້ມເປັນປະຈຳມື້ລະ 1 ໜ່ວຍ ກໍຈະສາມາດຊ່ວຍປ້ອງກັນທ່ານ ໃຫ້ຫ່າງໄກຈາກ ພະຍາດຫົວໃຈ ໄດ້ຢ່າງແນ່ນອນ ໂດຍ ໄຂ່ຕົ້ມ 1ໜ່ວຍ ຈະມີນ້ຳໜັກປະມານ 30ກຣາມ ຊຶ່ງຈະໃຫ້ພະລັງງານ 80ກິໂລແຄລໍລີ ປະໂຫຍດຂອງ ໄຂ່ຕົ້ມ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະມີຄວາມເຊື່ອກັນວ່າ ໄຂ່ຕົ້ມ ສາມາດໃຫ້ປະໂຫຍດ ໄດ້ຫລາຍ ເທົ່າກັບການທີ່ທຸກຄົນ ກິນຮັງນົກ 10ກ່ອງ
ໄຂ່ຕົ້ມ ສາລະພັດປະໂຫຍດເພື່ອສຸຂະພາບ
1823

ບົດຄວາມຫຼ້າສຸດ
ຂ່າວການຮ່ວມມື
ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ
ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...
ຂ່າວພາຍໃນ
ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ
ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ)
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...
ຂ່າວຕ່າງປະເທດ
ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ
ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...
ຂ່າວຕ່າງປະເທດ
ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ
ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ.
Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...