Homeຂ່າວຕ່າງປະເທດລອດເຕ້ ເປີດຕົວຕຶກ "Lotte World Tower" ໃໝ່ສູງທີ່ສຸດ ໃນເກົາຫຼີໃຕ້

ລອດເຕ້ ເປີດຕົວຕຶກ “Lotte World Tower” ໃໝ່ສູງທີ່ສຸດ ໃນເກົາຫຼີໃຕ້

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ເມສາ 2017 ຜ່ານມາວ່າ ບໍລິສັດ ລອດເຕ້ ກຣຸ໊ບ ໄດ້ເປີດຕົວຕຶກ “Lotte World Tower” ໃໝ່ໃຈກາງກຸງໂຊນ ເຊິ່ງຖືກຈັດໃຫ້ເປັນຕຶກທີ່ສູງເປັນອັນດັບ 5 ຂອງໂລກ ແລະສູງທີ່ສຸດໃນເກົາຫຼີໃຕ້ ໂດຍມີຄວາມສູງເຖິງ 555 ແມັດ ມີຈຳນວນ 123 ຊັ້ນ

ຈຸດຊົມວິວຂອງຕຶກ ຫຼື “Seoul Sky” ຈະເລີ່ມຕົ້ນທີ່ຊັ້ນ 117 ເປັນຕົ້ນໄປ ແລະຊັ້ນ 118 “Sky Deck” ເປັນຫໍຊົມວິວພື້ນແກ້ວ ທີ່ຖືກບັນທຶກສະຖິຕິວ່າ ເປັນຈຸດຊົມວິວທີ່ສູງທີ່ສຸດໃນໂລກ, ນອກຈາກນີ້ “Sky shuttle” ລິບຂອງຕຶກລອດເຕ້ ເວິລ ຍັງເປັນລິບຄູ່ທີ່ສູງທີ່ສຸດໃນໂລກ

ມີການເປີດຕົວໃນຄືນຜ່ານມາ ມີການຈູດພຸດອກໄມ້ໄຟ ເພື່ອສະເຫຼີມສະຫຼອງ, ຕຶກ “Lotte World Tower”  ຈະເປີດຢ່າງເປັນທາງການໃນວັນທີ 3 ເມສາ 2017 ແລະຜູ້ບໍລິຫານຫວັງວ່າ ຕຶກນີ້ຈະເປັນແລນມາກດຶງດູດນັກທ່ອງທ່ຽວໃໝ່ຂອງເກົາຫຼີໃຕ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...