spot_img
Homeປ່ອງຢ້ຽມດວງດາວSpaceX ສ້າງປະຫວັດສາດນຳຈະຫຼວດທີ່ໃຊ້ງານແລ້ວກັບມາໃຊ້ໃໝ່ສຳເລັດເປັນຄັ້ງທຳອິດ

SpaceX ສ້າງປະຫວັດສາດນຳຈະຫຼວດທີ່ໃຊ້ງານແລ້ວກັບມາໃຊ້ໃໝ່ສຳເລັດເປັນຄັ້ງທຳອິດ

Published on

ຈະຫຼວດ Falcon 9 ຂອງບໍລິສັດ SpaceX ທີ່ເກັບກັບຄືນມາຈາກທະເລຫຼັງການໃຊ້ງານຄັ້ງທຳອິດເມື່ອປີ 2016 ຖືກນຳມາໃຊ້ງານອີກຄັ້ງ ຖືກນຳມາໃຊ້ງານອີກຄັ້ງໃນການສົ່ງດາວທຽມສື່ສານຂຶ້ນສູ່ວົງໂຄຈອນເມື່ອວັນທີ 30 ມີນາ 2017 ທີ່ຜ່ານມາ ຈະລວດໄດ້ຖືກປ່ອຍຈາກຖານປ່ອຍທີ່ສູນອາວະກາດ ເຄນເນດີ ລັດຟໍລິດາ ພາລະກິດຄັ້ງປະຫວັດ ສາດປະສົບຄວາມສຳເລັດໄປດ້ວຍດີ ແລະ Falcon 9 ຍັງສາມາດກັບລົງມາຈອດທີ່ເຮືອບັນທຸກບໍ່ມີຄົນຂັບທີ່ລອຍລຳລໍຖ້າຢູ່ກາງທະເລໄດ້ສຳເລັດອີກຄັ້ງໜຶ່ງອີກດ້ວຍ

ຄວາມສຳເລັດຄັ້ງນີ້ເປັນອີກໜຶ່ງຂັ້ນຕອນໜຶ່ງໃນການປະຕິບັດການສົ່ງຈະຫຼວດຂຶ້ນສູ່ອາວະກາດຂອງ Elon Musk ຜູ້ກໍ່ຕັ້ງ ບໍລິສັດ SpaceX ໃນເປົ້າໝາຍທີ່ຈະຫຼຸດຕົ້ນທຶນໃນການສົ່ງຈະຫຼວດ ແລະ ຫຼຸດຊ່ວງໄລຍະເວລາຂອງການຂຶ້ນສູ່ອາວະກາດໃນແຕລະຄັ້ງ.

SpaceX ໃຊ້ເວລາ 15 ປີໃນການສະແດງໃຫ້ເຫັນວ່າຈະຫຼວດທີ່ປົກກະຕິຈະຖືກຖິ້ມໄປໃນທະເລຫຼັງຈາກການໃຊ້ງານພຽງເທື່ອດຽວສາມາດເກັບກັບຄືນມາ ແລະ ນຳມາໃຊ້ໃໝ່ໄດ້ອີກ.

SpaceX ນຳຈະຫຼວດທີ່ສົ່ງຂຶ້ນໄປແລ້ວລົງຈອດໄດ້ສຳເລັດເປັນຄັ້ງທຳອິດເມື່ອເດືອນ ຕຸລາ 2015 ແລະ ຕອນນີ້ພວກເຂົາໄດ້ສຳເລັດໄປແລ້ວ 9 ຄັ້ງ ມີ 6 ຄັ້ງທີ່ລົງຈອດທີ່ເຮືອບັນທຸກອີກ 3 ຄັ້ງລົງຈອດທີ່ພື້ນດິນໃນເຂດ ຄານາເວີຣັລ Musk ບອກວ່າພວກເຂົາຢາກລົງເທິງບົກທຸກຄັ້ງ ແຕ່ໃນບາງພາລະກິດເຫຼືອເຊື້ອເຜີງບໍ່ພໍຈິ່ງຕ້ອງລົງຈອດກາງທະເລ

ໂດຍການໃຊ້ຈະຫຼວດຊ້ຳ SpaceX ຕັ້ງເປົ້າທີ່ຫຼຸດຕົ້ນທຶນໃຫ້ເຫຼືອປະມານ 30% ປັດຈຸບັນລາຄາໂດຍສານຂອງ Falcon 9 ຢູ່ທີ່ 62 ລ້ານໂດລາ ແຕ່ປັດຈຸບັນຍັງບໍ່ມີການປະກາດລາຄາສຳລັບການຂຶ້ນບິນໂດຍຈະຫຼວດທີ່ໃຊ້ງານຊ້ຳ

SpaceX ມີຄ່າໃຊ້ຈ່າຍໃນການພັດທະນາເທັກໂນໂລຢີການລົງຈອດ ແລະ ການນຳມາໃຊ້ໃໝ່ຂອງຈະຫຼວດບໍ່ໜ້ອຍກວ່າ 1,000 ລ້ານໂດລາ ແລະ ຕັ້ງເປົ້າໝາຍທີ່ຈະຊົດເຊີຍເງິນລົງທຶນຕັ້ງແຕ່ປີໜ້າເປັນຕົ້ນໄປ

ຈະຫຼວດຖືກຄາດໝາຍວ່າຈະສາມາດຂຶ້ນບິນໄດ້ 10 ຄັ້ງໂດຍທີ່ບໍ່ຕ້ອງເຮັດໃໝ່ ແລະ ໄດ້ປະມານ 100 ຄັ້ງໂດຍມີການປັບປຸງໃໝ່ໃນລະດັບກາງ

SpaceX  ກຳລັງສ້າງຍານອາລະກາດໂດຍສານທີ່ມີນັກທ່ອງທ່ຽວສອງຄົນລົງຊື່ເຂົ້າຮ່ວມໃນທຣິບທ່ອງທ່ຽວອາວະ ກາດຮອບດວງຈັນໃນອານາຄົດ ເປົ້າໝາຍໄລຍະຍາວຂອງບໍລິສັດພາຍໃຕ້ການນຳຂອງ Elon Musk ຄືການສ້າງອານານິຄົມເທິງດາວອັງຄານ ແລະ ຂົນສົ່ງຜູ້ຄົນ ແລະ ສິນຄ້າໄປກັບລະຫວ່າງໂລກ ແລະ ດາວອັງຄານ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...