spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດຄົ້ນພົບວິທີປູກຖ່າຍເຊລຫົວໃຈໃນ "ໃບຜັກປັງ"

ນັກວິທະຍາສາດຄົ້ນພົບວິທີປູກຖ່າຍເຊລຫົວໃຈໃນ “ໃບຜັກປັງ”

Published on

ຄະນະວິໄຈແຫ່ງສະຖາບັນ Worchester Polytechnic Institute (WPI) ມະຫາວິທະຍາໄລ Wisconsin ວິທະຍາເຂດ Madison ແລະ ຈາກ Arkansas State University ໄດ້ຮ່ວມກັນທົດລອງປູກຖ່າຍເຊລຫົວໃຈຂອງມະນຸດລົງໃນໃບຜັກປັງ ຫຼື Spinach ໂດຍໃຊ້ເຄືອຂ່າຍທໍ່ລຳລຽງໃນໃບຜັກປັງເປັນຕົວສົ່ງຜ່ານຂອງເຫຼວໄປທີ່ສ່ວນຕ່າງໆຂອງໃບຜັກປັງນັ້ນ

ນັກວິໄຈເຊື່ອວ່າຜົນການທົດລອງນີ້ອາດນຳໄປສູ່ການພັດທະນາເນື້ອເຍື້ອຫົວໃຈຂອງມະນຸດ ເຊິ່ງໃນທີ່ສຸດອາດນຳມາໃຊ້ໃນການປ່ຽນຖ່າຍເຊລຫົວໃຈໃໝ່ໃຫ້ກັບຜູ້ປ່ວຍໂຣກຫົວໃຈ ແລະ ຫຼອດເລືອດ ຫຼື ຜູ້ທີ່ເຄີຍມີອາການຫົວໃຈລົ້ມເຫຼວ

ສາດສະດາຈານ Glenn Gaudette ແຫ່ງພາກວິຊາວິສະວະກຳການແພດ ແຫ່ງສະຖາບັນ WPI ໜຶ່ງໃນຄະນະນັກວິໄຈຊຸດນີ້ ກ່າວວ່າ “ປົກກະຕິແລ້ວ ພືດ ແລະ ສັກມີຮູບແບບພື້ນຖານໃນການລຳລຽງຂອງເຫຼວສານເຄມີ ແລະ ໂມເລກຸນຕ່າງໆ ໃນຮ່າງກາຍແຕກຕ່າງກັນ ແຕ່ກໍ່ມີໂຄງສ້າງຂອງເຄືອຂ່າຍທໍ່ລຳລຽງເຫຼົ່ານັ້ນຄ້າຍໆກັນຈົນໜ້າແປກໃຈ ”

ນັກວິໄຈຜູ້ໜຶ່ງຍັງບອກອີກວ່າ “ວິທີທົດລອງດ້ວຍການນຳເຊລຂອງພືດອອກມາຈາກໃບໃຫ້ໝົດເພື່ອສຶກສາໂຄງສ້າງພາຍໃນນີ້ ອາດຂ່ວຍເປິດປະຕູສູ່ວິທະຍາສາດສາຂາໃໝ່ທີ່ສຶກສາກ່ຽວກັບຄວາມເໝືອນ ຫຼື ແຕກຕ່າງລະຫວ່າງພືດ ແລະ ສັດໄດ້ ແລະ ຍັງຖືເປັນການແກ້ບັນຫາ ຫຼື ຂໍ້ຈຳກັດຫຼາຍຢ່າງທີ່ນັກວິທະຍາສາດກຳລັງປະເຊີນໜ້າຢູ່ ”

ການຄົ້ນພົບໃນຄັ້ງນີ້ຖືວ່າມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກເທັກໂນໂລຢີດ້ານຊີວະວິສະວະກຳໃນປັດຈຸບັນເຊັ່ນ: ເຄື່ອງພິມສາມມິຕິ ຍັງບໍ່ສາມາດຖອດແບບຄວາມສະຫຼັບຊັບຊ້ອນຊອງເຄືອຂ່າຍເສັ້ນເລືອດໃນຮ່າງກາຍມະນຸດເຮົາໄດ້

ໃນການທົດລອງໃນໃບຜັກປັງ ນັກວິທະຍາສາດໄດ້ນຳເຊລຂອງພືດອອກຈາກໃບຜັກປັງທັງໝົດແຕ່ງໂຄງກ້ານຂອງໃບໃສ່ເມັດກົມໆ ຂະໜາດເທົ່າເຊລເມັດເລືອດຂອງມະນຸດເຂົ້າໄປໃນເຄືອຂ່າຍທໍ່ລຳລຽງຂອງໃບຜັກປັງນັ້ນ ແລ້ວຈິ່ງໃສ່ເຊລເມັດເລືອດແດງນຳເຂົ້າໄປ ເພື່ອເຮັດໃຫ້ທໍ່ລຳລຽງຂອງພືດເຮັດໜ້າທີ່ຄ້າຍຫຼອດເລືອດຂອງມະນຸດ

ນັກວິໄຈກ່າວເສີມວ່າ ນອກຈາກຜັກປັງ ຫຼື Spinach ແລ້ວ ຍັງມີພືດອີກຫຼາຍຊະນິດທີ່ເຊື່ອວ່າອາດນຳໃຊ້ປູກຖ່າຍເຊລຂອງມະນຸຸດໄດ້ຄືກັນ ເຊັ່ນ:​ ຜັກຫອມເປ, ຮາກຂອງຖົ່ວດິນ

ເຖິງຢ່າງໃດກໍ່ຕາມ ເບິ່ງຄືວ່າ ໃບຜັກປັງຈະເປັນຕົວເລືອກທີ່ດີທີ່ສຸດໃນຕອນນີ້ ເນື່ອງຈາກໂຄງສ້າງຂອງເຊລທໍ່ລຳລຽງທີ່ຄ້າຍກັບເຊລກ້າມເນື້ອຫົວໃຈຂອງເຮົາ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...