spot_img
Homeຂ່າວຕ່າງປະເທດ"ທຣັມ" ເຊັນຄຳສັ່ງຍົກເລີກກົດລະບຽບຄຸ້ມຄອງພາວະໂລກຮ້ອນໃນສະໃໝລັດຖະບານ ບາຣັກ ໂອບາມາ

“ທຣັມ” ເຊັນຄຳສັ່ງຍົກເລີກກົດລະບຽບຄຸ້ມຄອງພາວະໂລກຮ້ອນໃນສະໃໝລັດຖະບານ ບາຣັກ ໂອບາມາ

Published on

ເອພີລາຍງານ ເມື່ອວັນ 28 ມີນາ 2017 ວ່າ ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດອາເມລິກາຄົນປັດຈຸບັນ ລົງນາມໃນຄຳສັ່ງຍົກເລີກກົດລະບຽບຂອງລັດຖະບານວ່າດ້ວຍການຄຸ້ມຄອງພາວະໂລກຮ້ອນໃນສະໃໝລັດຖະບານ ບາຣັກ ໂອບາມາແລ້ວ ພ້ອມປະກາດເລີ່ມຍຸກໃໝ່ຂອງການຜະລິດພະລັງງານໃຫ້ຢຸດຕິສົງຄາມກັບພາກອຸດສາຫະ ກຳຖ່ານຫີນ ແລະ ລົລ້າງກົດລະບຽບທີ່ຂັດຂວາງການສ້າງງານໃຫ້ຊາວອາເມລິກັນ

ບັນດານັກອະນຸລັກສິ່ງແວດລ້ອມ ຮວມເຖິງອະດີດຮອງປະທານາທິບໍດີ ອັລ ກໍຣ ໄດ້ປະນາມການຕັດສິນໃຈດັ່ງກ່າວ ແຕ່ທຣັມຍັງຢືນຢັນໃນພິທີການລົງນາມທີ່ມີບັນດາເຈົ້າຂອງກິດຈະການເໝືອງຖ່ານຫີນເຂົ້າຮ່ວມ ວ່າຕ້ອງເຮັດເພື່ອສ້າງງານໃນອາເມລິກາ ແລະ ນຳຄວາມຮັ່ງມີກັບຄືນມາ

ສຳລັບກົດລະບຽບເກົ່າທີ່ໂອບາມາກຳນົດໄວ້ ມີຂຶ້ນເພື່ອຄຸ້ມຄອງປະລິມານການປ່ອຍກ໊າຊຄາບອນໄດອອກໄຊຂຶ້ນສູ່ບັນຍາກາດ ຈົນເຮັດໃຫ້ບັນດານັກການເມືອງຂອງພັກ ຣີພັບລິກັນທີ່ມີກຳໄລຈາກອຸດສະຫະກຳນ້ຳມັນ ແລະ ຖ່ານ ຫີນຂຸ່ນເຂືອງໃຈມາແລ້ວ ສ່ວນການປ່ຽນແປງຂອງລັດຖະບານທຣັມໃນຄັ້ງນີ້ ໄດ້ເຮັດໃຫ້ກຸ່ມອະນຸລັກສິ່ງແວດລ້ອມປະກາດຕໍ່ສູ້ດ້ວຍການນຳເລື່ອງເຂົ້າສູ່ຂະບວນການສານ

ກ່ອນໜ້າທີ່ ທຣັມ ໄດ້ກ່າວວ່າ ເລື່ອງໂລກຮ້ອນເປັນເລື່ອງຫຼອກລວງທີ່ຈີນສ້າງຂຶ້ນມາເພື່ອໂຈມຕີອຸດສະຫະກຳຖ່ານຫີນຂອງສະຫະລັດອາເມລິກາ ແລະ ເຮັດໃຫ້ການສ້າງງານໃຫ້ຊາວອາເມລິກັນຢຸດຕິລົງ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...