ຕອນທີ 10 ວັນເກີດອາລີ້ທີ່ຕ້ອງພົບເສິກໜັກ
ວັນທີ 10 ກຸມພາ ເຊິ່ງເປັນວັນເກີດຂອງຂ້ອຍ “ອາລີ້” ຕື່ນແຕ່ເຊົ້າກຽມຂອງກິນ ແລ້ວກໍ່ໄປຖ້າໃສ່ບາດແຕ່ເຊົ້າທີ່ໜ້າບ້ານ ເຊົ້ານີ້ເອື້ອຍສອນກໍ່ໄປໃສ່ບາດເປັນເພື່ອນ ເມື່ອໃສ່ບາດແລ້ວທັງສອງກໍ່ພາກັນຫອບອຸປະ ກອນທີ່ຖືໄປໃສ່ບາດຢ່າງສາດ, ຂັນ 2 ອັນ ຍ່າງກັບເຂົ້າມາທີ່ເຮືອນ ທັງສອງຍ່າງລົມຫົວສະອິກສະອ້ອຍຈົນບໍ່ໄດ້ສັງເກດວ່າ ນາຍນ້ອຍເອກທີ່ຢືນຕາກລົມຢູ່ລະບຽງຫ້ອງກຳລັງແນມເບິ່ງທັງສອງຄົນດ້ວຍຄວາມສົນໃຈຢູ່.
ໃນຂະນະທີ່ ຂ້ອຍ “ອາລີ້” ໄດ້ເອົາເຂົ້າໜົມເຄັກກ້ວຍທີ່ຝາກເອື້ອຍສອນຊື້ມາແຕ່ຕະຫຼາດຕັ້ງແຕ່ມື້ວານນີ້ໄປເລາະແຈກໃຫ້ລຸງຍາມ, ລຸງຄົນສວນ, ຄົນຂັບລົດ ແລະ ເອື້ອຍສອນກິນ ເພື່ອສະຫຼອງວັນເກີດເລັກໆນ້ອຍໆ ເມື່ອຂ້ອຍແຈກຂະໜົມໝົດທຸກຄົນແລ້ວຂ້ອຍກໍ່ຍ່າງມາທີ່ຫ້ອງເກັບເຄື່ອງເພື່ອຈະເອົາອຸປະກອນເຮັດຄວາມສະອາດໄປເຮັດຄວາມສະອາດສະລອຍນ້ຳ ເມື່ອຂ້ອຍໄຂປະຕູຫ້ອງເກັບເຄື່ອງເຂົ້າໄປ ແລະ ຈັບເອົາໄມ້ຖູພື້ນ, ຟອຍກວາດພື້ນ, ນ້ຳຢາຖູພື້ນອອກມາຈາກຫ້ອງແລ້ວກໍ່ຍ່າງໄປເຮັດຄວາມສະອາດທີ່ສະລອຍນ້ຳ ຂ້ອຍໃຊ້ເວລາເຮັດຄວາມສະອາດທີ່ສະລອຍນ້ຳທັງເຊັດທັງຖູ ເປັນເວລາເປັນຊົ່ວໂມງ ແຕ່ກ່ອນຈະຍ່າງກັບນາຍນ້ອຍເອກກໍ່ຍ່າງມາຫາຂ້ອຍ ແລ້ວບອກກັບຂ້ອຍດ້ວຍສີໜ້າ, ນ້ຳສຽງນິ້ງໆວ່າ: “ໃຫ້ເວລາ 30 ນາທີພໍບໍ່ ໃນການອາບນ້ຳປ່ຽນເຄື່ອງ”
ເມື່ອສິ້ນສຸດຄຳເວົ້າຂອງນາຍນ້ອຍເອກຂ້ອຍກໍ່ຄິດຄົນດຽວຢູ່ໃນໃຈດ້ວຍຄວາມມຶນງົງສົງໃສວ່າ (ແມ່ນອີ່ຫຍັງລະນໍ້ບາດນິ ນາຍນ້ອຍເອກມາແປກອີກແລ້ວ) ຈິ່ງຕັດສິນໃຈເອີ່ຍຖາມກັບໄປດ້ວຍຄວາມຢາກຮູ້ວ່າ “ນາຍນ້ອຍເອກຈະພາຂະນ້ອຍໄປໃສ”
ນາຍນ້ອຍເອກ: “ຂ້ອຍຈະອອກໄປຊື້ເຄື່ອງນຸ່ງ,ເຄື່ອງໃຊ້ທີ່ຈຳເປັນໃໝ່ໆ ເຂົ້າຫ້ອງ ແລະ ຢາກໃຫ້ເຈົ້າໄປຊ່ວຍຖືເຄື່ອງ ຢ່າຖາມຫຍັງຍາວເລີຍເຈົ້າຟ້າວໄປອາບນ້ຳປ່ຽນເຄື່ອງໃໝ່ເຖາະ”
ຂ້ອຍຮູ້ສຶກລຳບາກເລັກນ້ອຍເມື່ອຕ້ອງໄດ້ໄປຊື້ເຄື່ອງກັບນາຍນ້ອຍເອກ ເພາະຍັງມີວຽກຄ້າງຄາຫຼາຍຢ່າງ ແລະ ກໍ່ຮູ້ສຶກເກງໃຈເອື້ອຍສອນກໍ່ປານນັ້ນ ແຕ່ຈະປະຕິເສດເຈົ້ານາຍກໍ່ຄົງຈະເບິ່ງບໍ່ດີປານໃດ ເພາະເຮົາເປັນລູກຈ້າງ ຖ້າຈະຫາຂໍ້ອ້າງມາປະຕິເສດກໍ່ຢ້ານເຈົ້ານາຍເວົ້າວ່າເຮົາຫຼາຍເລື່ອງນັ້ນນີ້ອີກ! ເຮີ…ຊີວິດລູກຈ້າງເຂົານິມັນຊ່າງບໍ່ມີອິດສະຫຼະໃນການຕັດສິນໃຈເລື່ອງໃດເລີຍແທ້ໆ ປະຕິເສດບໍ່ໄດ້ຂ້ອຍຈິ່ງເຮັດໜ້າຫງອຍປານໝາເຫງົາຈັບອຸປະກອນເຮັດຄວາມສະອາດຍ່າງອອກຈາກສະລອຍນ້ຳ ເພື່ອໄປເກັບມ້ຽນ ແລະ ກໍ່ອາບນ້ຳປ່ຽນເຄື່ອງ.
ຫຼັງຈາກອາລີ ອອກຈາກສະລອຍນ້ຳໄປແລ້ວ ນາຍນ້ອຍເອກໍ່ຟ້າວຍ່າງໜ້າບານຂຶ້ນໄປທີ່ຫ້ອງນອນ ເພື່ອປ່ຽນເຄື່ອງນຸ່ງຄືກັນ ນາຍນ້ອຍເອກເລືອກເຄື່ອງຊຸດນັ້ນຊຸດນີ້ ຄົ້ນຫາເສື້ອຜ້າໃນຕູ້ເສື້ອຜ້າ ແລະ ກະເປົາເດີນທາງອອກມາເບິ່ງ ປະກົດວ່າແຕ່ລະຊຸດນັ້ນມັນເບິ່ງງາມເບິ່ງແພງຈົນເກີນໄປ ນາຍນ້ອຍເອກຖອນຫານໃຈເລັກນ້ອຍ ແຕ່ກໍ່ພະຍາຍາມຫາໂສ້ງເສື້ອທີ່ຄິດວ່າລາຄາຖືກທີ່ຊຸດມານຸ່ງ ເຫັດຜົນທີ່ນາຍນ້ອຍເອກຕ້ອງ ການໃສ່ຊຸດທີ່ທຳມະດາທີ່ສຸດກໍ່ເພື່ອຕ້ອງການໃຫ້ເບິ່ງກົມກືນພໍດີ ບໍ່ໂຕນກັບອາລີ້ຫຼາຍປານໃດ ເມື່ອເວລາຕ້ອງໄດ້ຍ່າງຂ້າງກັນ
ຜ່ານໄປ 30 ນາທີພວກເຮົາກໍ່ໄດ້ມາຂຶ້ນລົດທີ່ເຮືອນເກັບລົດ ມື້ນີ້ນາຍນ້ອຍເອກເປັນຄົນຂັບ ສ່ວນຂ້ອຍ “ອາລີ້” ເປັນຄົນນັ່ງຂ້າງໆ ໃນຂະນະທີ່ນາຍນ້ອຍເອກກຳລັງຂັບລົດອອກໄປກໍ່ມີລົດສະປອດສີດຳເຫຼືອມເງົາວັບຂີ່ຂັບສວນເຂົ້າມາ ຂ້ອຍແນມເບິ່ງລົດຄັນດັ່ງກ່າວ ເພາະລົດຄັນນັ້ນຖືກໃຈຂ້ອຍສຸດໆ ແຕ່ບໍ່ໄດ້ສະແດງອາການທີ່ຊັດເຈນອອກມາໃຫ້ໃຜຮູ້ວ່າຕົນເອງຮູ້ສຶກອອນຊອນກັບລົດທີ່ຂັບສວນເຂົ້າມານັ້ນ.
ເຈົ້າຂອງລົດທີ່ຂັບສວນເຂົ້າມານັ້ນບໍ່ແມ່ນຄົນອື່ນຄົນໄກ ແຕ່ແມ່ນ “ຢຸ້ຍ” ສາວງາມວ່າທີ່ຄູ່ໝັ້ນໝາຍຂອງນາຍນ້ອຍເອກທີ່ຫາກໍ່ຈົບຈາກຈີນມາໃໝ່ ຢຸ້ຍ ຍ່າງເຂົ້າໄປໃນເຮືອນໃຫຍ່ ພໍດີເຫັນ ມາດາມ ລິນດາ ກຳລັງນັ່ງເບິ່ງໂທລະທັດທີ່ຫ້ອງຮັບແຂກ ນາງກໍ່ຟ້າວຍ່າງເຂົ້າໄປຫາຫ້ອມມືໜຶ່ງຖືກະຕ່າງຂອງຂັວນ ເມື່ອຍ່າງເຂົ້າໄປໄກ້ ມາດາມ ລິນດາ, ຢຸ້ຍກໍ່ຍົກມືໄຫວ້ ແລະ ທັກທາຍວ່າ
ຢຸ້ຍ: “ສະບາຍດີຍາປ້າ”
ມາດາມ ລິນດາ ຫັນໜ້າມາເບິ່ງ ເມື່ອເຫັນວ່າເປັນ ຢຸ້ຍວ່າທີ່ລູກໄພໃນອານາຄົດກໍ່ຍິ້ມໜ້າບານພ້ອມລຸກຈາກໂຊຟາແລ້ວຍ່າງມາຈູງມື ຢຸ້ຍ ມານັ່ງລົງຂ້າງໆດ້ວຍຄວາມດີໃຈ ກ່ອນຈະເອີ່ຍວ່າ: “ສະບາຍດີລູກ! ຈະມາຫາປ້າ, ມາຫາອ້າຍຄືບໍ່ໂທມາຫາກ່ອນ ແລະ ລູກກັບມາແຕ່ຈີນມື້ໃດຄືບໍ່ເຫັນໂທມາບອກລ່ວງໜ້າຈະໄດ້ໄປຮັບຂັວນທີ່ສະໜາມບິນ”
ຢຸ້ຍກ່າວຕໍ່ດ້ວຍສີໜ້າຍິ້ມແຍ້ມວ່າ: “ວ່າຢາກຈະມາເຮັດເຊີໄພ້ປ້າ ກັບອ້າຍຊັ້ນດອກ, ຫຼານຫາກໍ່ມາຮອດວານນີ້! ຄິດຮອດປ້າລຸງແຮງໃຈແທ້ຢາກມາຫາແຕ່ວານນີ້ພຸ້ນລະ ແຕ່ຫຼານເມື່ອຍແຮງກໍ່ເລີຍມາມື້ນີ້” ຢຸ້ຍແນມຊ້າຍແນມຂວາແລ້ວກ່າວຕື່ມອີກວ່າ: “ແລ້ວອ້າຍເອກ! ກັບລຸງເດພວກເພິ່ນໄປໃສ ຫຼານຄືພໍ່ເຫັນພວກເພິ່ນເລີຍ”
ມາດາມ ລິນດາ: “ລຸງເພິ່ນໄປຕີກ໊ອຟ! ສ່ວນອາຍເອກນີ້ສົງໃສອ່ານໜັງສືຢູ່ໃນຫ້ອງ ດຽວປ້າຈະໃຫ້ຄົນຂຶ້ນໄປເອີ້ນລົງມາຫຼິ້ນນຳລູກເດີ້” ວ່າແລ້ວມາດາມ ລິນດາກໍ່ຈັບໂທລະສັບຂຶ້ນມາກົດເປີດໄປຫາແມ່ບ້ານສອນ ບໍ່ພໍ 10 ນາທີ ເອື້ອຍສອນກໍ່ຍົກນ້ຳເຢັນ ກັບ ໝາກໄມ້ເຂົ້າມາເສີບທີ່ໂຕະໃຫ້ແຂກ.
ມາດາມ ລິນດາ: “ສອນ! ເຈົ້າຂຶ້ນໄປເອີ້ນອ້າຍເອກບອກວ່ານ້ອງຢຸ້ຍມາຫາຖ້າຢູ່ຫ້ອງຮັບແຂກ”
ເອື້ອຍສອນ: “ມາດາມ! ນາຍນ້ອຍເອກບໍ່ຢູ່! ເພິ່ນອອກໄປທາງນອກ”
ຢຸ້ຍເຮັດໜ້າຜິດຫວັງເລັກໜ້ອຍ ສ່ວນມາດາມ ລິນດາ ເຮັດໜ້າບໍ່ພໍໃຈເລັກໜ້ອຍ ຈິ່ງໄດ້ຈັບໂທລະສັບຂຶ້ນມາໂທຫານາຍນ້ອຍເອກທັນທີ.
ໂທລະສັບນາຍນ້ອຍເອກດັງຂຶ້ນ ນາຍນ້ອຍເອກທີ່ກຳລັງຂັບລົດເຂົ້າໄປທີ່ລານຈອດລົດໃຫຍ່ຕະຫຼອດເຊົ້າມໍ ຈິ່ງໄດ້ກົດຮັບສາຍໃນຕົວລົດປະກົດວ່າແມ່ນສາຍຂອງແມ່ໂທມາ
ນາຍນ້ອຍເອກລົມໂທລະສັບ: “ໂດຍແມ່! ມີຫຍັງ”
ມາດາມ ລິນດາ: “ຕອນນີ້ລູກຢູ່ໃສ ນ້ອງຢຸ້ຍມາຫາ”
ນາຍນ້ອຍເອກແນມເບິ່ງຂ້ອຍທີ່ກຳລັງນັ່ງມິດຫງຽບກ່ອນຕອບແມ່ໄປວ່າ: “ລູກອອກມາວຽກທາງນອກບຶດໜຶ່ງ ເທົ່ານີ້ກ່ອນເດີ້ແມ່” ເວົ້າສຸດຄວາມນາຍນ້ອຍເອກກໍກົດຕັດສາຍທັນທີ ເພາະນາຍນ້ອຍເອກຮູ້ແລ້ວວ່າແມ່ຂອງຕົນເອງຈະເວົ້າຫຍັງຕໍ່ໄປ ຈາກສີໜ້າເບີກບານກາຍເປັນໜ້ານິ້ງຄິ້ວທັງສອງຂ້າງໂນ້ມເຂົ້າມາຫາກັນ ຂ້ອຍແນມເບິ່ງໜ້ານາຍນ້ອຍເອກແລ້ວກໍ່ຮູ້ສຶກວ່ານາຍນ້ອຍເອກຄົງມີເລື່ອງຕ້ອງຄິດໜັກບາງຢ່າງ ແຕ່ຂ້ອຍກໍ່ບໍ່ໄດ້ເອີ່ຍປາກຖາມຫຍັງ ໄດ້ແຕ່ນັ່ງມິດໆຕໍ່ໄປ.
ຫຼັງຈາກລູກຊາຍວາງສາຍໃສ່ ມາດາມ ລິນດາ ຮູ້ສຶກແປກໃຈກັບພຶດຕິກຳຂອງລູກຊາຍ ເພາະປົກກະຕິແລ້ວ ລູກຊາຍບໍ່ເຄີຍວາງສາຍໃສ່ຕົວເອງກ່ອນຈັກເທື່ອ.
ເມື່ອຫາບ່ອນຈອດລົດໄດ້ແລ້ວນາຍນ້ອຍເອກກໍ່ຂັບລົດເຂົ້າໄປຈອດ ຫຼັງຈາກລົງລົດ ນາຍນ້ອຍເອກຢາກກໍ່ຟ້າວຍ່າງມາຫາຂ້ອຍ “ອາລີ້” ດ້ວຍຮອຍຍິ້ມເບົາໆກ່ອນຈະໃຊ້ມືຂວາຈັບທີ່ມືຊ້າຍຂອງຂ້ອຍແລ້ວຈູງມືຍ່າງເຂົ້າໄປໃນຕະຫຼາດເຊົ້າມໍພ້ອມກັນແບບຄົນຮັກໜຸ່ມສາວ ທຳອິດຂ້ອຍກໍ່ຕົກໃຈ ແລ ຮູ້ສຶກງຶດກັບການກະທຳຂອງນາຍນ້ອຍເອກເລັກໜ້ອຍ ຂ້ອຍພະຍາຍາມຖອດມືອອກແຕ່ກໍ່ບໍ່ສຳເລັດ ເພາະແຮງຖົກມືອອກນາຍນ້ອຍເອກກໍ່ແຮງກຳໄວ້ແໜ້ນ ຂ້ອຍເລີຍປ່ອຍຕາມນ້ຳໄປເລີຍ ອາດຈະຮູ້ສຶກອຶດອັດໃນເບື້ອງຕົ້ນເພາະບໍ່ລຶ້ງເຄີຍ ແຕ່ບໍ່ດົນກໍ່ຮູ້ສຶກດີ, ອຸ່ນໃຈ ແລະ ມີຄວາມສຸກໃຈ ຈາກສີໜ້າຕື່ນໆກໍ່ປ່ຽນເປັນສີໜ້າເບີກບານ.
ນາຍນ້ອຍເອກພາຂ້ອຍຍ່າງເຂົ້າໄປຮ້ານແຟຊັ້ນເສື້ອຜ້າຮ້ານໜື່ງໃນຕະຫຼາດ ເພື່ອເລືອກຊື້ເສື້ອຄູ່ ນາຍນ້ອຍເອກໄດ້ຫັນໜ້າມາຍິ້ມໃສ່ຂ້ອຍແລ້ວຖາມວ່າ: “ອາລີ້! ເຈົ້າຄິດວ່າຄູ່ໃດງາມ”
ຂ້ອຍ “ອາລີ້” ແປກໃຈເລັກນ້ອຍເຮັດໜ້າງົງປານໝາງົງຄົນຈ້ອງເບິ່ງໜ້ານາຍນ້ອຍເອກກ່ອນຈະຊີ້ໄປມົ້ວໆທີ່ເສື້ອຄູ່ “ຄູ່ນັ້ນງາມ” ເປັນຊຸດເສື້ອຄູ່ສີກົມລາຍຈຸດວົງມົນນ້ອຍໆ (ເສື້ອແມ່ຍິງເປັນເສື້ອຍີດຄໍມົນແຂນສັ້ນຕົວຍາວລົງມາເກືອບຮອດຫົວເຂົ່າ ສ່ວນເສື້ອຂອງຜູ້ຊາຍກໍ່ເປັນຊົງເສື້ອຍືດຄໍມົນແຂນສັ້ນປົກກະຕິ) ປະກົດວ່ານາຍນ້ອຍເອກຕົງລົງຊື້ຊຸດຄູ່ທີ່ຂ້ອຍເລືອກ ຂ້ອຍງຶດໄປອີກ ເພາະບໍ່ຄິດວ່ານາຍນ້ອຍເອກຈະຊື້ເສື້ອຄູ່ທີ່ຂ່ອຍຫ່າວຊີ້ໄປມົ້ວໆ ເມື່ອອອກຈາກຮ້ານນາຍນ້ອຍເອກມືໜຶ່ງຫິ້ວຖົງເຄື່ອງມືໜຶ່ງຈັບມືອາລີ້ໄວ້ບໍ່ໃຫ້ຫ່າງຈາກກາຍທັງສອງຍ່າງຄຽງຂ້າງກັນໄປ ນາຍນ້ອຍເອກຈະພາຂ້ອຍຂຶ້ນຂັນໄດເລື່ອນ ເພື່ອຂຶ້ນຊັ້ນສອງ ແຕ່ຂ້ອຍບໍ່ຍອມຂຶ້ນທາງຂັນໄດເລື່ອນເພາະຂ້ອຍເປັນຄົນຢ້ານຂັນໄດເລື່ອນບໍ່ຢາກຂຶ້ນຢ້ານມັນໜີບຕີນເກີດມາກໍ່ບໍ່ເຄີຍໃຊ້ຂັນໄດເລື່ອນຈັກເທື່ອ ເມື່ອເຫັນແບບນີ້ນາຍນ້ອຍເອກກໍ່ຍອມຍ່າງຂຶ້ນທາງຂັນໄດທຳມະດາທີ່ຢູ່ຂ້າງໆກັບຂັນໄດເລື່ອນໄປພ້ອມກັນກັບຂ້ອຍ.
ຮອດຊັ້ນສອງນາຍນ້ອຍເອກພາຂ້ອຍໄປແວ່ທີ່ຮ້ານຊື້-ຂາຍເງິນຄຳ ເພື່ອໄປເລືອກຊື້ແຫວນ ຂ້ອຍເອງກໍ່ບໍ່ໄດ້ແປກໃຈຫຍັງຫຼາຍ ເພາະຄິດວ່າມັນຄົງເປັນເລື່ອງທຳມະດາຂອງເສດຖີທີ່ເຂົາຈະມາເລາະຊື້ເຄື່ອງເງິນຄຳ ແຕ່ລະວົງ ແຕ່ລະເສັ້ນທັງສາຍຄໍ, ທັງແຫວນ, ປະລັກແຂນ, ສາຍແອວ, ຕຸ້ມຫູ, ເຂັມຂັດ…ທີ່ເຂົາຈັດໄວ້ໃນຕູ້ມີແຕ່ອັນງາມໆ ແຫວນກໍ່ມີແຕ່ວົງນ້ອຍໃຫຍ່ ຂ້ອຍກໍ່ເບິ່ງໆນາຍນ້ອຍເອກເລືອກ ແຕ່ບໍ່ເຫັນນາຍນ້ອຍເອກຊື້ມີແຕ່ນາຍນ້ອຍເອກໃຫ້ຂ້ອຍລອງສວມແຫວນທີ່ນິ້ວກາງແລ້ວກໍ່ຖອດໃຫ້ເຈົ້າຂອງຮ້ານໄປ ແລ້ວກໍ່ເຫັນນາຍນ້ອຍເອກສັ່ງເທົ່ານັ້ນ ຂ້ອຍກໍ່ບໍ່ໄດ້ຄິດຫຍັງສັບຊ້ອນ ເພາະນາຍນ້ອຍເອກຄົງຈະມາສັ່ງແຫວນໃຫ້ຄົນພິເສດ ເຊິ່ງຄົນນັ້ນອາດຈະມີນິ້ວມື້ຂະໜາດເທົ່າກັບເຮົາ ແຕ່ກໍ່ຢ່ກຮູ້ວ່າເປັນສາວຄົນໃດທີ່ໂຊກດີໄດ້ກາຍເປັນເຈົ້າຂອງແຫວນວົງນັ້ນ ເມື່ອຄິດເຖິງເລື່ອງນີ້ມາຂ້ອຍກໍ່ເສົ້າໃຈຢູ່ເລິກໆ ກ່ອນຈະຍ່າງອອກຈາກຮ້ານແຫວນ.
ອອກມາຈາກຮ້ານແຫວນ ນາຍນ້ອຍເອກໄດ້ຖາມຂ້ອຍວ່າ: “ອາລີ້! ໄປເບິ່ງຮູບເງົານຳກັນບໍ່” ແຕ່ຂ້ອຍຍັງບໍ່ທັນໄດ້ຕອບສຽງທ້ອງຂ້ອຍກໍ່ຮ້ອງ ຈ໊ອກ…ຈ໊ອກ! ຕອນນັ້ນຂ້ອຍຮູ້ສຶກອາຍພໍຢາກແຊກແຜ່ນດິນໜີ ເມື່ອແມ່ທ້ອງໂຕທີແປດຂອງຂ້ອຍມັນບໍ່ໄວ້ໜ້າຂ້ອຍເລີຍ ສິ່ງທີ່ຂ້ອຍເຮັດໄດ້ຕອນນັ້ນຄືມິດແລ້ວຍິ້ມແຫ້ງໆໃສ່ນາຍນ້ອຍເອກ ນາຍນ້ອຍເອກຍິ້ມມຸມປາກເລັກນ້ອຍກ່ອນເວົ້າວ່າ: “ຂ້ອຍຮູ້ແລ້ວວ່າຕອນນີ້ຕ້ອງພາເຈົ້າໄປທາງໃດກ່ອນ”
ອອກຈາກຕະຫຼາດເຊົ້າມານາຍນ້ອຍເອກກໍ່ພາຂ້ອຍໄປແວ່ຮ້ານອາຫານຕາມສັ່ງແຖວສີຫອມ ພວກເຮົາທັງສອງໄດ້ສັ່ງອາຫານມາກິນນຳກັນ ໃນເວລາກິນຂ້ອຍແລະນາຍນ້ອຍໄດ້ສົນທະນາກັນ ໂດຍນາຍນ້ອຍເອກເປັນຝ່າຍເປີດສາກຖາມຂ້ອຍກ່ອນ
ນາຍນ້ອຍເອກ: “ອາລີ້! ຂໍໂທດເດີ້ຕອນນີ້ເຈົ້າອາຍຸຈັກປີແລ້ວ ແລະ ຮຽນຈົບຫ້ອງໃດ”
ອາລີ້ ຕອບໄປຕົງໆແບບບໍ່ເຂີນອາຍວ່າ: “ຂະນ້ອຍອາຍຸໄດ້ 18 ປີພໍດີ, ຮຽນຈົບແຕ່ ມໍ 6”
ນາຍນ້ອຍເອກໄດ້ຍິນອາຍຸຂອງອາລີ້ແລ້ວກໍ່ອຶ້ງເລັກນ້ອຍ ເພາະອາຍຸຫ່າງຈາກຕົວເອງຕັ້ງ 6 ປີ ແຕ່ບໍ່ເປັນຫຍັງສຳລັບຜູ້ຊາຍມີອາຍຸຫ່າງຈາກຜູ້ຍິງພຽງ 6 ປີ ກໍ່ຖືວ່າຍັງໄດ້ຢູ່ ແຕ່ກໍ່ຍັງຄາໃຈເລື່ອງການສຶກສາຈິ່ງຖາມຕໍ່ໄປວ່າ: “ອາລີ້! ເວລາຢູ່ກັບຂ້ອຍສອງຕໍ່ສອງບໍ່ໃຊ້ຄຳແທນຕົວເອງວ່າ ຂະນ້ອຍ ຫຼື ນາຍນ້ອຍເອກກໍ່ໄດ້ ໃຫ້ເອີ້ນຂ້ອຍວ່າອ້າຍເອກ ແລະ ໃຊ້ຄຳແທນຕົວເອງວ່າ ຂ້ອຍ ກໍ່ພໍແລ້ວ! ເຂົ້າໃຈ, ອື່! ເຈົ້າວ່າເຈົ້າຮຽນຈົບ ມ 6 ແລະ ເຈົ້າຄິດຢາກຮຽນຕໍ່ບໍ່”
ອາລີ້ຕອບໄປຕົງໆເລີຍວ່າ: “ຂະນ້ອຍ! ອຸ້ຍ! ຂ້ອຍຄິດແນ່ນອນ! ຂ້ອຍຄິດວ່າປະມານເດືອນ 7-8 ນີ້ຈະຂໍລາອອກຈາກເຮືອນຂອງນາຍນ້ອຍເອກ! ອຸ້ຍ! ອ້າຍເອກ ແລ້ວໄປຊອກວຽກໃໝ່ບ່ອນທີ່ມັນມີເວລາໄດ້ໄປຮຽນພ້ອມ”
ນາຍນ້ອຍເອກເມື່ອໄດ້ຍິນອາລີ້ເວົ້າແບບນັ້ນກໍ່ມີສີໜ້າແວວຕາເສົ້າຂຶ້ນມາທັນທີ ແລະ ກໍ່ຢູ່ໃນທ່ານິ້ງງຽບບໍ່ປາກບໍ່ເວົ້າຫຍັງໄປພັກໃຫຍ່ກ່ອນຈະເວົ້າອອກມາວ່າ: “ອາລີ້! ອອກຈາກນີ້ໄປແລ້ວໄປເຮົາເບິ່ງຮູບເງົາຕໍ່ເນາະ”
ໄດ້ຍິນນາຍນ້ອຍຊວນໄປເບິ່ງຮູບເງົາກໍ່ຮູ້ສຶກດີໃຈຢູ່ ແຕ່ອີກໃຈໜຶ່ງກໍ່ຮູ້ສຶກເສຍດາຍທີ່ຕ້ອງໄດ້ກ່າວປະຕິເສດອອກໄປວ່າ: “ອ້າຍເອກ! ຂອບໃຈສຳລັບຄຳຊວນແຕ່ຂ້ອຍຄືສິໄປເບິ່ງນຳອ້າຍບໍ່ໄດ້ດອກ ເພາະຂ້ອຍຍັງມີວຽກງານຫຼາຍທີ່ຍັງຄ້າງຄາຢູ່! ຫວັງວ່າອ້າຍເອກຄົງເຂົ້າໃຈໃນສະຖານະພາບຂອງນ້ອງ”
ໂຊກດີທີ່ນາຍນ້ອຍເອກເຂົ້າໃຈຄວາມໝາຍທີ່ຂ້ອຍເວົ້າ ຈິ່ງບໍ່ໄດ້ບັງຄັບໃຫ້ຂ້ອຍໄປເບິ່ງຮູບເງົານຳ ເມື່ອກິນເຂົ້າແລ້ວ ພວກເຮົາກໍ່ອອກຈາກຮ້ານ ແລ້ວນາຍນ້ອຍເອກກໍ່ພາຂ້ອຍໄປກັບເຮືອນທັນທີ.
ຢຸ້ຍ ວ່າທີ່ເມຍໃນອານາຄົດຂອງນາຍນ້ອຍເອກນັ່ງລໍຖ້ານາຍນ້ອຍເອກດ້ວຍໃຈຈົດຈໍ່, ຮ້ອນຮົນແຕ່ກໍ່ຈຳເປັນຕ້ອງເກັບອາລົມງຸດງິດໄວ້ຂ້າງໃນໃຈ ທີ່ສວນດອກໄມ້ໜ້າບ້ານ ສາຍຕາແນມໄປທີ່ໜ້າປະຕູຮົ້ວເປັນໄລຍະໄລຍະຄອງວ່າເມື່ອໃດນາຍນ້ອຍຈະມາ ແລ້ວໃນທີ່ສຸດກໍ່ສົມຫວັງດັ່ງໃຈເມື່ອລົດເກັງສີຂາວຄັນງາມຂັບເຂົ້າມາໃນທີ່ປະຕູຮົ້ວຂອງບ້ານນັ້ນກໍ່ຄືລົດຂອງນາຍນ້ອຍເອກ ຢຸ້ຍຟ້າວລຸກ ແລະ ຍ່າງມຸ່ງໜ້າໄປຫານາຍນ້ອຍເອກທີ່ບ່ອນຈອດລົດທັນທີດ້ວຍສີໜ້າຍິ້ມແຍ້ມ ແຕ່ພໍຍ່າງເຂົ້າໄປໃກ້ໆ ກັບຕ້ອນສະເທືອນໃຈອຶ້ງໄປພັກໜຶ່ງ ເມື່ອເຫັນຍິງສາວໃສ່ເສື້ອສີຂາວໂສ້ງຢືນຂາຍາວຮູບຮ່າງສູງພຽວໜ້າຕາສວຍງາມລົງມາຈາກລົດພ້ອມນາຍນ້ອຍເອກ ເວລານັ້ນຫົວໃຈຂອງຢຸ້ຍລຸກເປັນໄຟ ຢາກຍ່າງເຂົ້າໄປກະຊາກດຶງຕົວຜູ້ຍິງຄົນນັ້ນອອກໄກໆຈາກນາຍນ້ອຍເອກ ແລະລົດນັ້ນ ແຕ່ກໍ່ຕ້ອງອົດທົນຕີໜ້າສື່ແກ້ງຍິ້ມສົດໃສກົບເກື່ອນຄວາມມືດດຳໃນຈິດໃຈເອົາໄວ້ແລ້ວຍ່າງເຊີດໜ້າເຂົ້າໄປຫານາຍນ້ອຍເອກແລ້ວກ່າວດ້ວຍຮອຍຍິ້ມວ່າ: “ອ້າຍເອກ! ໄປທາງນອກມາເມື່ອຍບໍ່” ນາຍນ້ອຍເອກມິດງຽບບໍ່ຕອບກັບແລະຍັງເຮັດໜ້າເມີນເຊີຍໃສ່, ຢຸ້ຍ ຈິ່ງປ່ຽນຫັນມາເບິ່ງຍິງສາວທີ່ຢືນຢູ່ຕໍ່ແລ້ວເສແສ້ງຍິ້ມໃສ່ກ່ອນຖາມໄປວ່າ: “ຂ້ອຍຊື່ຢຸ້ຍ! ບໍ່ຊາບວ່າເຈົ້າແມ່ນ…..?”
ອ່ານຄືນຍ້ອນຫຼັງຕອນທີ 9 ທີ່ລິ້ງນີ້: https://www.laopost.com/2017/03/27/87626