Homeຂ່າວຕ່າງປະເທດນັກວິທະຍາສາດ ຄົ້ນພົບຮອຍຕີນໄດໂນເສົາທີ່ໃຫຍ່ທີ່ສຸດໃນໂລກ

ນັກວິທະຍາສາດ ຄົ້ນພົບຮອຍຕີນໄດໂນເສົາທີ່ໃຫຍ່ທີ່ສຸດໃນໂລກ

Published on

ຊີເອັນເອັນລາຍງານເມື່ອວັນທີ 28 ມີນາ 2017 ຜ່ານມາວ່າ ນັກວິທະຍາສາດ ໄດ້ຄົ້ນພົບຮອຍຕີນໄດໂນເສົາ ຮອຍໃຫຍ່ທີ່ສຸດໃນໂລກ ຢູ່ບໍລິເວນຝັ່ງທາງຕາເວັນຕົກສ່ຽງເໜືອຂອງປະເທດອອສເຕຣເລລຍ ເຊິ່ງຮອຍຕີນໄດໂນເສົາດັ່ງກ່າວມີຂະໜາດ 5 ຟຸດ 9 ນິ້ວ ຫຼືປະມານ 1.75 ແມັດ

ຮ່ອງຮອຍດັ່ງກ່າວ ເປັນຂອງພວກຊໍໂຣພອດ ຫຼືໄດໂນເສົາກິນພືດຄໍຍາວ ເຊິ່ງຂະນະທີ່ຮອຍຕີນຂະໜາດໃຫຍ່ທີ່ສຸດທີ່ເຄີຍບັນທຶກໄດ້ຄື ຂະໜາດ 1.15 ແມັດ ເຊິ່ງພົບທີ່ໂບລິເວຍ ໃນເດືອນກໍລະກົດປີຜ່ານມາ ເຊິ່ງສັນນິຖານວ່າເປັນຮອຍໄດ້ໂນເສົາກິນຊີ້ນ

ທ່ານສະຕີຟ ຊາລິສເບີຣີ ຫົວໜ້າທີມງານວິໄຈ ແລະເປັນສາສະດາຈານ ວິທະຍາໄລຄວີນສແລນ ເວົ້າວ່າ “ນີ້ເປັນຮອຍຕີນໄດໂນເສາ ຮອຍໃຫຍ່ຢ່າງບໍ່ຕ້ອງສົງໄສ” ເຊິ່ງບໍ່ເຄີຍມີຮອຍໄດ້ມີຄວາມຍາວເທົ່ານີ້ເລີຍ

ທາງດ້ານມະຫາວິທະຍາໄລຄວີນສແລນ ໄດ້ເວົ້າໃນການຖະແຫຼງຂ່າວວ່າ ມີການຄົ້ນພົບຮອຍຕີນໄດໂນເສົາເຖິງ 21​ຊະນິດ ແລະຈາກການກວດສອບຮ່ອງຮອຍເທິງຫີນ ພົບວ່າບາງອັນມີອາຍຸຫຼາຍເຖິງ 140 ລ້ານປີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...