Homeຂ່າວຕ່າງປະເທດອັງກິດກຽມຍົກເລີກ ເງິນໃບ 5 ປອນແບບເກົ່າ ໃນເດືອນພຶດສະພານີ້

ອັງກິດກຽມຍົກເລີກ ເງິນໃບ 5 ປອນແບບເກົ່າ ໃນເດືອນພຶດສະພານີ້

Published on

ເວັບໄຊເມໂທຣ ລາຍງານເມື່ອວັນທີ 27 ມີນາ 2017 ຜ່ານມາວ່າ ທະນາຄານກາງອັງກິດ ກຽມຍົກເລີກການໃຊ້ງານເງິນໃບ 5 ປອນແບບເກົ່າ ໃນວັນທີ 5 ພຶດສະພານີ້

ການຖະແຫຼງຂ່າວ ຂອງທະນາຄານອັງກິດບອກວ່າ ເງິນໃບ 5 ປອນແບບເກົ່າ ຈະສາມາດໃຊ້ຊຳລະໜີ້ ຕາມກົດໝາຍໄດ້ຈົນເຖິງວັນທີ 5 ພຶດສະພາ 2017 ນີ້, ທະນາຄານອັງກິດ ຈະປ່ຽນເງິນດັ່ງກ່າວທີ່ເປັນເຈ້ຍ ໄປໃຊ້ເງິນແບບໃໝ່ທີ່ຜະລິດຈາກໂພລີເມີທີ່ສະອາດ ປອດໄພ ແລະທົນທານຫຼາຍກວ່າ ເຊິ່ງຈະເພີ່ມການປ້ອງກັນການປອມແປງ ແລະເພີ່ມຄຸນນະພາບຂອງເງິນ ທີ່ໝູນວຽນໃນຕະຫຼາດ, ເຊິ່ງທະນາຄານອັງກິດເຄີຍປະກາດໃນເດືອນມັງກອນ 2017 ຜ່ານມາວ່າ ເງິນແບບໃໝ່ຈະທົດແທນ ເງິນແບບເກົ່າ ທີ່ໝູນວຽນໃນຕະຫຼາດໄດ້ເຄິ່ງໜຶ່ງ

ທັງນີ້ ທະນາຄານອັງກິດຕຽມປ່ອຍເງິນໂພລີເມີ ໃບ 10 ປອນແບບໃໝ່ ໃນເດືອນກັນຍານີ້, ໃນຂະນະທີ່ໃບ 20 ປອນແບບໃໝ່ ກຽມອອກສູ່ຕະຫຼາດກ່ອນປີ 2020, ສ່ວນຫຼຽນ 1 ປອນແບບໃໝ່ ກຽມອອກໃນວັນທີ 28 ມີນານີ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...