Homeຂ່າວຕ່າງປະເທດຈີນສ້າງລົດໄຟ ສາມາດແລ່ນຜ່ານຕຶກສູງ 19 ຊັ້ນ (ມີຄລິບ)

ຈີນສ້າງລົດໄຟ ສາມາດແລ່ນຜ່ານຕຶກສູງ 19 ຊັ້ນ (ມີຄລິບ)

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ມີນາ 2017 ຜ່ານມາວ່າ ອາພາດເມັ້ນແຫ່ງໜຶ່ງໃນປະເທດຈີນ ທີ່ສ້າງຂຶ້ນໂດຍມີລົດໄຟແລ່ນຜ່ານຕຶກໄປ ເຊິ່ງບໍ່ພຽງແຕ່ແລ່ນຜ່ານຕຶກ 19 ຊັ້ນເທົ່ານັ້ນ (ກິນພື້ນທີ່ຊັ້ນ 6-8 ຂອງຕຶກ) ລົດໄຟຍັງມີສະຖານີຈອດພາຍໃນຕຶກອີກດ້ວຍ

ເມືອງສົງຊິ່ງ ຕັ້ງຢູ່ພາກຕາເວັນອອກສ່ຽງໃຕ້ຂອງປະເທດຈີນ ມີປະຊາກອນອາໄສຢູ່ປະມານ 49 ລ້ານຄົນ, ດັ່ງນັ້ນການກໍ່ສ້າງສະຖາປັດຕະຍະກຳ ແລະການວາງຜັງເມືອງ ຈຶ່ງຕ້ອງອາໄສຄວາມຄິດສ້າງສັນ ເພື່ອວາງລະບົບການຂົນສົ່ງ ແລະທີ່ຢູ່ອາໄສໃຫ້ປະສານກັນໄດ້

ໃນບໍລິເວນຊັ້ນ 6-7 ຂອງສະຖານີລົດໄຟ ຈະມີວັດຖຸພິເສດ ສາມາດເກັບສຽງດັງຂອງລົດໄດ້ ເພື່ອຫຼຸດຜ່ອນສຽງລົບກວນ ຜູ້ທີ່ຢູ່ພາຍໃນຕຶກ

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...