spot_img
Homeຂ່າວເຫດການພິທີມອບຮັບ ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ໄທ ໄລຍະ II

ພິທີມອບຮັບ ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ໄທ ໄລຍະ II

Published on

ໃນວັນທີ 23 ມີນາ 2017 ຜ່ານມາ ທີ່ບ້ານດົງໂພສີ ໄດ້ມີພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງໂຄງການ​ກໍ່ສ້າງ​ທາງ​ລົດໄຟເຊື່ອມ​ຕໍ່​ລາວ-ໄທ ໄລຍະ II (ຕອນ​ທີ 1) ຢ່າງເປັນທາງການ ເຊິ່ງຕັ້ງ​ຢູ່​ບ້ານ​ດົງ​ໂພ​ສີ ເມືອງ​ຫາດ​ຊາຍ​ຟອງ ແລະ ບ້ານ​ນາ​ຄວາຍ​ໃຕ້-ບ້ານ​ຄຳ​ສະຫວາດ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງຈັນ ​ໂດຍມີທ່ານ ລັດຕະນະມະນີ ຄູນ​ນີ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ແລະຂົນສົ່ງ, ທ່ານ ນົບ​ພະດົນ ເທບ​ພິ​ທັກ ເອກ​ອັກຄະລາຊະທູດ​ໄທ ປະຈຳ​ລາວ, ທ່ານ ເນ​ວິນ ສິນ​ສິ​ຣິ ປະທານ​ອົງການ NEDA ພ້ອມດ້ວຍ​ພະນັກງານ-ວິຊາ​ການສອງ​ຝ່າຍ​ເຂົ້າ​ຮ່ວມ.

ສຳລັບ​ໂຄງການ​ດັ່ງກ່າວ​ ໄດ້​ຈັດ​ຕັ້ງ​ປະຕິບັດແຕ່​ປີ 2013 ເປັນຕົ້ນ​ມາ ​ແລະ ​ໄດ້​ສໍາ​ເລັດ​ໃນ​ທ້າຍ​ເດືອນ​ກັນຍາ 2015 ​ໃຊ້​​ເວລາ​ການ​ກໍ່ສ້າງ 24 ​ເດືອນ ໂດຍ​ແມ່ນ​ບໍລິສັດ​ເສີມ​ສະຫງວນ​ກໍ່ສ້າງ​ ຈໍາກັດ​ ຂອງ​ໄທ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ ດ້ວຍ​ມູນ​ຄ່າ 656 ລ້ານ​ກວ່າ​ບາດ ຫຼື ປະມານ 150 ຕື້​ກີບ ເຊິ່ງ​ໄດ້ຮັບ​ທຶນ​ສະໜັບສະໜູນ​ຈາກ ​ອົງການ​ຮ່ວມ​ມື​ພັດທະນາ​ເສດ​ຖະກິດ​ ກັບ​ປະເທດ​ເພື່ອນ​ບ້ານ (NEDA) ປະເທດ​ໄທ  ໃນ​ນັ້ນເປັນ​ເງິນ​ຊ່ວຍເຫຼືອລ້າ 30% ແລະເງິນ​ກູ້​ຢືມ​ດອກເບ້ຍ​ຕ່ຳ 70%.

ສຳລັບໜ້າວຽກປະກອບມີ 4 ໜ້າ​ວຽກ​ໃຫຍ່​ຄື: ກໍ່ສ້າງ​ທາງ​ລົດໄຟ​ປະກອບ​ມີ​ລະບົບ​ລາງ​ຫຼີກ​ຢູ່​ສະຖານີ​ທ່າ​ນາ​ແລ້ງ ລວມ​ທັງ​ຂະຫຍາຍ​ລາງ​ລົດໄຟ ເຖິງ​ເດີ່ນ​ເກັບ​ມ້ຽນ​ຕູ້​ສິນຄ້າ ປັບປຸງ​ຍົກ​ລະດັບ​ລະບົບ​ສັນຍານ ແລະ ໂທລະ​ຄົມມະນາຄົມ​ຢູ່​ສະຖາ​ນີ​ທ່າ​ນາ​ແລ້ງ ​ປ່ຽນ​ຈາກລະບົບ​ທຳ​ມະ​ດາ​ເປັນ​ລະບົບ​ຄວບຄຸມ​ດ້ວຍ​ຄອມ​ພິວ​ເຕີ ປັບປຸງ​ລະບົບ​ເດີ່ນ​ເກັບ​ມ້ຽນ​ຕູ້​ສິນຄ້າ ລວມເນື້ອທີ່ 38.000 ຕາ​ແມັດ ແລະ ກໍ່ສ້າງ​ອາຄານ 2 ຊັ້ນ​ຫ້ອງການກົມ​ທາງ​ລົດໄຟ ພ້ອມ​ດ້ວຍ​ເຮືອນພັກ​ພະນັກງານ​ຢູ່​ບ້ານ​ຄຳ​ສະຫວາດ.

ສຳລັບ​ໂຄງການ​ກໍ່ສ້າງ​ທາງລົດໄຟ​ເຊື່ອມ​ຕໍ່​ລາວ-ໄທ ໄລຍະ II (ຕອນ​ທີ 2) ຄາດ​ວ່າຈະ​ໄດ້​ເລີ່ມຈັດ​ຕັ້ງ​ປະຕິບັດ ໃນ​ທ້າຍ​ປີ 2017 ​ແລະ ​ໃຫ້​ສໍາ​ເລັດ​ໃນ​ໄຕມາດ​ໜຶ່ງ  ​ປີ 2020 ໃນ​ມູນ​ຄ່າ 997,4 ລ້ານ​ບາດ ເຊິ່ງ​ໜ້າ​ວຽກ​ປະກອບ​ມີ​ຂະຫຍາຍ​ທາງ​ລົດໄຟ​ຈາກ​ສະຖານີ​ທ່າ​ນາແລ້ງ​ ເຖິງ​ສະຖານີ​ວຽງ​ຈັນ​ທີ່​ຕັ້ງ​ຢູ່ບ້ານ​ຄຳ​ສະຫວາດ ມີ​ຄວາມ​ຍາວ 7,5 ກິໂລແມັດ ພ້ອມ​ດ້ວຍ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຄົບ​ຊຸດ​ຕື່ມອີກ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...