spot_img
Homeຂ່າວທ້ອງຖິ່ນສາລາຮັບແຂກວັດໄຫຫີນມີໄຊຍະລາມ ແຂວງຊຽງຂວາງສ້າງສຳເລັດແລ້ວ

ສາລາຮັບແຂກວັດໄຫຫີນມີໄຊຍະລາມ ແຂວງຊຽງຂວາງສ້າງສຳເລັດແລ້ວ

Published on

ພິທີມອບ-ຮັບສາລາຮັບແຂກ ວັດໄຫຫີນມີໄຊຍະລາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ມີນາ 2017 ນີ້ ທີ່ວັດໄຫຫີນມີໄຊຍະລາມ ເມືອງແປກ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງ ພະອາຈານມະຫາ ຄຳມາ ປັນຍາວິຈິດ ຮອງປະທານອົງການ ພຸດທະສາສະໜາສຳພັນລາວ,  ທ່ານສາດສະດາຈານ ປອ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆຊຽງຂວາງ, ທ່ານ  ຫງວຽນ ດັກ ກວີ່ງ ຮອງ ເລຂາພັກຜູ້ປະຈຳການແຂວງເຊີນລາ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ຫົວໜ້າພະແນກການກົມກອງອ້ອມຂ້າງອົງການຈັດຕັ້ງຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເທສະບານໂພນສະຫັວນເຂົ້າຮ່ວມ

ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ຕຸລາ 2016  ຮັບເໝົາກໍ່ສ້າງໂດຍບໍລິສັດຟຸກຟາດດາດຈຳກັດ ໂດຍການຊ່ວຍເຫຼືອລ້າຈາກແຂວງເຊີນລາ ສສ ຫວຽດນາມ ມູນຄ່າ 5 ຕື້ດົ່ງ ໃຫ້ກຽດມອບໂດຍທ່ານ ຫງວຽນ ດັກ  ກວີ່ງ ຮອງເລຂາພັກ ຜູ້ປະຈຳການແຂວງເຊີນລາ ແລະຮັບໂດຍພະອາຈານ ວັນສົມ ພຸດດາ ວົງ ປະທານອົງການພຸດທະສາ ສະໜາສຳພັນລາວແຂວງຊຽງຂວາງ, ແຕ່ກ່ອນປີ 1964 ສະຖານທີ່ວັດແຫ່ງນີ້ ມີວັດສີອ່າງຕັ້ງຢູ່,  ເຊິ່ງເປັນວັດທີ່ໃຫຍ່ມີຊື່ສຽງ   ແລະ ສັກສິດທີ່ຊາວຊຽງຂວາງ ເຄີຍເຄົາລົບບູຊາມາແຕ່ດົນນານ,  ແຕ່ເມື່ອປາງສົງຄາມ ຖືກສົງຄາມທຳລາຍຢ່າງໝົດກ້ຽງຍັງເຫຼືອໄວ້ແຕ່ຮ່ອງຮອຍ ຂອງວັດເທົ່ານັ້ນ, ຍ້ອນເຫັນໄດ້ ເຖິງຄວາມສຳຄັນທາງດ້ານວັດທະນະທຳອັນດີງາມ ທີ່ປະຊາຊົນເຄີຍເຄົາລົບນັບຖືການນຳແຂວງຊຽງຂວາງ ຈິ່ງໄດ້ປຶກສາກັບເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ,  ອົງການພຸດທະສາສະໜາສຳພັນລາວ ແລະ ຜູ້ທີ່ມີຈິດໃຈເຫຼື້ອມ ໃສສັດທາທັງຫຼາຍກໍ່ສ້າງວັດໄຫຫີນມີໄຊຍະລາມນີ້ຂຶ້ນໃໝ່ ແທນວັດສີອ່າງທີ່ຖືກສົງຄາມທຳລາຍໃນປາງສົງຄາມ.

ແຫຼ່ງຂ່າວ: ໜັງສືພິມ ກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...