ຕອນທີ 4 ຄືນທີ່ຈັນເປັນໃຈ
ນອກຈາກວຽກເຮືອນຢ່າງອະນາໄມເຮືອນຊານ, ລ້າງຖ້ວຍ, ຊັກເຄື່ອງ, ລີດເຄື່ອງ, ຊ່ວຍເອື້ອຍສອນເຮັດຂອງກິນ, ເກືອໝາ ແລະ ຄອຍຮັບໃຊ້ເຈົ້ານາຍແລ້ວ ຍັງມີວຽກປະຈຳອີກ 1 ຢ່າງທີ່ຂ້ອຍຕ້ອງເຮັດເປັນປະຈຳມື້ລະ 1 ເທື່ອໃນເຊົ້າ ນັ້ນກໍ່ຄື ການນຳເອົາເສດອາຫານໄປໃຫ້ໝາ, ແມວທີ່ຢູ່ບໍລິເວນນອກເຮືອນ
ຫຼັງຈາກຂ້ອຍເກືອໝາ 2 ໂຕຄື: ລູຊີ້ ໝາພັນຟຸດເດຣິນທອຍສີຂາວນ້ອຍໜ້າຮັກເພດເມຍ ກັບ ເຈົ້າຈຳໂບ້ ໝາພັນຟຸດເດຣິນທອຍສີຂາວເພດຜູ້ແລ້ວໆ ຂ້ອຍກໍ່ເອົາຖົງກະດູກທີ່ກຽມໄວ້ຫິ້ວອອກໄປນອກເຮືອນ ເມື່ອຍ່າງຮອດໜ້າປະຕູບ້ານຂ້ອຍກໍ່ແວະທັກທາຍລຸງ ລປພ ເຝົ້າຍາມປະຕູຮົ້ວເລັກໜ້ອຍ
ອາລີ້: “ລຸງສົມ ສະບາຍດີຕອນເຊົ້າ”
ລູງສົມ ຕອບກັບດ້ວຍສີໜ້າຍິ້ມແຍ້ມ “ເອີ້…ເອົາອາຫານໄປເກືອນ້ອງຄືເກົ່າຫວະ”
ອາລີ້ ມີສີໜ້າເບີກບານຕອບກັບລຸງສົມໄປວ່າ “ໂດຍ ຄືເກົ່າ”
ຂ້ອຍມີຄວາມຮູ້ສຶກເບີກບານໃຈທຸກຄັ້ງທີ່ໄດ້ເອົາເສດອາຫານເຊັ່ນພວກກະດູກ, ກ້າງປາ ມາໃຫ້ພວກເຈົ້າຕູບທີ່ນອກເຮືອນໄດ້ກິນ ເຖິງມັນບໍ່ແມ່ນເສດອາຫານທີ່ຫຼວງຫຼາຍແຕ່ກໍ່ ແຕ່ມັນກໍ່ເປັນຄວາມສຸກຂອງຂ້ອຍທີ່ໄດ້ແບ່ງປັນໃຫ້ສັດທີ່ອາໃສຢູ່ຮ່ວມໂລກໜ່ວຍນີ້ ເມື່ອກ່ອນມີພຽງໝາ 1-2 ຕົວທີ່ມາຄອຍກິນເສດອາຫານກັບຂ້ອຍ ແຕ່ປັດຈຸບັນນີ້ຈຳນວນໝາທີ່ມາເຝົ້າກິນເສດອາຫານເພີ່ມຂຶ້ນເປັນ 5-6 ໂຕແລ້ວ ຖ້າຫາກມາຫຼາຍກວ່ານີ້ຮັບຮອງວ່າເສດອາຫານຄົງບໍ່ພໍກິນແນ່ນອນ ຄົງຕ້ອງໄດ້ປັນກັນກິນໂຕລະໜ້ອຍ, ກ່ອນທີ່ຂ້ອຍຈະຖອກອາຫານລົງພື້ນ ຂ້ອຍຕ້ອງເອົາຜ້າຢາງທີ່ຂ້ອຍກຽມມາປູພື້ນໃຫ້ພວກກ່ອນ ເພື່ອຄວາມສະອາດ ແລ້ວກໍ່ຢາຍເສດອາຫານເປັນຈຸດໆ ໝາກໍ່ພາກັນມາຫຸ້ມກິນເສດອາຫານບາງໂຕກໍ່ສຽງຄາງໃສ່ກັນແບບລັກສະນະໝາຫວງກະດູກ ຂ້ອຍຕ້ອງໄດ້ຢືນເຝົ້າຄອຍຫ້າມພວກມັນ ເພາະຖ້າປ່ອຍໄວ້ໃຫ້ພວກມັນກິນກັນເອງຮັບຮອງວ່າມັນຕ້ອງກັດກັນບາດເຈັບໄປຂ້າງໜຶ່ງແນ່ນອນ ໃນຂະນະທີ່ຂ້ອຍກຳລັງຢືນເຝົ້າບັນດາເຈົ້າຕູບ ເພື່ອນສັດໂລກຕົວນ້ອຍຂອງຂ້ອຍກິນເສດກະດູກຢູ່ນັ້ນ ຂ້ອຍກໍ່ເຫັນລົດເກັງຄັນສີຂາວ ຢີຫໍ້ Camry ຂັບອອກມາຈາກເຮືອນເຈົ້ານາຍຂັບກາຍຂ້ອຍໄປ ໃນເວລານັ້ນຂ້ອຍຮູ້ສຶກໃຈຫວິວໆ ສະດຸ້ງຄິດໃນໃຈວ່າ
“ເຮົາອາຫານເສດມາເກືອໝາພວກນີ້ຫວັງວ່າ ເຈົ້ານາຍຄົງຈະບໍ່ເຂົ້າໃຈຜິດວ່າຂ້ອຍລັກເອົາອາຫານດີມາເກືອໝາຕິເນາະ! ແຕ່ຖ້າພວກເພິ່ນຄິດແບບນັ້ນ…ເຮົາຕ້ອງຊວຍແທ້ໆລະ”
ການເອົາອາຫານໄປເກືອໝານອກເຮືອນເທື່ອນີ້ຂ້ອຍຮູ້ສຶກວຸ້ນວາຍໃນໃຈເຕີບໜຶ່ງ ແຕ່ຂ້ອຍກໍ່ຄິດວ່າການເຮັດດີກໍ່ຕ້ອງໄດ້ດີ ຟ້າຍ່ອມມີຕາ ຂ້ອຍຍ່າງໜ້າບຶ້ງເຂົ້າໄປຫາເອື້ອຍສອນທີ່ຫ້ອງຊັກເຄື່ອງ ເມື່ອເອື້ອຍສອນເຫັນໜ້າອັນບູດບຶ້ງຂອງຂ້ອຍກໍ່ເອີ່ຍຖາມດ້ວຍຄວາມສົງໃສວ່າ
ເອື້ອຍສອນ “ເຮັດໜ້າກຸ້ມໃຈບູດບຶ້ງແບບນີ້! ເປັນຫຍັງ ໝາບໍ່ມາກິນດູກນຳຫວ໋ະມື້ນີ້”
ອາລີ້ ຖອນຫາຍໃຈເຫືອກໜຶ່ງກ່ອນຕອບກັບເອື້ອຍສອນໄປວ່າ: ”ເລື່ອງມາມັນກໍ່ມາຄືເກົ່າຫັ້ນລະ! ແຕ່ມື້ນີ້ຕອນທີ່ຂ້ອຍເກືອໝາຢູ່ທາງນອກ ເຫັນລົດໃນເຮືອນນີ້ຂັບຜ່ານຂ້ອຍໄປຕອນທີ່ເກືອໝາພໍດີ ຂ້ອຍຢ້ານເຈົ້ານາຍຈະຄິດວ່າຂ້ອຍລັກເອົາອາຫານດີໄປເກືອໝາທາງນອກ ແລະ ຢ້ານເພິ່ນເອີ້ນໄປຕຳນິ”
ເອື້ອຍສອນແນມເບິ່ງໜ້າຂ້ອຍແລ້ວຂະເມັ່ນຄິ້ວທັງສອງຂ້າງເຂົ້າຫາກັນເລັກນ້ອຍ ນິ້ງໄປພັກໜຶ່ງກໍ່ເວົ້າຄຳທີ່ເຮັດໃຫ້ຂ້ອຍສະບາຍໃຈຂຶ້ນມາວ່າ “ເດັກນ້ອຍເອີ້ຍ! ຫົວໜ້າເພິ່ນເປັນຄົນໃຈດີ ເພິ່ນບໍ່ສົນໃຈເລື່ອງເລັກໆນ້ອຍໆແບບນີ້ດອກ! ແຕ່ຖ້າເພິ່ນຖາມແທ້ໆ ເຮົາກໍ່ພຽງຕອບຄວາມຈິງກັບເພິ່ນໄປ ກໍ່ພໍແລ້ວ! ຢ່າຄິດຫຍັງຫຼາຍ”
ທີ່ເອື້ອຍສອນເວົ້າກໍ່ມີເຫດຜົນ ແລະ ເຮັດໃຫ້ຂ້ອຍເບົາໃຈຂຶ້ນໄດ້ຫຼາຍເຕີບ ຂ້ອຍຈິ່ງປ່ຽນຈາກສີໜ້າບູດບຶ້ງເປັນສີໜ້າປົກກະຕິ. ແຕ່ຂ້ອຍກໍ່ຈະບໍ່ຍົກເລີກການເອົາເສດອາຫານໄປໃຫ້ໝາທາງນອກຮົ້ວເດັດຂາດ ແຕ່ເທື່ອໜ້າຂ້ອຍຕ້ອງລະວັງກວ່ານີ້
ຄືນນີ້ດາວເຕັມທ້ອງຟ້າ ເດືອນແຈ້ງອາກາດເຢັນສະບາຍ ຫຼັງຈາກສະສາງວຽກງານສຳເລັດແລ້ວ ຂ້ອຍຮູ້ສຶກນອນບໍ່ຫຼັບ ເພາະຄິດຮອດເລື່ອງທີ່ເກີດຂຶ້ນເຊົ້ານີ້ ແລະ ກໍ່ຄິດຮອດລຸງກັບປ້າ ເຖິງຕອນສວາຍມື້ນີ້ໄດ້ໂທລົມກັບລຸງ ແລະ ປ້າໄປແລ້ວຄັ້ງໜຶ່ງກໍ່ຕາມ ຂ້ອຍນອນພິກໄປພິກມາທີ່ຕຽງຢູ່ຫຼາຍຫຼົບແນມເບິ່ງໂມງຕອນນີ້ເປັນເວລາພຽງ 22:00 ໂມງເທົ່ານັ້ນ ແນມເບິ່ງເອື້ອຍສອນທີ່ກຳລັງນັ່ງເບິ່ງລະຄອນໃນໂທລະທັດສຽງຫົວດັງຄຸກຄິກມັກໃຈ ສ່ວນລະຄອນເລື່ອງນີ້ຂ້ອຍບໍ່ມັກປານໃດເພາະເນື້ອເລື່ອງອອກທະເລຫຼາຍຈົນເກີນໄປເມື່ອກ່ອນກໍ່ເຄີຍເບິ່ງແຕ່ຕອນນີ້ເລີກເບິ່ງແລ້ວ ຈັບມືຖືຂຶ້ນມາຫຼິ້ນເກມກໍ່ມີແຕ່ເກມງູນ້ອຍໃຫ້ຫຼິນ ເພາະໂທລະສັບຂ້ອຍຍັງໃຊ້ລຸ້ນໄຟສາຍທຳມະດາ ຮູ້ສຶກເບື່ອເລັກໜ້ອຍ, ຈະນອນກໍ່ຍັງນອນບໍ່ຫຼັບ ຂ້ອຍເລີຍຕັດສິນໃຈອອກຈາກນອກຫ້ອງຍ່າງມຸ່ງໜ້າໄປນັ່ງຫຼິ້ນຊົມດາວຊົມເດືອນນັ່ງຕາກລົມເຢັນໆພ້ອມສູດອາກາດບໍລິສຸດທີ່ໂຕະຫີນໃນສວນດອກໄມ້ໜ້າບ້ານ ທ່າມກາງດອກໄມ້ສວຍງາມຫຼາກຫຼາຍສີສັນຫຼາກຫຼາຍແນວພັນດອກເຮັດໃຫ້ຂ້ອຍຮູ້ສຶກສະອອນຫົວໃຈ ຄືນນີ້ຟ້າເປີດມີດາວເຕັມທ້ອງຟ້າ ເປັນຄືນເດືອນເພັງສ່ອງແສງສະຫວ່າງ ເມື່ອເບິ່ງແລ້ວກໍ່ເຮັດໃຫ້ຂ້ອຍອົດຄິດຮອດລຸງປ້າຂຶ້ນມາທັນ ຖ້າຈະໂທໄປຫາພວກເພິ່ນທັງສອງເວລາເດິກປານນີ້ພວກເພິ່ນກໍ່ຄົງນອນຫຼັບແລ້ວ ຂ້ອຍຈິ່ງເຮັດໄດ້ພຽງເພີດເພີນໄປກັບການດົມດອກໄມ້ໃນສວນ ດົມດອກນັ້ນດອກນີ້ຢ່າງສຸກສົມໃຈຢູ່ພັກໃຫຍ່
ນາຍນ້ອຍເອກນັ່ງອ່ານໜັງສືທີ່ໂຕະໜັງສືໃນຫ້ອງນອນເປັນເວລາດົນເລີຍຮູ້ສຶກປວດເມື່ອຍກ້ານຄໍ ແລະ ສາຍຕາຈິ່ງລຸກຂຶ້ນຈາກຕັ່ງນັ່ງແລ້ວຍ່າງໄປເປີດປະຕູແວ່ນແກ້ວບານໃຫຍ່ເພື່ອອອກໄປຮັບລົມທຳມະຊາດທີ່ລະບຽບຂອງຫ້ອງນອນກໍ່ໄດ້ເລື່ອມສາຍຕາໄປເຫັນ ອາລີ້ ສາວໃຊ້ທີ່ກຳລັງດົມດອກໄມ້ດອກນັ້ນດອກນີ້ໃນສວນດອກໄມ້ໜ້າບ້ານຢ່າງເພີດເພີນໃຈ ນາຍນ້ອຍເອກຢືນເບິ່ງດ້ວຍຄວາມສົນໃຈຢູ່ພັກໜຶ່ງຈິ່ງໄດ້ຍ່າງອອກຈາກຫ້ອງນອນເພື່ອລົງໄປຫາ ອາລີ້ ທີ່ສວນດອກໄມ້.
ໃນຂະນະທີ່ຂ້ອຍ “ອາລີ້” ພວມຊື່ນຊົມກັບການດົມດອກໄມ້ ແລະ ການຊົມເດືອນກັບດາວເທິງທ້ອງຟ້າຢ່າງເບີກບານໃຈຢູ່ນັ້ນກໍ່ມີແມ່ຈີ່ນູນໂຕໃຫຍ່ບິນເຂົ້າມາຕອມດອກໄມ້ແລ້ວກໍ່ຕົກລົງຟື້ນນອນຫງາຍທ້ອງຂາຊີ້ຂຶ້ນຟ້າດີ້ນດ່າວໆ ອາລີ້ ຮູ້ສຶກສົງສານຈິ່ງຍ່າງເຂົ້າໄປຈັບເອົາໂຕແມງຈິ່ນູນໃຫຍ່ຂຶ້ນມາໄວ້ທີ່ຝາມືແລ້ວກ່າວອອກໄປດ້ວຍວາຈາອ່ອນໂຍນວ່າ
ອາລີ້ເວົ້າ: “ເຈົ້າຈີ່ນູນ ເຈົ້າມາຫງາຍທ້ອງຫງາຍໃສ້ຢູ່ນີ້ຖ້າຂ້ອຍບໍ່ເຫັນເຈົ້າຄົງຫງາຍທ້ອງຢູ່ທ່ານີ້ຕະຫຼອດທັງຄືນ ເຈົ້າຄົງຈະເມື່ອຍ ແລະ ກໍ່ຕາຍໃນທີ່ສຸດ”
ຫຼັງຈາກເວົ້າຈົບ ຂ້ອຍກໍ່ນຳແມງຈີ່ນູນໄປປ່ອຍໄວ້ພຸ່ມຫຍ້າໃນທ່າປົກກະຕິ ໂດຍບໍ່ໄດ້ສັງເກດວ່າມີຄົນໜຶ່ງກຳລັງຢືນເບິ່ງຂ້ອຍຢູ່ທາງຫຼັງ ເມື່ອປ່ອຍຈີ່ນູນແລ້ວ ຂ້ອຍກໍ່ລຸກຂຶ້ນແຕ່ພໍຫັນກັບຫຼັງມາກໍ່ພົບກັນນາຍນ້ອຍເອກທີ່ໃສ່ຊຸດນອນສີນ້ຳເງິນຢືນຍິ້ມເບົາໆຢູ່ຕໍ່ໜ້າ ຂ້ອຍຮູ້ສຶກຕົກໃຈເລັກນ້ອຍ ແລະ ກໍ່ແປກໃຈວ່າເປັນຫຍັງເຈົ້ານາຍນ້ອຍເອກຈິ່ງມາຢືນຢູ່ບ່ອນນີ້ໃນເວລານີ້ຂ້ອຍຈິ່ງໄດ້ເອີ່ຍຖາມດ້ວຍຄວາມຢາກຮູ້
ອາລີ້ “ບໍ່ຊາບວ່າ! ດ້ວຍເຫດໃດເຈົ້ານາຍນ້ອຍຈິ່ງມາຢູ່ບ່ອນນີ້ ຫຼື ວ່າມີສິ່ງທີ່ຕ້ອງການ! ຖ້າມີ ກໍ່ສັ່ງມາໄດ້ ດຽວຂະນ້ອຍຈະນຳມາໃຫ້”
ນາຍນ້ອຍເອກ ເງິຍໜ້າຂຶ້ນໄປເບິ່ງດວງດາວເທິງທ້ອງຟ້າເລີຍເວົ້າອອກໄປດ້ວຍສຽງນຸ້ມຫູວ່າ: “ຂ້ອຍບໍ່ໄດ້ຈະຕ້ອງການສິ່ງໃດຈາກເຈົ້າດອກ! ຄືນນີ້ອາກາດດີ ເດືອນເພັງເຕັມດວງຊ່າງງາມເຫຼືອເກີນ ຂ້ອຍພຽງຢາກອອກມາສູດອາກາດກິນລົມຊົມວິວຢູ່ທີ່ນີ້ເທົ່ານັ້ນ”
ເມື່ອແຈ້ງໃຈແລ້ວວ່ານາຍນ້ອຍບໍ່ໄດ້ຕ້ອງການສິ່ງໃດ ຂ້ອຍຈິ່ງຟ້າວກ່າວຄຳອຳລາທັນທີ: “ດັ່ງນັ້ນ ຂໍໃຫ້ນາຍນ້ອຍກິນລົມຊົມວິວຢ່າງສະບາຍໃຈເຖີດ ຂະນ້ອຍຂໍຕົວກ່ອນ”
ເມື່ອເວົ້າສຸດຂ້ອຍກໍ່ກົ້ມຫົວລົງເລັກນ້ອຍເພື່ອອຳລາ ແຕ່ກ່ອນຈະຫັນຫຼັງໜີຈາກນາຍນ້ອຍກໍ່ສັງເກດເຫັນນາຍນ້ອຍເອກປ່ຽນໄປຈາກສີໜ້າເບີນບານກາຍເປັນໜ້ານິ້ງຄິ້ວທັນສອງຂ້າງຫຍັບເຂົ້າຫາກັນເລັກນ້ອຍ ຈາກນັ້ນກໍ່ເອີ່ຍຖາມຂ້ອຍວ່າ
ເຈົ້ານາຍນ້ອຍເອກກ່າວ “ອາລີ້! ເຫດໃດເມື່ອຂ້ອຍມາເຈົ້າຈິ່ງຟ້າວກັບ ຫຼື ຂ້ອຍມາຂັດຂວາງຄວາມສຸກໃນການຊົມວິວຂອງເຈົ້າ”
ຂາທີກຳລັງກ້າວຍ່າງໜຶ່ງກ້າວຂອງຂ້ອຍກ້າວຕໍ່ໄປຕ້ອງຢຸດສະງັກທັນທີ ແລະ ຄິດໃນໃຈວ່າ:
ອາລີ້ ຄິດໃນໃຈ: “ຖ້າຕອບໄປຕາມຕົງວ່າ ຫາກມີໃຜມາພົບວ່າເຮົາຢູ່ກັບນາຍນ້ອຍໃນຍາມນີ້ສອງຕໍ່ສອງມັນຄົງເປັນເລື່ອງບໍ່ດີແນ່ນອນ ນາຍນ້ອຍເອກອາດຈະບໍ່ມີຜົນກະທົບຫຍັງແຕ່ເຮົານິຕິໄດ້ຮັບຜົນກະທົບເຕັມໆ” ເມື່ອທົບທວນຄິດໄດ້ແລ້ວຂ້ອຍຈິ່ງຫັນກັບມາຕອບນາຍນ້ອຍເອກດ້ວຍຄໍາເວົ້ານ້ອບນ້ອມວ່າ:
ອາລີ້ ຕອບກັບ ນາຍນ້ອຍເອກ: “ບໍ່ດອກ! ຂ້ານ້ອຍຢືນກິນລົມຊົມວິວຢູ່ທີ່ນີ້ເປັນເວລາດົນນານຈົນເດິກແລ້ວ ດັ່ງນັ້ນກໍ່ສົມຄວນກັບໄປນອນພັກຜ່ອນເອົາແຮງ”
ນາຍນ້ອຍເອກ ເມື່ອໄດ້ຍິນອາລີ້ຕອບກັບມາແບບນີ້ ເຖິງກັບອຶ້ງກັບຄຳຕອບໄປເລັກນ້ອຍ ເພາະບໍ່ເຄີຍຄິດວ່າແມ່ບ້ານຢ່າງອາລີ້ຈະຄິດຫາຄຳປະຕິເສດການຊວນຂອງຕົນເອງໄດ້ສະຫຼາດພຽງນີ້ ເຊິ່ງແຕກຕ່າງຈາກຍິງສາວແມ່ບ້ານທົ່ວໄປ ແຕ່ກໍ່ເຂົ້າໃຈເຈດຕະນາຂອງນາງ ເມື່ອອາລີ້ເອີ່ຍຄຳຕອບອອກມາຊັດເຈນພຽງນີ້ແລ້ວ ຖ້າຕົນເອງຈະດຶງດັນໃຫ້ນາງຢູ່ຕໍ່ກໍ່ຄົງເປັນການຝືນໃຈ ເຖິງຈະຮູ້ສຶກຂັດໃຈຕົນເອງເລັກນ້ອຍກໍ່ຕາມ ແຕ່ນາຍນ້ອຍເອກ ກໍ່ອະນຸຍາດໃຫ້ອາລີ້ໄປພັກຜ່ອນ “ຊັ້ນເຈົ້າກໍ່ກັບໄປພັກຜ່ອນຕາມສະບາຍໄດ້”
ອາລີ້ກົ້ມຫົວເລັກໜ້ອຍເພື່ອສະແດງຄວາມເຄົາລົບກ່ອນອຳລາ ແລ້ວກໍ່ຍ່າງມຸ່ງໜ້າໄປທີ່ເຮືອນພັກຂອງແມ່ບ້ານ ນາຍນ້ອຍເອກກໍ່ໄດ້ພຽງແຕ່ຢືນເບິ່ງດ້ານຫຼັງຂອງອາລີ້ຍ່າງໄປຈົນລັບສາຍຕາ ນາຍນ້ອຍເອກຢືນກິນລົມຊົມຈັນຢູ່ພັກໜຶ່ງກໍ່ກັບຂຶ້ນໄປນອນທີ່ຫ້ອງຕາມເຄີຍ.
ອ່ານຕອນທີ 3 ຄືນຍ້ອນຫຼັງທີ່ລິ້ງນີ້: https://www.laopost.com/2017/03/21/87274