ຜັກຊີ ມີສັບພະຄຸນຫຼາຍຢ່າງໃນການຕ້ານພະຍາດ

0
1849

ຜັກຊີ ເປັນຜັກທີ່ມີກິ່ນເປັນເອກະລັກ ທີ່ເຮັດໃຫ້ຫຼາຍໆຄົນມັກ, ເປັນສະໝຸນໄພທີ່ມີຄຸນຄ່າຫຼາຍ ເພາະມີວິຕາມິນ ແລະແຮ່ທທາດຫຼາຍຊະນິດໃນປະລິມານສູງ, ນອກນັ້ນ ຍັງມີສັບພະຄຸນທາງຢາອີກຫຼາຍຢ່າງ ທີ່ຊ່ວຍການເຮັດວຽກຂອງກະເພາະອາຫານ, ຊ່ວຍຍ່ອຍອາຫານ, ແກ້ທ້ອງອືດ ແລະຊ່ວຍຫຼຸດຄວາມດັນເລືອດ

  1. ກະຕຸ້ນການເຮັດວຽກຂອງກະເພາະ: ເຮັດໃຫ້ອາຫານທີ່ເຮົາກິນຍ່ອຍໄດ້ດີຂຶ້ນ ແລະບໍ່ເກີດບັນຫານໍ້າຍ່ອຍຫຼັ່ງອອກມາຫຼາຍເກີນໄປ ຈົນເຮັດໃຫ້ເກີດການແສບຮ້ອນກາງເອິກ
  2. ກະຕຸ້ນອະໄວຍະວະຂັບຖ່າຍສິ່ງເສດເຫຼືອ: ເພາະຜັກຊີມີໄຟເບີສູງ ຊ່ວຍກະຕຸ້ນການເຮັດວຽກຂອງລຳໄສ້, ການເຮັດວຽກຂອງມ້າມ ແລະຕັບດີຂຶ້ນ
  3. ຫຼຸດຄໍເລດເຕີຣໍ: ເຊິ່ງເປັນສາເຫດເຮັດໃຫ້ເກີດກົດໄຫຼກັບໄດ້
  4. ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອພະຍາດ: ໂດຍສະເພາະແມ່ນເຊື້ອລາ ແລະເຊື້ອແບັກທີເລຍທີ່ເປັນອັນຕະລາຍຕ່າງໆ
  5. ປ້ອງກັນອະນຸມູນອິດສະລະ: ທີ່ທຳລາຍເຊວໃນຮ່າງກາຍ ສົ່ງຜົນກະທົບຕໍ່ຜິວໃຫ້ແກ່ກ່ອນໄວອັນຄວນ ແລະເປັນສາເຫດເຮັດໃຫ້ເກີດພະຍາດມະເຮັງ ແລະຊ່ວຍໃຫ້ເຊວເຮັດວຽກໄດ້ຢ່າງສົມບູນ
  6. ນອນຫຼັບດີ: ສານຟລາໂວນອຍ ແລະວິຕາມິນບີໃນຜັກຊີ ຊ່ວຍກະຕຸ້ນການເຮັດວຽກຂອງເອນໄຊ ແລະໂຮໂມນບາງຊະນິດ ທີ່ເຮັດໃຫ້ເກີດພາວະສະຫງົບ ແລະນອນຫຼັບດີ
  7. ຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ: ແຄວຊຽມໃນຜັກຊີ ຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງດີ
  8. ຫຼຸດການເປັນຫວັດ: ຫຼຸດການໄອ, ຕັນດັງ ດ້ວຍການເອົາຜັກຊີ ໄປປະສົມກັບອາຫານ
  9. ຊ່ວຍບຳລຸງສາຍຕາ: ປ້ອງກັນການເກີດພະຍາດຕ່າງໆກ່ຽວກັບຕາ
  10. ຊ່ວຍເພີ່ມປະລິມານນໍ້ານົມ: ໃຫ້ກັບແມ່ທີ່ໃຫ້ນົມລູກ