Homeຂ່າວຕ່າງປະເທດລາຍຊື່ສະໜາມບິນ ແລະສາຍການບິນ ທີ່ອາເມລິກາຫ້າມນຳອຸປະກອນເອເລັກໂຕຣນິກຂຶ້ນເຮືອບິນ

ລາຍຊື່ສະໜາມບິນ ແລະສາຍການບິນ ທີ່ອາເມລິກາຫ້າມນຳອຸປະກອນເອເລັກໂຕຣນິກຂຶ້ນເຮືອບິນ

Published on

ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມຂອງສະຫະລັດປະກາດລາຍຊື່ 8 ປະເທດມຸສະລິມ 9 ສາຍການບິນ ແລະ 10 ສະໜາມບິນ ທີ່ໄດ້ຮັບຜົນກະທົບຈາກມາດຕະການ ຫ້າມນຳເອົາອຸປະກອນເອເລັກໂຕຣນິກ ຂະໜາດໃຫຍ່ເຊັ່ນ: ແລັບທ໊ອບ, ແທັບເລັດ, ເຄື່ອງຫຼິ້ນດີວີດີ ແລະເຄື່ອງຫຼິ້ນເກມຂຶ້ນເຮືອບິນ ໃນຖ້ຽວບິນທີ່ເດີນທາງມາສະຫະລັດ ເພາະອາດມີລະເບີດຖືກຊຸກເຊື່ອງມານຳອຸປະກອນດັ່ງກ່າວໄດ້

ສາຍການບິນ ທີ່ໄດ້ຮັບຜົນກະທົບປະກອບດ້ວຍ 9 ສາຍການບິນຄື: ຮໍຍັລຈໍແດນນຽນ, ອີຢິບແອ, ເຕີກິຊແອຣ໌ໄລ, ຊາອຸດິອາຣະເບຍແອໄລນ໌, ຄູເວຕແອຣ໌ເວຍ໌, ຣໍຍັລແອຣ໌ມາຣອຄ, ກາຕາແອຣ໌ເວຍ໌, ເອມິເຣດສ໌ ແລະເອທິຮັດແອຣ໌ເວຍ໌ ໃນຖ້ຽວບິນທີ່ເດີນທາງອອກຈາກສະໜາມບິນ 10 ແຫ່ງ ໃນ 8 ປະເທດປະກອບດ້ວຍ: 1. ປະເທດໂມຣອກໂກ ສະໜາມບິນນານາຊາດໂມຮັມເໝັດ ວີ ໃນຄ່າຊາບລັງກາ, 2. ປະເທດຕວກກີ ສະໜາມບິນ ອະຕາເຕິ້ຣ໌ ນະຄອນອິສຕັນບູລ, 3. ປະເທດອີຢິບ ສະໜາມບິນນານາຊາດໄຄໂຣ, 4. ປະເທດຈໍແດນ ສະໜາມບິນນານາຊາດຄວີນອັລເລີຍ ນະຄອນອັມມານ, 5. ປະເທດຊາອຸດີອາຣະເບຍ ມີ 2 ສະໜາມິນຄື: ສະໜາມບິນນານາຊາດຄິງອັບດຸລລາຊິສ ເມືອງເຈດາ ແລະສະໜາມບິນຄິງຄາລິດ ນະຄອນຣິຍາດ, 6. ປະເທດຄູເວດ ສະໜາມບິນນານາຊາດຄູເວ, 7. ປະເທດກາຕາ ສະໜາມບິນຮາໝັດ ນະຄອນໂດ ແລະ 8. ສະຫະລັດອາຫຼັບເອມິເຣດ ມີ 2 ແຫ່ງຄື: ສະໜາມບິນນານາຊາດອາບູດາບີ ແລະສະໜາມບິນນານາຊາດດູໄບ

ມາດຕະການຫ້າມນຳເອົາອຸປະກອນເອເລັກໂຕຣນິກອື່ນໆ ທີ່ນອກຈາກໂທລະສັບ, ເຊິ່ງມີຜົນບັງຄັໃຊ້ຕັ້ງແຕ່ວັນທີ 21​ ມີນາ 2017 ໂດຍຈະສົ່ງຜົນກະທົບກັບຖ້ຽວບິນປະມານ 50 ຖ້ຽວບິນ/ວັນ ແລະຍັງບໍ່ມີການກຳນົດເວລາວ່າ ມາດຕະການດັ່ງກ່າວ ຈະສິ້ນສຸດລົງເມື່ອໃດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...