Homeຂ່າວຕ່າງປະເທດຈີນສັ່ງປິດໂຮງໄຟຟ້າຖ່ານຫີນ ຂະໜາດໃຫຍ່ທີ່ສຸດໃນນະຄອນຫຼວງປາກກິ່ງ

ຈີນສັ່ງປິດໂຮງໄຟຟ້າຖ່ານຫີນ ຂະໜາດໃຫຍ່ທີ່ສຸດໃນນະຄອນຫຼວງປາກກິ່ງ

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານ ເມື່ອວັນທີ 20 ມີນາ 2017 ຜ່ານມາວ່າ ໂຮງງານໄຟຟ້າຖ່ານຫີນ Huaneng Beijing Thermal Power Plant ຖືກທາງການສັ່ງປິດ ເຊິ່ງຖືເປັນໂຮງໄຟຟ້າຂະໜາດໃຫຍ່ສຸດທ້າຍ ທີ່ຖືກສັ່ງປິດ, ເຮັດໃຫ້ປາກກິ່ງ ເປັນເມືອງທໍາອິດຂອງຈີນ ທີ່ມີໂຮງໄຟຟ້າພະລັງງານສະອາດທົ່ວເມືອງ

ການສັ່ງປິດໂຮງໄຟຟ້າຖ່ານຫີນ ຈະຊ່ວຍຫຼຸດການໃຊ້ຖ່ານຫີນໄດ້ເຖິງ 1.7 ລ້ານໂຕນ, ຫຼຸດການປ່ອຍກ໊າສຊັນເຟີໄດອອກໄຊໄດ້ 91 ໂຕນ, ກ໊າສໄນໂຕຣເຈນອອກໄຊປະມານ 285 ໂຕນ ແລະຝຸ່ນລະອອງ 110 ໂຕນ ເຊິ່ງກ່ອນໜ້ານີ້ ໂຮງງານອີກ 3 ແຫ່ງ ທີ່ເຄີຍໃຊ້ຖ່ານຫີນ 6.8 ລ້ານກວ່າໂຕນ/ປີ ກໍຖືກສັ່ງປິດຕົວໄປແລ້ວໃນລະຫວ່າງປີ 2014-2015 ຜ່ານມາ

ສຳລັບໂຮງໄຟຟ້າຖ່ານຫີນ Huaneng Beijing ຕັ້ງຂຶ້ນໃນປີ 1999 ຕັ້ງຢູ່ບໍລິເວນ ຊານເມືອງທາງຕາເວັນອອກຂອງປາກກິ່ງ, ເດີນເຄື່ອງເຜົາໄໝ້ຖ່ານຫີນ 5 ເຄື່ອງ, ມີກຳລັງການຜະລິດທັງໝົດ 8.4 ແສນກິໂລວັດ ແລະບັນຈຸຄວາມຮ້ອນ 26 ລ້ານຕາລາງແມັດ

ປະຈຸບັນນະຄອນຫຼວງປາກກິ່ງ ມີໂຮງໄຟຟ້າ 27 ແຫ່ງ ທີ່ຜະລິດຈາກພະລັງງານສະອາດ ມີກຳລັງການຜະລິດ 11.3 ລ້ານກິໂລວັດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...