Homeຂ່າວຕ່າງປະເທດເຮືອຜູ້ອົບພະຍົບໂຊມາເລຍຖືກໂຈມຕີ ມີຜູ້ເສຍຊີວິດຢ່າງໜ້ອຍ 42 ຄົນ

ເຮືອຜູ້ອົບພະຍົບໂຊມາເລຍຖືກໂຈມຕີ ມີຜູ້ເສຍຊີວິດຢ່າງໜ້ອຍ 42 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມື່ອງ ໂຮໄດດາ ປະເທດ ເຢເມນ ເມື່ອວັນທີ 17 ມີນາ 2017 ວ່າ ກຸ່ມກະບົດ ຮູຕີຂອງຊາວນິກາຍຊີວະ ໃນເຢເມນ ກ່າວຫາກອງກຳລັງພັນທະມິດອາຫຼັບນຳໂດຍ ຊາອຸດິອາຣະເບຍ ເປັນຜູ້ໂຈມຕີ ເຫດການໄດ້ເກີດຂຶ້ນເມືອເວລາປະມານ 03.00 ໂມງເຊົ້າວັນສຸກ ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 42 ຄົນ ແລະ ມີຜູ້ບາດເຈັບກວ່າ 30 ຄົນ ຖືກນຳຂຶ້ນຝັ່ງຂອງເມືອງ ໂຮໄດດາ ທາງພາກຕະເວັນຕົກຂອງເຢເມນ ຂະນະທີ່ກອງກຳລັງພັນທະມິດ ກ່າວຫາກະບົດຮູຕິລັກລອບຂົນອາວຸດໃສ່ເຮືອຂະໜາດນ້ອຍ ຂຶ້ນຝັ່ງເມືອງ ໂຮໄດດາ

ຜູ້ລອດຊີວິດໃນເຮືອລາຍໜຶ່ງ ເຊິ່ງເປັນສະມາຊິກແກ໊ງລັກລອບຂົນຜູ້ອົບພະຍົບ ເຜີຍວ່າ ເຮືອລຳດັ່ງກ່າວບັນທຸກຜູ້ໂດຍສານປະມານ 140 ຄົນ ມີທັງເດັກນ້ອຍ ແລະ ແມ່ຍິງ ເປັນຜູ້ອົບພະຍົບຊາວໂຊມາເລຍ ທີ່ຫຼົບໜີໄພສົງຄາມໃນເຢເມນ ເພື່ອຈະເດີນທາງໄປທີ່ຊູດານ ເຮືອອອກເດີນທາງຈາກເມືອງ ຮາສ ອາຣາ ທາງໃຕ້ຂອງໂຮໄດດາ ແລະ ອອກສູ່ທະເລຫ່າງຊາຍຝັ່ງປະມານ 50 ກມ. ເມື່ອຖືກໂຈມຕີ

ຢ່າງໃດກໍ່ຕາມ ພລ.ຕ ອັສຊິຣິ ໂຄສົກກອງກຳລັງພັນທະມິດອາຫຼັບ ອອກມາກ່າວປະຕິເສດຂໍ້ກ່າວຫາ ໂດຍຢືນຢັນວ່າ ກອງກຳລັງພັນທະມິດ ບໍ່ໄດ້ກ່ຽວພັນກັບການສູ້ຮົບໃນເຂດເມືອງ ໂຮໄດດາ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...