spot_img
Homeນານາສາລະເຄື່ອງເສຍຢູ່ຍີ່ປຸ່ນຢ່າຟ້າວຕົກໃຈ ເຄື່ອງຂອງທ່ານຈະບໍ່ເສຍ

ເຄື່ອງເສຍຢູ່ຍີ່ປຸ່ນຢ່າຟ້າວຕົກໃຈ ເຄື່ອງຂອງທ່ານຈະບໍ່ເສຍ

Published on

ກ່ອນລົດຈະອອກເດິນທາງໄປຍັງສະຖານີລົດໄຟ ເພື່ອເດິນທາງຕໍ່ໄປຍັງກຽວໂຕ ເຈົ້າໜ້າທີ່ພາທ່ຽວໄດ້ເອົາສະບູການົກແກ້ວ ຂຶ້ນມາເທິງລົດແລ້ວປະກາດຫາເຈົ້າຂອງວ່າ ນີ້ແມ່ນສະບູຂອງໃຜ ລືມຢູ່ເທິງຫ້ອງນອນ (ຂອງໂຮງແຮມ)? ໃນຂະນະນັ້ນ, ກໍມີນັກສຳມະນາກອນໜຸ່ມຜູ້ໜຶ່ງເວົ້າຂຶ້ນວ່າ: “ນັ້ນແມ່ນສະບູຂອງຂ້ອຍ ຂ້ອຍຖິ້ມມັນແລ້ວ!”

ໃນການເດິນທາງໄປທັດສະນະທີ່ປະເທດຍີ່ປຸ່ນ ເປັນເວລາອາທິດປາຍ ກັບໂຄງການ JENESYS 2016 ທີມງານໄດ້ຮຽນຮູ້ຄວາມພິເສດຂອງປະເທດຍີ່ປຸ່ນຫຼາຍປະການ ທັງຄວາມຈະເລີນ, ຄວາມທັນສະໄໝ, ຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ ແລະອື່ນໆ. ໃນນັ້ນ, ຄວາມຊື່ສັດຂອງຊາວຍີ່ປຸ່ນກໍເປັນອີກເລື່ອງໜຶ່ງ ທີ່ທີມຊາວໜຸ່ມລາວປະທັບໃຈທີ່ສຸດ. ຄົນລາວຜູ້ໜຶ່ງທີ່ດຳລົງຊີວິດຢູ່ປະເທດຍີ່ປຸ່ນ ໄດ້ມາເປັນຫົວໜ້າທີມງານຂອງຊາວໜຸ່ມລາວ ເພິ່ນໄດ້ແນະນຳວ່າ: ຂໍໃຫ້ເອົາເຈ້ຍນ້ອຍທີ່ມີຊື່ໂຄງການແລະເບີໂທລະສັບຕິດຕໍ່ຂອງໂຄງການ ໃສ່ໄວ້ນຳກະເປົາເງິນ ແລະອີກໃບໜຶ່ງໃສ່ໄວ້ໃນໜັງສືຜ່ານແດນ (ພາສປອດ) ເພື່ອເວລາກະເປົາເງິນຫຼືໜັງສືຜ່ານແດນຕົກເຮ່ຍ ຄົນຍີ່ປຸ່ນຈະເກັບໄປໃຫ້ຕຳຫຼວດ ແລ້ວເຂົາເຈົ້າຈະຕິດຕໍ່ຫາຕາມຊື່ແລະເບີໂທທີ່ມີ ເພື່ອນຳສົ່ງເຄື່ອງຂອງດັ່ງກ່າວແກ່ເຈົ້າຂອງ. ແລະເວລາຈະອອກຈາກໂຮງແຮມ ໃຫ້ກວດກາເບິ່ງເຄື່ອງຂອງດີໆ ເຄື່ອງເລັກນ້ອຍໆ ກໍຢ່າໄດ້ປະໄວ້ ຖ້າຈະຖິ້ມໃຫ້ເອົາຖິ້ມໃສ່ກະຕ່າຂີ້ເຫຍື້ອ ບໍ່ດັ່ງນັ້ນ ເຈົ້າໜ້າທີ່ໂຮງແຮມຈະເກັບເຄື່ອງນັ້ນມາສົ່ງໃຫ້ເຮົາ ແມ່ນແຕ່ສະບູກ້ອນໜຶ່ງເຂົາເຈົ້າກໍຈະເອົາມາສົ່ງໃຫ້ເຮົາ.

ບລູມເບີກ (ລາຍການໂທລະພາບຊື່ດັງ ທີ່ອອກອາກາດໃນຫຼາຍປະເທດທົ່ວໂລກ) ໄດ້ເປີດເຜີຍລາຍງານຂອງສຳນັກງານຕຳຫຼວດນະຄອນບານ ນະຄອນຫຼວງໂຕກຽວທີ່ລະບຸວ່າ ເມື່ອປີ 2016 ທີ່ຜ່ານມາ ປະຊາຊົນຊາວໂຕກຽວເກັບເຄື່ອງຂອງແລະເງິນທີ່ຜູ້ເຮັດຕົກໄວ້ມາແຈ້ງຕໍ່ເຈົ້າໜ້າທີ່ ຄິດເປັນມູນຄ່າຫຼາຍກວ່າ 3,670 ລ້ານເຢນ (ສະກຸນເງິນຍີ່ປຸ່ນ) ຫຼືປະມານ 267,910 ລ້ານກີບ (ເກືອບສາມແສນລ້ານກີບ). ສ້າງສະຖິຕິເພິ່ມຂຶ້ນຈາກປີ 2015 ທີ່ມີມູນຄ່າປະມານ 3,300 ລ້ານເຢນ (ປະມານກວ່າ 240,000 ລ້ານກີບ) ໂດຍ 1 ໃນ 3 ຂອງຊັບສິນຈຳນວນດັ່ງກ່າວ ໄດ້ຖືກສົ່ງຄືນໃຫ້ແກ່ເຈົ້າຂອງທີ່ແທ້ຈິງໄດ້ຢ່າງປອດໄພ.

ລາຍງານກ່າວວ່າ ຄວາມຊື່ສັດຂອງຊາວຍີ່ປຸ່ນ ເກີດຂຶ້ນຈາກປັດໄຈຫຼາຍດ້ານ ເຊັ່ນ ວັດທະນະທຳແລະລະບົບການສຶກສາ ໂດຍມີການປູກຝັງໃຫ້ເດັກນ້ອຍມີຈະລິຍະທຳແລະສິລະທຳໂດຍການໃຫ້ຄິດເຖິງວ່າ ຖ້າຕົນເອງເປັນຝ່າຍທີ່ເຮັດເຄື່ອງເສຍຈະຫຍຸ້ງຍາກລຳບາກສ່ຳໃດ ຈຶ່ງນຳໄປສູ່ກໍລະນີທີ່ຈະພົບເຫັນເລື້ອຍໆຄືການທີ່ເດັກນ້ອຍເອົາເງິນ 10 ເຢັນ (ປະມານ 730 ກີບ) ທີ່ເກັບໄດ້ຕາມທາງມາໃຫ້ຕຳຫຼວດ.
ຂະນະທີ່ຊາວຍີ່ປຸ່ນເອງກໍບໍ່ຄ່ອຍກັງວົນກັບເລື່ອງເຄື່ອງເສຍ ໂດຍມັກຊິນເຄີຍກັບການຈອງບ່ອນນັ່ງດ້ວຍການວາງໂທລະສັບສະມາດໂຟນໄວ້ ຫຼືຖ້າລືມເຄື່ອງໄວ້ຢູ່ຮ້ານ ກໍຈະໝັ້ນໃຈວ່າພະນັກງານຈະເກັບຮັກສາໄວ້ໃຫ້ແລ້ວກັບມາເອົາເຄື່ອງໄດ້ອີກ.

ແນວໃດກໍຕາມ, ດ້ານກົດໝາຍຂອງຍີ່ປຸ່ນີການໃຫ້ “ລາງວັນ” ແກ່ຜູ້ທີ່ເກັບເຄື່ອງໄດ້ແລ້ວເອົາມາມອບໃຫ້ເຈົ້າໜ້າທີ່ພ້ອມ ເຊິ່ງຈະໄດ້ເງິນລາງວັນຕັ້ງແຕ່ 5-20% ຂອງມູນຄ່າຊັບສິນທີ່ເກັບໄດ້ ຖ້າມີເຈົ້າຂອງຕົວຈິງມາເອົາຄືນ. ແຕ່ຖ້າບໍ່ສາມາດນຳຫາເຈົ້າຂອງແລະບໍ່ມີໃຜສະແດງຕົວມາຮັບພາຍໃນ 3 ເດືອນ ຜູ້ທີ່ເກັບໄດ້ກໍຈະໄດ້ຊັບສິນນັ້ນໆໄປນັ້ນເອງ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...