spot_img
Homeຂ່າວພາຍ​ໃນລາວພຣີເມຍລີກ 2017 ເລື່ອນມື້ເປີດການແຂ່ງຂັນອອກໄປເປັນເດືອນ ເມສາ

ລາວພຣີເມຍລີກ 2017 ເລື່ອນມື້ເປີດການແຂ່ງຂັນອອກໄປເປັນເດືອນ ເມສາ

Published on

ຫຼັງຈາກເຄີຍມີການປະກາດກ່ອນໜ້ານີ້ຂອງ ສຕລ ວ່າຈະມີການເປີດການແຂ່ງຂັນບານເຕະລາຍການໃຫຍ່ລະດັບປະເທດຢ່າງ “ລາວພຣີເມຍລີກ 2017” ໃນມື້ວັນທີ 11 ມີນາ 2017 ທີ່ຜ່ານ ແຕ່ກໍ່ມິດຫງຽບໄປ.

ເມື່ອວັນທີ 16 ມີນາ 2017ນີ້ ໜັງສືພິມ ເສດຖະກິດ-ການຄ້າ ໄດ້ລາຍງານວ່າ ພະແນກຈັດການແຂ່ງຂັນ ສະຫະ ພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ອອກມາແຈ້ງຂ່າວເລື່ອນການແຂ່ງຂັນອອກໄປ ຈາກທີ່ເຄີຍກຳນົດໄວ້ວ່າຈະເປີດການແຂ່ງຂັນເມື່ອວັນທີ 11 ມີນາ ແຕ່ຍັງບໍ່ມີຄວາມພ້ອມດັ່ງນັ້ນຈິ່ງໄດ້ເລື່ອນມື້ການແຂ່ງຂັນອອກໄປເປັນເດືອນ ເມສາ ທີ່ຈະຮອດນີ້

ອີງຕາມການໃຫ້ສຳພາດຂອງທ່ານ ສຳໃສ ແສງມະນີພອນ ຫົວໜ້າພະແນກຈັດການແຂ່ງຂັນຂອງສະຫະພັນບານເຕະແຫ່ງຊາດລາວ ເມື່ອວັນທີ 15 ມີນາ ໃຫ້ຊາບວ່າ:​ ສຳລັບການແຂ່ງຂັນບານເຕະລາວພຣີເມຍລີກ 2017 ທາງ ສຕລ ໄດ້ມີການປະສານງານ ແລະ ກຽມທຸກຢ່າງໄວ້ແລ້ວ ແລະ ຂໍຢືນຢັນວ່າ ຈະມີການແຂ່ງຂັນບານເຕະລາວພຣີເມນລີກ 2017 ໃນເດືອນເມສານີ້ ແນ່ນອນ.

ສຳລັບທີມທີ່ເຂົ້າຮ່ວມການແຂ່ງຂັນລາວພຣີເມຍລີກ 2017 ໃນປີນີ້ຄາດວ່າມີໜ້ອຍທີມກວ່າທຸກປີ ໂດຍໃນລະດູການແຂ່ງຂັນທີ່ຜ່ານມາມີທີມເຂົ້າຮ່ວມການແຂ່ງຂັນທັງໝົດ 14 ທີມ ແຕ່ປີນີ້ມີພຽງ 6 ທີມເທົ່ານັ້ນ ທີ່ມີການຝຶກຊ້ອມ ແລະ ອຸ່ນເຄື່ອງກຽມຕົວເຂົ້າຮ່ວມ ເຊິ່ງປະກອບມີທີມ: ລາວໂຕໂຢຕ້າ ເອັຟຊີ, ມະຫາວິທະຍາໄລແຫ່ງຊາດ ເອຟຊີ (ມຊ), ປກສ ເອຟຊີ, ສະຫວັນ ຢູໄນເຕັດ, ໄອດີຊີ ຈຳປາ ຢູໄນເຕັດ ແລະ ນ້ອງໃໝ່ ດີເຄ ຢູໄນເຕັດ. ຄາດວ່າກ່ອນຈະຮອດມື້ແຂ່ງຂັນໜ້າຈະມີທີມເຂົ້າມາຮ່ວມແຂ່ງຂັນເພີ່ມ ຈາກ 6 ທີມ ເປັນ 8 ທີມ.

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...