Homeຂ່າວຕ່າງປະເທດສານໄຕ້ຫວັນສັ່ງໃຫ້ສາວເລສບ້ຽນ ຊົດໃຊ້ຄ່າໃຊ້ຈ່າຍໃຫ້ເຈົ້າບ່າວ

ສານໄຕ້ຫວັນສັ່ງໃຫ້ສາວເລສບ້ຽນ ຊົດໃຊ້ຄ່າໃຊ້ຈ່າຍໃຫ້ເຈົ້າບ່າວ

Published on

ເມື່ອວັນທີ 15 ມີນາ 2017 ຜ່ານມາເອເອຟພີລາຍງານວ່າ ສານນະຄອນຊິນຈູແຫ່ງໄຕ້ຫວັນ ຕັດສິນໃຫ້ນາງ ຊູ ອາຍຸ 35 ປີ ຜູ້ເປັນຍິງຮັກຍິງ ເພດດຽວກັນ ຕ້ອງຊົດໃຊ້ເງິນຄ່າເສຍຫາຍ ໃຫ້ອະດີດສາມີ 500,000 ດອນລາໄຕ້ຫວັນ ເປັນຄ່າເສຍຫາຍໃຫ້ຝ່າຍຊາຍໃນສ່ວນຄ່າທຳນຽມງານແຕ່ງງານ, ເງິນໝັ້ນໝາຍ, ຄວາມເຈັບປວດທາງຈິດໃຈ ທີ່ຝ່າຍຊາຍຕ້ອງພົບເຈີ, ໃນກໍລະນີຍິງສາວເຈດຕະນາ ແຕ່ງງານເພື່ອຕົບຕາພໍ່ແມ່ ຈາກນັ້ນກໍຖິ້ມສາມີໄປຢູ່ກັບແຟນສາວ

ນາງ ຊູ ແຕ່ງງານກັບສາມີ ໃນເດືອນມັງກອນ 2016 ຜ່ານມາ ຫຼັງຈາກນັ້ນ 2-3 ວັນຕໍ່ມາ ກໍຖິ້ມສາມີໄປ, ການຕັດສິນໃຈຄະດີນີ້ ກໍ່ໃຫ້ເກີດສຽງວິພາກວິຈານຈາກຄົນໃນສັງຄົມ ເພາະໄຕ້ຫວັນຢູ່ລະຫວ່າງພິຈາລະນາການແຕ່ງງານຂອງເພດດຽວກັນຢ່າງຖືກຕ້ອງຕາມກົດໝາຍ

ທັງນີ້ ຮ່າງພະລາຊະບັນຍັດວ່າດ້ວຍການແຕ່ງງານ ຂອງເພດດຽວກັນມີກຳນົດວາລະພິຈາລະນາເປັນຮອບສຸດທ້າຍໃນປີນີ້ ເຊິ່ງຈະເຮັດໃຫ້ໄຕ້ຫວັນ ກາຍເປັນປະເທດທຳອິດໃນພູມິພາກເອເຊຍ ທີ່ເຮັດໃຫ້ການແຕ່ງງານຂອງເພດດຽວກັນຖືກກົດໝາຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...