Homeຂ່າວຕ່າງປະເທດອຸທາຫອນ! ຫູຟັງລະເບີດ ຂະນະນອນຟັງເພງເທິງເຄື່ອງບິິນ

ອຸທາຫອນ! ຫູຟັງລະເບີດ ຂະນະນອນຟັງເພງເທິງເຄື່ອງບິິນ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 15 ມີນາ 2017 ຜ່ານມາວ່າ ສຳນັກງານດ້ານຄວາມປອດໄພການບິນຂອງອອສເຕຣເລຍ (ເອທີເອສບີ) ອອກມາເຕືອນເຖິງອັນຕະລາຍຂອງການໃຊ້ອຸປະກອນທີ່ເພິ່ງພາ ພະລັງງານຈາກແບັດເຕີຣີ່ເທິງເຄື່ອງບິນ, ຫຼັງກໍລະນີລ່າສຸດ ໄດ້ເກີດເຫດຂຶ້ນກັບແມ່ຍິງຄົນໜຶ່ງ ທີ່ໄດ້ຮັບບາດເຈັບຈາກຫູຟັງລະເບີດ ແລະເກີດໄຟລຸກຂຶ້ນ ຂະນະທີ່ນອນ ຢູ່ເທິງຖ້ຽວບິນ ທີ່ເດີນທາງຈາກນະຄອນຫຼວງປາກກິ່ງຂອງຈີນ ໄປຫາເມືອງເມລເບິຣນ ຂອງອອສເຕຣເລຍ ໃນເມື່ອວັນທີ 19 ກຸມພາ 2017 ຜ່ານມາ

ຫູຟັງທີ່ໃຊ້ແບັດເຕີຣີ່ຂອງຜູ້ໂດຍສານຍິງຄົນໜຶ່ງ ເກີດລະເບີດຂຶ້ນຂະນະນອນຟັງເພງ ຈົນຕ້ອງໄດ້ຖອດຫູຟັງທີ່ເກີດໄຟໄໝ້ລົງພື້ນ, ຈາກນັ້ນພະນັກງານເທິງເຄື່ອງບິນໄດ້ເອົານໍ້າລາດໃສ່ຫູຟັງເພື່ອດັບໄຟ ເຊິ່ງແບັດເຕີຣີ່ ແລະຝາປິດຫູຟັງ ຈົນຕິດກັບພື້ນເຄື່ອງບິນ, ສ່ວນແມ່ຍິງຄົນດັ່ງກ່າວພົບວ່າ ມີຮອຍໄໝ້ເປັນສີດຳຄໍ້າເທິງໃບໜ້າ ແລະຄໍ, ມີບາດແຜພອງຢູ່ມື ລວມເຖິງມີຮອຍໄໝ້ຢູ່ຜົມອີກດ້ວຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...