spot_img
Homeຂ່າວພາຍ​ໃນນາຍົກ ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊະນະຄາມ

ນາຍົກ ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊະນະຄາມ

Published on

ຕອນບ່າຍວັນທີ 13 ມີນາ 2017 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະການນຳແຂວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມ ຕໍ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະຄອບຄົວຕົວແບບ ເມືອງຊະນະຄາມ, ແຂວງວຽງຈັນ.

ທ່ານນາຍົກ ໄດ້ຮັບຟັງລາຍງານຈາກທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງຊະນະຄາມວ່າທົ່ວເມືອງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍດີ; ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 8%ສ່ວນຮ້ອຍ, ລາຍຮັບສະເລ່ຍໃສ່ຫົວຄົນ ບັນລຸ 1.775 ໂດລາ/ຄົນ/ປີ, ສະເລ່ຍເຂົ້າເປືອກໃສ່ຫົວຄົນ ໄດ້ 1.058 ກິໂລກະລາມ/ຄົນ/ ປີ, ປີ 2016 ສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ 4,74 ຕື້ກີບ ເທົ່າກັບ 110,45 ສ່ວນຮ້ອຍ, ທົ່ວເມືອງ ໄດ້ນຳໃຊ້ໄຟຟ້າແລ້ວ 100 ສ່ວນຮ້ອຍ, ມີຄອບຄົວພັດທະນາກວມ 99% ສ່ວນຮ້ອຍ, ບ້ານພັດທະນາ ກວມ 70,5% ສ່ວນຮ້ອຍ, ບ້ານວັດທະນະທຳ ກວມ 94% ສ່ວນຮ້ອຍ, ບ້ານສາທາລະນະສຸກ ກວມ 100% ສ່ວນຮ້ອຍ, ບ້ານປອດຄະດີ ກວມ 97% ສ່ວນຮ້ອຍ, ອັນພົ້ນເດັ່ນ ແມ່ນມີສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຈໍານວນຫຼວງຫຼາຍ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໃນນັ້ນ ທ່ານໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ພົ້ນເດັ່ນ, ຊົມເຊີຍຕໍ່ຜົນສຳເລັດ ທີ່ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຊາວເມືອງຊະນະຄາມ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ທີ່ສຳຄັນ, ທ່ານໄດ້ມີຄຳເຫັນ ເນັ້ນໜັກໃຫ້ການນຳຂອງເມືອງ ກໍ່ຄືຜູ້ເຂົ້າຮ່ວມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດ ກໍ່ຄື ການຜະລິດ, ການຄ້າຂາຍຂອງປະຊາຊົນ ບົນພື້ນຖານ ຕາມລະບຽບກົດໝາຍ, ບໍ່ເອົາປຽບ ແລະ ມີນ້ຳໃຈບໍລິການ ຮັບໃຊ້ປະຊາຊົນຢ່າງແທ້ຈິງ; ເດັດຂາດ ແລະ ເຂັ້ມງວດ ຕໍ່ການຈັດຕັ້ງປະຕິບັດ ບັນດານິຕິກຳ ທີ່ລັດຖະບານວາງອອກ ແລະ ພວມເປັນ ບັນຫາພົ້ນເດັ່ນ ເປັນຕົ້ນ ບັນຫາໄມ້, ບັນຫາແຮງງານ, ບັນຫາຢາເສບຕິດ…; ສົ່ງເສີມການປູກພືດປອດສານພິດ ໂດຍໝູນໃຊ້ທ່າແຮງທາງທຳມະຊາດ ເຂົ້າໃນການຜະລິດ (ບໍ່ໃຫ້ນຳໃຊ້ສານເຄມີ) ທັງນີ້ ກໍ່ເພື່ອເຮັດໃຫ້ສິ່ງແວດລ້ອມສະອາດ, ມີສຸຂະ ພາບແຂງແຮງ ແລະ ກາຍເປັນຕົ້ນທຶນທີ່ຍືນຍາວ; ໃຫ້ທຸກຄົນເປັນເຈົ້າການ ຊ່ວຍເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຂອບ ເຂດເມືອງຂອງຕົນ ໃຫ້ນັບມື້ໝົດໄປເປັນກ້າວໆ.

ແຫຼ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...