Homeຂ່າວຕ່າງປະເທດປາຣີ ທຸ້ມງົບ 1.5 ລ້ານຢູໂຣ ເພື່ອກຳຈັດໜູ ແລະຕິດຕັ້ງບ່ອນເຂ່ຍຂີ້ຢາສູບ

ປາຣີ ທຸ້ມງົບ 1.5 ລ້ານຢູໂຣ ເພື່ອກຳຈັດໜູ ແລະຕິດຕັ້ງບ່ອນເຂ່ຍຂີ້ຢາສູບ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 13 ມີນາ 2017 ຜ່ານມາວ່າ ຫົວໜ້າເທດສະບານນະຄອນຫຼວງປາຣີ ຈະໃຊ້ເງິນ 1.5 ລ້ານຢູໂຣ ເພື່ອກຳຈັດໜູໃນເມືອງຫຼວງ ແລະຈະຕິດຕັ້ງບ່ອນເຂ່ຍຢາສູບສາທາລະນະ ເພື່ອໃຫ້ເມືອງສະອາດຫຼາຍຂຶ້ນ

Anne Hidalgo ຫົວໜ້າເທດສະບານ ໄດ້ອອກມາດຕະການ 10 ຈຸດມຸ່ງໝາຍ ທີ່ຈະເຮັດໃຫ້ເມືອງສະອາດຫຼາຍຂຶ້ນ ເຊິ່ງມາດຕະການໄດ້ກ່າວລວມເຖິງການເພີ່ມເຈົ້າໜ້າທີ່ລະບົບສຸຂະພິບານ, ເພີ່ມຊົ່ວໂມງໃນການເກັບຂີ້ເຫຍື້ອຫຼາຍຂຶ້ນ ແລະກະຕຸ້ນໃຫ້ຮ້ານອາຫານຕ່າງໆ ເພີ່ມບ່ອນເຂ່ຍຂີ້ຢາສູບບໍລິເວນທາງອອກ-ທາງເຂົ້າເພີ່ມ

ຫົວໜ້າເທດສະບານ ໄດ້ເວົ້າວ່າ “ງົບປະມານດ້ານການທຳຄວາມສະອາດ ແລະການກຳຈັດສິ່ງເສດເຫຼືອໄວ້ປີລະ 500 ລ້ານ ໃນການຈັດການດ້ານຄວາມສະອາດ ແລະຈັດການເລື່ອງສິ່ງເສດເຫຼືອ ເຊິ່ງສະຖານະການເລີ່ມດີຂຶ້ນ, ແຕ່ປາຣີ ບໍ່ທັນສະອາດພຽງພໍ” ແລະຍັງເລື່ອງອະລະຍະທຳຄວາມສະອາດເປັນເລື່ອງຂອງທຸກຄົນ ແລະຮຽກຮ້ອງໃຫ້ຜູ້ທີ່ອາໄສຢູ່ປ່ຽນພຶດຕິກຳ

ແນວໃດກໍຕາມ ການປະກາດກຳຈັດໜູທີ່ຈະໃຊ້ເງິນ 1.5 ລ້ານຢູໂຣນີ້ ຈະໃຊ້ຊື້ເຄື່ອງຈັບໜູອັນໃໝ່ ແລະຖັງຂີ້ເຫຍື້ອຈຳນວນ 30 ພັນຖັງທົ່ວເມືອງ, ເຊິ່ງໃນແຕ່ລະປີ ພະນັກງານເທດສະບານເກັບກົ້ນຢາສູບໃນນະຄອນຫຼວງປາຣີໄດ້ຫຼາຍເຖິງ 150 ໂຕນ/ປີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...