ໂຮງໝໍກຸງເທບ – ອຸດອນ ໃຫ້ພະນັກງານຕ້ອນຮັບນຸ່ງຊຸດລາວ ຫວັງມັດໃຈລູກຄ້າຊາວລາວໃຫ້ເຖິງທີ່ສຸດ

ແຫຼ່ງຂ່າວລາວໂພສຕ໌ປະຈຳຕ່າງປະເທດ ໄດ້ລາຍງານເມື່ອວັນທີ 11 ມີນາ 2017 ນີ້ວ່າ ຢູ່ທີ່ໂຮງໝໍກຸງເທບ-ອຸດອນ ຈັງຫວັດອຸດອນທານີ ປະເທດໄທ ໄດ້ໃຫ້ພະນັກງານຕ້ອນຮັບພາກັນນຸ່ງຊຸດປະຈຳຊາດລາວ ນັ້ນກໍຄືນຸ່ງສິ້ນແລະເສື້ອໄໝແບບລາວ ມາປະຈຳການ ເຊິ່ງເຮັດໃຫ້ຜູ້ພົບເຫັນ ໂດຍສະເພາະແມ່ນລູກຄ້າທີ່ເປັນຄົນລາວ ຕ່າງກໍຍ້ອງຍໍຊົມເຊີຍວ່າ ມີຄວາມສຸພາບຮຽບຮ້ອຍ ອ່ອນຊ້ອຍ ສວຍງາມ ແລະເບິ່ງເປັນມິດກັບຄົນລາວຫຼາຍຂຶ້ນເປັນພິເສດ.

ໃນຫຼາຍປີທີ່ຜ່ານມາ ຄົນລາວຈຳນວນຫຼາຍທີ່ມີສະຖານະທາງດ້ານການເງິນດີ ມັກຈະເດິນທາງຂ້າມແດນໄປຮັບການປິ່ນປົວຢູ່ບັນດາໂຮງໝໍເອກະຊົນຂອງໄທ ໂດຍສະເພາະແມ່ນຢູ່ບັນດາຈັງຫວັດທີ່ຕິດກັບປະເທດລາວ. ສຳລັບຢູ່ເຂດນະຄອນຫຼວງວຽງຈັນ ມັກຈະເດິນທາງຂ້າມຊາຍແດນໄປປົວຢູ່ໜອງຄາຍ, ອຸດອນ ແລະຂອນແກ່ນ ເວົ້າໄດ້ວ່າລູກຄ້າຫຼັກຂອງໂຮງໝໍເອກະຊົນໄທໃນເຂດຈັງຫວັດໜອງຄາຍ, ອຸດອນ ແລະຂອນແກ່ນ ແມ່ນເປັນຄົນລາວ.

ຜູ້ສື່ຂ່າວຂອງລາວໂພສຕ໌ລາຍງານວ່າ ການທີ່ໂຮງໝໍກຸງເທບ-ອຸດອນ ໄດ້ແຕ່ງກາຍເປັນຊຸດລາວນັ້ນສາມາດເບິ່ງໄດ້ 2 ແງ່ ຄື:
1. ເປັນເທັກນິກທາງການຕະຫຼາດ ເພາະຊຸດປະຈຳຊາດລາວມີອິດທິພົນຕໍ່ຈິດໃຈຂອງຄົນລາວທີ່ສຸດ ໂດຍຫວັງຈະສ້າງຄວາມປະທັບໃຈແກ່ລູກຄ້າທີ່ເປັນຄົນລາວ ເຮັດໃຫ້ລູກຄ້າຊາວລາວຮູ້ສຶກເປັນມິດແລະອົບອຸ່ນ ດຶງດູດລູກຄ້າຈາກປະເທດລາວ ໂດຍທີ່ບໍ່ໄດ້ແບ່ງແຍກວ່ານັ້ນຄືຊຸດແຕ່ງກາຍປະຈຳຊາດລາວ ຫຼືຊາດໃດ ແຕ່ຂໍໃຫ້ການດຳເນີນທຸລະກິດດຳເນີນໄປໄດ້ດີກໍພໍ ເວົ້າໄດ້ວ່າໃຊ້ທຸກຮູບແບບທີ່ເຫັນວ່າດີແລະມີປະໂຫຍດຕໍ່ທຸລະກິດ.
2. ຄົນລາວແມ່ນລູກຄ້າເປົ້າໝາຍຫຼັກຂອງໂຮງໝໍ ກຸງເທບ-ອຸດອນ ຖ້າບໍ່ດັ່ງນັ້ນ ກໍຄົງບໍ່ເຖິງຂັ້ນຕ້ອງແຕ່ງກາຍເປັນຊຸດປະຈຳຊາດລາວ ຫຼືເບິ່ງອີກແງ່ໜຶ່ງ ຊຸດປະຈຳຊາດຂອງລາວມີຄວາມລຽບງາມແລະມີຄຸນຄ່າ ພ້ອມທັງຍັງມີອິດທິພົນທີ່ເຮັດໃຫ້ປະເທດເພື່ອນບ້ານຫຼົງສະເໜ່ ເຖິງຂັ້ນໃຫ້ພະນັກງານຂອງຕົນນຸ່ງຊາດປະຈຳຊາດລາວ.

ແນວໃດກໍຕາມ, ຖ້າຫວນຄືນໄປໃນປະຫວັດສາດຕໍ່ມາເຖິງປັດຈຸບັນ ປະຊາຊົນໄທໃນພາກອີສານແມ່ນມີວັດທະນະທຳການປາກເວົ້າ, ການແຕ່ງກາຍ ແລະວາດວິຖີຊີວິດຄືກັນກັບຄົນລາວທຸກປະການ. ດັ່ງນັ້ນ, ການແຕ່ງກາຍຊຸດລາວ ຈຶ່ງບໍ່ພຽງແຕ່ຈະມັດໃຈຄົນລາວ ແຕ່ຍັງຈະເປັນການມັດໃຈປະຊາຊົນໄທໃນພາກອີສານແລະເປັນການຟື້ນຟູວັດທະນະທຳການແຕ່ງກາຍຂອງທ້ອງຖິ່ນອີກດ້ວຍ.