ພິທີເຄື່ອນຍ້າຍຮູບປັ້ນ ສະມາຊິກອງຮ້ອຍລາດຊະວົງ

0
2046

ໂຄງການກໍ່ສ້າງອະນຸສອນສະຖານ ກອງຮ້ອຍລາດຊະວົງ ຢູ່ຖໍ້າແມ ເຂດ​ລາວ​ຮຸ່ງ​ພຽງ​ສາ ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ເປັນໂຄງການ​ຂອງ​ລັດຖະບານ ​ເຊິ່ງເລີ່ມກໍ່ຕັ້ງປະຕິບັດມາແຕ່ເດືອນມິຖຸນາ 2015 ເປັນຕົ້ນມາ ມາຮອດປະຈຸບັນສຳເລັດເກືອບ 100% ໂດຍ​ແມ່ນ​ບໍລິສັດ ​ດວງ​ພະ​ສຸກກໍ່ສ້າງ-ສ້ອມແປງ​ເຄຫາ​ສະຖານ-ຂົວ​ທາງ ແລະຊົນ​ລະ​ປະທານ ຈຳກັດ ເປັນ​ຜູ້​ລົງທຶນ ແລະ ຮັບ​ເໝົາ​ກໍ່ສ້າງ. ການກໍ່ສ້າງຄັ້ງນີ້ ເພື່ອສ້າງ​ເປັນ​ສະຖານທີ່​ທ່ອງ​ທ່ຽວທາງ​ດ້ານ​ປະຫວັດສາດ ​ໃຫ້​ຄົນ​ຮຸ່ນຫຼັງ​ໄດ້​ສຶກ​ສາ​ຮຽນ​ຮູ້ ແລະ ເປັນບ່ອນ​ຄົ້ນຄວ້າ​ເຖິງ​ວິລະ​ກຳ​ອັນ​ລ້ຳເລີດ​ຂອງ​ກອງຮ້ອຍ​ລາດ​ຊະ​ວົງໃນ​ເມື່ອ​ກ່ອນ ກໍ່​ຄືກອງທັບ​ປະຊາຊົນ​ລາວ​ໃນ​ປັດຈຸບັນ

ທ່ານ ຄຳ​ຫຼ້າ ດວງ​ພະ​ສຸກ ຜູ້ອຳນວຍການບໍລິສັດ ດວງ​ພະສຸກ​ກໍ່ສ້າງ-ສ້ອມແປງ​ເຄຫາ​ສະຖານ-ຂົວ​ທາງ ແລະ ຊົນ​ລະ​ປະທານ ຈຳກັດ ໄດ້​ໃຫ້​ຮູ້​ວ່າ: ປັດ​ຈຸບັນ ໂຄງການ​ແກະສະຫຼັກ​ຮູບ​ປັ້ນປະທານ ໄກສອນ ພົມວິຫານ, ທ່ານ ພົນ​ເອກ ສີ​ສະຫວາດ ແກ້ວບຸນ​ພັນ ແລະ ບັນດາ​ນັກຮົບ​ປະຕິວັດ​ລາວ ສະມາຊິກ​ກອງຮ້ອຍລາດ​ຊະ​ວົງ ຈຳນວນ 25 ທ່ານ ທີ່ໄດ້​ປະກາດ​ສ້າງຕັ້ງ​ກອງຮ້ອຍລາດ​ຊະ​ວົງ ໃນ​ວັນ​ທີ 20 ມັງກອນ 1949 ເພື່ອ​ນຳໄປ​ປະດິດ​ສະຖານ​ໄວ້​ຢູ່​ເຂດ​ອະນຸສອນ​ສະຖານຖ້ຳ​ແມ​ເຂດ​ລາວ​ຮຸ່ງ ເຊິ່ງ​ໂຄງການນີ້ ແມ່ນ​ແກະສະຫຼັກ​ຮູບ​ປັ້ນ​ດ້ວຍ​ຫີນ​ທີ່​ແຂງ​ແກ່ນ ທີ່​ຜະລິດຢູ່​ແຂວງ​ນິງ​ບິ່ງ ​ສສ ຫວຽດນາມ ໂດຍ​ນາຍ​ຊ່າງ​ຫວຽດນາມ. ພາຍຫຼັງ​ສຳເລັດ ​ກໍ່​ໄດ້​ຈັດ​ພິທີ​ເຄື່ອນຍ້າຍ​ຈາກ​ສະຖານທີ່​ຜະລິດ ​ມາເຖິງ​ສະຖານທີ່​ໂຄງການ​ກໍ່ສ້າງອະນຸສອນ​ສະຖານ ​ກອງຮ້ອຍລາດ​ຊະ​ວົງ ​ຢູ່​ຈຸດ​ຖ້ຳ​ແມ​ສຳເລັດ ໃນ​ວັນ​ທີ 4 ມີນາ 2017 ໃຊ້​ເວລາເຄື່ອນ​ຍ້າຍ​ເປັນ​ເວລາ 4 ວັນ ປັດຈຸ​ບັນ ກຳລັງ​ຫ້າງ​ຫາ​ກະກຽມ​ນຳເອົາ​ຮູບ​ປັ້ນ​ ເພື່ອ​ປະດິດສະຖານໄວ້​ທີ່​ສະຖານທີ່​ດັ່ງກ່າວ ເຊິ່ງ​ການເຄື່ອນ​ຍ້າຍ​ຄັ້ງ​ນີ້​ໄດ້​ມີ​ການ​ນຳແຂວງ, ເມືອງ ແລະ ປະຊາຊົນບັນດາເຜົ່າ​ແຂວງ​ຫົວພັນ ​ເຂົ້າຮ່ວມ​ແຕ່​ຕົ້ນ​ທາງ​ຮອດ​ປາຍທາງດ້ວຍ​ບັນຍາກາດ​ທີ່​ຟົດຟື້ນ

ສຳລັບ​ພິທີ​ປະດິດສະຖານຮູບ​ປັ້ນ ​ຢູ່​ໂຄງການ​ອະນຸສອນ​ສະຖານ​ກອງຮ້ອຍ​ລາດ​ຊະ​ວົງ ​ຢ່າງເປັນ​ທາງ​ການ​ ຈະ​ໄດ້​ຈັດ​ຂຶ້ນ​ໃນທ້າຍ​ເດືອນ​ມີນາ 2017, ເຊິ່ງກ່ອນໜ້ານີ້ໄດ້​ແຈ້ງ​ໄປ​ກ່ອນ​​ວ່າ ຈະ​ໄດ້ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 15-17 ມີນາ 2017 ແຕ່ໄດ້ເລື່ອນເວລາອອກໄປອີກ ເຊິ່ງ​ລາຍ​ລະອຽດຈະແຈ້ງ​ໃຫ້​ຊາບ​ຕາມ​ພາຍຫຼັງ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່