spot_img
Homeຂ່າວທ້ອງຖິ່ນປີ 2016 ຊຽງຂວາງມີນັກທ່ອງທ່ຽວເຂົ້າຢ້ຽມຊົມ 70 ພັນກວ່າຄົນ

ປີ 2016 ຊຽງຂວາງມີນັກທ່ອງທ່ຽວເຂົ້າຢ້ຽມຊົມ 70 ພັນກວ່າຄົນ

Published on

ແຂວງຊຽງຂວາງ ຕັ້ງຢູ່ທາງພາກເໜືອຂອງປະເທດລາວ, ມີເນື້ອທີ່ທັງໝົດ 16 ພັນກິໂລຕາແມັດ, ມີປະຊາຊົນຫຼາຍຊົນເຜົ່າອາໄສຢູ່ຮ່ວມກັນປະມານ 3 ແສນຄົນ ແລະມີທັງໝົດ 7 ເມືອງເຊັ່ນ: ເມືອງແປກ, ເມືອງຄູນ, ເມືອງຄຳ, ເມືອງຜາໄຊ, ເມືອງກູດ, ເມືອງໜອງແຮດແລະ ເມືອງໝອກ ເຊິ່ງມີແຫຼ່ງທ່ອງທ່ຽວຫຼາກຫຼາຍທີ່ສວຍງາມ ແລະລືຊື່ອີກຫຼວງຫຼາຍ ດັ່ງຄຳຂວັນທີ່ວ່າ: “ຊຽງຂວາງ ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມ ແຂວງວິລະຊົນ” ໂດຍສະເພາະແມ່ນທົ່ງໄຫຫີນທີ່ໜ້າອັດສະຈັນໃຈ ທີ່ເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ຄວາມສົນໃຈຢ້ຽມຊົມຢ່າງບໍ່ຂາດ ເຊິ່ງປີ 2016 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມທັງໝົດ 74.166 ຄົນ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 62.346 ຄົນ ສ້າງລາຍຮັບໄດ້ 7.209.571 ໂດລາສະຫະລັດ.

ປະຈຸບັນທົ່ວແຂວງຊຽງຂວາງ ມີສະຖານທີ່ພັກທັງໝົດ 122 ແຫ່ງ, ແບ່ງເປັນໂຮງແຮມ 13 ແຫ່ງ, ເຮືອນພັກ 106 ແຫ່ງ ແລະມີຣີສອດ 3 ແຫ່ງ, ສຳລັບຮ້ານອາຫານມີທັງໝົດ 183 ຮ້ານ, ສະຖານທີ່ທ່ອງທ່ຽວມີທັງໝົດ 41 ແຫ່ງ, ເຊິ່ງຫຼາຍກວ່າໝູ່ແມ່ນແຫຼ່ງທ່ອງທ່ຽວທາງວັດທະນະທຳ 18 ແຫ່ງ, ຮອງລົງມາແມ່ນທຳມະຊາດ 12 ແຫ່ງ, ນອກນັ້ນກໍແມ່ນສະຖານທີ່ທ່ອງທ່ຽວທີ່ສ້າງຂຶ້ນ.

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...