spot_img
HomeBaby-ແມ່ແລະເດັກສິ່ງທີ່ບໍ່ຄວນທາຖືກໃສ້ບືເດັກນ້ອຍເກີດໃໝ່

ສິ່ງທີ່ບໍ່ຄວນທາຖືກໃສ້ບືເດັກນ້ອຍເກີດໃໝ່

Published on

ໃສ້ບືເດັກນ້ອຍເກີດໃໝ່ ຈະແຫ້ງ ແລະ ຫຼຸດໄປຫຼັງຈາກເກີດແລ້ວປະມານ 7-10 ມື້ ຜູ້ເປັນພໍ່ແມ່ມືໃໝ່ສ່ວນຫຼາຍຈະກັງວົນໃນການເຮັດຄວາມສະອາດໃສ້ບື ແລະ ພໍ່ແມ່ຫຼາຍຄົນກໍ່ອາດຈະຍັງບໍ່ຮູ້ວ່າສິ່ງທີ່ເຮົາທາໃຫ້ລູກເປັນປະຈຳນັ້ນຫາກໄປຖືກໃສ້ບືລູກກໍ່ອາດຈະເຮັດໃຫ້ເກີດເຊື້ອພະຍາດກັບລູກໄດ້ ສະນັ້ນໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດເລີຍມີ 5 ສິ່ງທີ່ບໍ່ຄວນທາຖືກໃສ້ບືລູກນ້ອຍມາຝາກ

ຫ້າມທາຢາແກ້ທ້ອງອືດຖືກບໍລິເວນໃສ້ບືລູກ ເພາະຈະເຮັດໃຫ້ບໍລິເວນໃສ້ບືລູກນ້ອຍນັ້ນເກີດຄວາມຊຸ່ມ ອັກເສບໄດ້ງ່າຍ

ຫ້າມທາແປ້ງຖືກໃສ້ບືລູກ ເພາະແປ້ງຈະໄປອຸດຕັນໃສ້ບືຂອງລູກ ຈົນເກີດການອັກເສບຂຶ້ນໄດ້ ໂດຍສະເພາະລູກນ້ອຍບາງຄົນເມື່ອໃສ້ບືແຫ້ງຫຼຸດອອກແລ້ວອາດຍັງມີນ້ຳເຫຼືອງຊຶມອອກມາຢູ່ ແມ່ນຫ້າມໃຫ້ແປ້ງຖືກເດັດຂາດ ເພາະແປ້ງທີ່ໄປປົນກັບນ້ຳເຫຼືອງອາດເປັນຕົວກະຕຸ້ນໃຫ້ໃສ້ບືເກີດການອັກເສບຢ່າງຮຸນແຮງໄດ້

ຫ້າມໃສ່ຜ້າອ້ອມປິດໃສ້ບືເດັກນ້ອຍເກີດໃໝ່ ເພື່ອປ້ອງກັນການຖືກກົດທັບເປັນເວລາດົນຈາກຜ້າອ້ອມຈົນເຮັດໃຫ້ເກີດການອັບຊຸ່ມທີ່ໃສ້ບືໄດ້

ຫ້າມທາໂລຊັ່ນຖືກໃສ້ບືເດັກເກີດໃໝ່ ເພາະຈະເຮັດໃຫ້ໃສ້ບືເກີດເຊື້ອຣາໄດ້ງ່າຍ

ຫ້າມແກະໃສ້ບືເດັກເກີດໃໝ່ ຫຼັງຈາກໄປ 7-10 ມື້ໃສ້ບືລູກຈະຫຼຸດອອກເອງຕາມທຳມະຊາດ ຖ້າຍັງບໍ່ທັນຫຼຸດອອກພໍ່ແມ່ກໍ່ບໍ່ຄວນແກະອອກ ເພາະຈະເຮັດໃຫ້ໃສ້ບືລູກເກີດອັກເສບໄດ້ງ່າຍ

ເຊັດໃສ້ບືດ້ວຍແອລກໍຮໍເທົ່ານັ້ນ ຫຼັງຈາກອາບນ້ຳແລ້ວກໍ່ໃຫ້ເຊັດໃສ້ບືດ້ວຍແອລກໍຮໍ 70% ເວລາເຊັດກໍ່ເຮັດຄ່ອຍໆ ມືເບົາໆ ລູກຈິ່ງບໍ່ຮູ້ສຶເຈັບ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...