spot_img
Homeຂ່າວທ້ອງຖິ່ນທ່ານ ລຽນ ທີແກ້ວ ລົງຊຸກຍູ້ໂຄງການປູກຊາໝ້ຽງ ຢູ່ເມືອງໄຊຊະຖານ

ທ່ານ ລຽນ ທີແກ້ວ ລົງຊຸກຍູ້ໂຄງການປູກຊາໝ້ຽງ ຢູ່ເມືອງໄຊຊະຖານ

Published on

ຫວ່າງບໍ່ດົນຜ່ານມານີ້ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ໂຄງການປູກຊາໝ້ຽງ ຢູ່ເມືອງໄຊຊະຖານ ແຂວງໄຊຍະບູລີ ໂດຍການຕ້ອນຮັບ ແລະ ນຳ ພາເບິ່ງສະຖານທີ່ດັ່ງກ່າວ ໂດຍທ່ານ ພົງສະຫວັນ ສິດທະ ວົງ ເຈົ້າແຂວງໄຊຍະບູລີ.

ທ່ານ ລຽນ ທິແກ້ວ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຕົ້ນກຳເນີດ ຂອງຊາໝ້ຽງຈາກທ່ານ ກອງສີ ວົງສີ ເຈົ້າເມືອງໄຊຊະຖານ, ຊາໝ້ຽງທຳມະຊາດໃນເມື່ອກ່ອນ ປະຊາຊົນແມ່ນໄດ້ນຳມາຜະລິດເປັນໝ້ຽງເພື່ອອົມ ແລະ ສົ່ງອອກຂາຍຕາມທ້ອງຕະຫຼາດ, ປັດຈຸບັນ ພາຍຫຼັງ ທີ່ໄດ້ສ້າງເປັນເມືອງດັ່ງກ່າວ, ການນຳຂອງເມືອງ ແລະ ແຂວງ ກໍໄດ້ສົ່ງເສີມໃຫ້ປະຊາຊົນຫັນຈາກການຜະລິດໝ້ຽງ ເພື່ອອົມນັ້ນ ມາເປັນການຜະລິດເປັນຊາໝ້ຽງແທນ ແລະ ໃຫ້ປະຊາຊົນຂະຫຍາຍ ແລະ ປູກຊາໝ້ຽງອອກອີກ.

ປັດຈຸບັນ ມີເນື້ອທີ່ປູກຊາໝ້ຽງທັງໝົດ 650 ກວ່າເຮັກຕາ, ຈາກນັ້ນ ທ່ານເຈົ້າແຂວງ ກໍໄດ້ນຳພາ ທ່ານລັດຖະມົນຕີ ພ້ອມຄະນະລົງ ເບິ່ງສວນຊາໝ້ຽງ, ສູນທົດລອງ ປູກກາເຟຂອງ ທ່ານ ວົງແກ້ວ ຫຼວງສຳພັນ ແລະ ໃນຕອນ ບ່າຍຂອງວັນດຽວກັນ ຄະນະ ດັ່ງກ່າວ ກໍໄດ້ຢ້ຽມຢາມເບິ່ງ ຟາມລ້ຽງຄວາຍຂອງ ທ່ານ ນາງ ຊວນ ແລະ ເບິ່ງສູນທົດລອງ ປູກເຂົ້າຊີວະພາບ ໂດຍນຳໃຊ້ ເຕັກໂນໂລຊີທີ່ທັນສະໄໝຂອງ ບໍລິສັດລາວກ້າວໜ້າຢູ່ເມືອງ ພຽງ ຕື່ມອີກ

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...