spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກຫຼາຍກວ່າ 400 ກໍລະນີ

ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກຫຼາຍກວ່າ 400 ກໍລະນີ

Published on

ໜັງສືພິມ ລາວພັດທະນາ ລາຍງານເມື່ອວັນທີ 6 ມີນາ 2017ນີ້ວ່າ ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ເມື່ອທ້າຍອາທິດຜ່ານມາວ່າ: ເຖິງວ່າປັດຈຸບັນເປັນໄລຍະສະພາບອາກາດໜາວ, ແຕ່ການລະບາດຂອງເຊື້ອໄຂ້ເລືອດອອກ (ໄຂ້ຍຸງ) ຢູ່ຫລາຍແຂວງຍັງມີແນວໂນ້ມເພີ່ມຂື້ນ, ໂດຍສະເພາະນະຄອນຫຼວງວຽງຈັນ ແລະ ແຂວງພາກໃຕ້, ຊຶ່ງນັບແຕ່ປີໃໝ່ມານີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 400 ກໍລະນີ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ແນວໃດກໍຕາມ, ນີ້ຖືເປັນສັນຍານເຕືອນໃຫ້ເຫັນວ່າແມ່ນມີການລະບາດແຕ່ຫົວທີຂອງເຊື້ອພະຍາດດັ່ງກ່າວ.

ໜ່ວຍເຝົ້າລະວັງ ໃຫ້ຮູ້ວ່າ: ສໍາລັບຢູ່ນະຄອນຫຼວງວຽງຈັນມີຈຳນວນຜູ້ຕົວເຊື້ອແລ້ວຫລາຍກວ່າ 120 ກໍລະນີ, ຈຳປາສັກ 108 ກໍລະນີ, ອັດຕະປື 97 ກໍລະນີ, ບໍລິຄຳໄຊ 22 ກໍລະນີ, ສະຫວັນນະເຂດ 16 ກໍລະນີ, ເຊກອງ 14 ກໍລະນີ, ສາລະວັນ 14 ກໍລະນີ, ຄຳມ່ວນ 9 ກໍລະນີ ແລະ ແຂວງ ອື່ນໆກໍມີຜູ້ຕິດເຊື້ອຈຳນວນໜຶ່ງ. ແນວໃດກໍຕາມ, ເຖິງວ່າຜ່ານມາກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງແຕ່ລະທ້ອງຖິ່ນໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການໂຄສະນາແນະນຳປະຊາຊົນຮູ້ປ້ອງກັນຕົນເອງ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມເຮືອນຊານບ້ານຊ່ອງ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງມີລັກສະນະເພີ່ມຂື້ນ ແລະ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດດັ່ງ ກ່າວໃຫ້ໝົດໄປ, ພາກສ່ວນກ່ຽວ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຕ້ອງໄດ້ເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ແຂງແຮງກວ່າເກົ່າ, ເພື່ອບໍ່ໃຫ້ເກີດການລະບາດໃຫຍ່ດັ່ງທີ່ເຄີຍເປັນມາແລ້ວນັ້ນ, ສິ່ງສຳຄັນແມ່ນໃຫ້ປະຊາຊົນເປັນເຈົ້າການທຳລາຍແຫລ່ງເພາະພັນຂອງໜອນນ້ຳຍຸງລາຍທີ່ເປັນພາຫະນຳເຊື້ອດ້ວຍການປະຕິບັດຄຳຂັວນ 5 ປ ທີ່ກະ ຊວງສາທາລະນະສຸກວາງອອກໃຫ້ແຂງແຮງຄື:

1. ປິດຝາພາຊະນະທີ່ເກັບນ້ຳໃນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່.
2. ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ.
3. ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ.
4. ປັບປຸງການອະນາໄສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ
5. ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ
ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນ, ເພື່ອສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫລຸດໜ້ອຍຖອຍລົງ ແລະ ດັບສູນໄປ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...