Homeຂ່າວເຫດການການຈັດເກັບລາຍຮັບ ໃນນະຄອນຫຼວງຫຼຸດຄາດໝາຍ

ການຈັດເກັບລາຍຮັບ ໃນນະຄອນຫຼວງຫຼຸດຄາດໝາຍ

Published on

ໃນວັນທີ 3 ມີນາ 2017 ຜ່ານມາ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ  ໄດ້ຈັດກອງ​ປະຊຸມ​ສະຫຼຸບ​ການ​ຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານ​ຂອງ ນວ ສົກ​ປີ 2015-2016 ແລະ ທິດ​ທາງ​ປີ 2017 ຂຶ້ນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນ​ລະວົງ ຄຸດ​ໄພທູນ ເຈົ້າ​ຄອງ ນວ,  ທ່ານ ອາດ​ສະພັງ​ທອງ ສີ​ພັນດອນ ຮອງ​ລັດຖະມົນຕີ​ກະຊວງການ​ເງິນ ພ້ອມ​ດ້ວຍ​ບັນດາ​ກົມ, ເມືອ,ງ ພະແນກການ ແລະພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນກອງປະຊຸມສະຫຼຸບການຈັດຕັ້ງ​ປະຕິບັດ​ແຜນ​ງົບ​ປະມານ​ຂອງ ນວ ສົກ​ປີ 2015-2016 ແລະ ທິດ​ທາງ​ປີ 2017 ຄັ້ງນີ້ ທ່ານ ຄຳ​ພັນ ມາລາ​ບັນດິດ ຫົວໜ້າ​ພະແນກການ​ເງິນ ນວ ໄດ້​ກ່າວ​ວ່າ: ການ​ຈັດ​ເກັບ​ລາຍ​ຮັບ​ຕົວ​ຈິງ ສົກ​ປີ 2015-2016 ສາມາດ​ປະຕິ​ບັດ​ໄດ້ 1.214,58 ຕື້​ກີບ ເທົ່າກັບ 82,96% ຂອງ​ແຜນການ ໃນ​ນີ້ ສ່ວຍ​ສາ​ອາກອນ 851,38 ຕື້​ກີບ ​ເທົ່າ​ກັບ 81,08%, ຊັບ​ສິນຂອງ​ລັດ 86,75 ຕື້​ກີບ ເທົ່າ​ກັບ 157,72%, ການ​ເງິນ​ລັດ​ວິ​ສາ​ຫະກິດ 1,65 ຕື້​ກີບ ເທົ່າ​ກັບ 233,49%, ພາສີ​ດ່ານ​ທ້ອງຖິ່ນ ແລະ ປະເພນີ 7,22 ຕື້​ກີບ ເທົ່າກັບ 60,22%, ສະເພາະ​ລາຍຮັບ​ພູດ​ແບ່ງ 10% ຂອງ​ພາສີ ດ່ານ​ສາກົນ​ ປະຕິບັດ​ໄດ້ 276,53 ຕື້​ກີບ ເທົ່າ​ກັບ 77,25%, ລາຍຮັບ​ອື່ນໆ 52,81 ຕື້​ກີບ ຖ້າ​ແຍກສະເພາະ​ພູດ ນວ ຮັບຜິດຊອບ 1.055,72 ຕື້​ກີບ ປະຕິບັດ​ໄດ້ 939,78 ຕື້​ກີບ ເທົ່າ​ກັບ 89,01% ດ້ານ​ລາຍ​ຈ່າຍ 619,87 ຕື້​ກີບ ແລະ ໄດ້​ດັດແກ້ເປັນ 601,86 ຕື້​ກີບ ປະຕິບັດ​ໄດ້ 587 ຕື້​ກີບ ເທົ່າ​ກັບ 97,53% ຂອງ​ແຜນການ, ໃນ​ນີ້ ລາຍ​ຈ່າຍປົກກະຕິ 541,32 ຕື້​ກີບ ເທົ່າ​ກັບ 97,34%, ຈ່າຍ​ວິຊາ​ການ 45,68 ຕື້​ກີບ ເທົ່າ​ກັບ 99,85%, ດຸ່ນ​ດ່ຽງ​ໃຫ້​ສູນ​ກາງ 574,58 ຕື້ກີບ ເທົ່າ​ກັບ 66,64%

ໄລຍະ 3 ເດືອນ​ຂ້າມ​ຜ່ານ ນວ ໄດ້​ຮັບ​ຕົວເລກ 221,7 ຕື້​ກີບ ສາມາດ​ປະຕິ​ບັດ​ໄດ້​ຕົວ​ຈິງ 214,8 ຕື້​ກີບ ເທົ່າກັບ 96,89%, ດ້ານ​ລາຍ​ຈ່າຍ ປະຕິບັດ​ໄດ້ 99,38 ຕື້​ກີບ ເທົ່າກັບ 97,61%, ສຳລັບ​ປີ 2017 ນວ ໄດ້​ຮັບ​ແຜນ​ຈັດ​ເກັບ​ລາຍ​ຮັບ 1.100,71 ຕື້​ກີບ ສ່ວນ​ລາຍ​ຈ່າຍແມ່ນ 639,39 ຕື້​ກີບ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...