ສຕລ ໄດ້ຈັດພິທີມອບເງິນລາງວັນຮອງຊະນະເລີດ TOYOTA MEKONG CLUB 2016 ໃນສະໂມສອນລ້ານຊ້າງ

ຕິດຕາມກັນມາພໍສົມຄວນສຳລັບໄລຍະທີ່ຜ່ານມາ ກ່ຽວກັບເງິນລາງວັນຮອງຊະນະເລີດ TOYOTA MEKONG CLUB 2016 ຈຳນວນ 50.000 ໂດລາ ແລະ ໃນທີ່ສຸດ ເມື່ອວັນສຸກວັນທີ 03 ມີນາ 2017 ທີ່ຜ່ານມາ ທາງສະຫະພັນບານເຕະ ແຫ່ງຊາດລາວ ໄດ້ຈັດພິທີມອບຮັບເງິນລາງວັນຮອງຊະນະເລີດ TOYOTA MEKONG CLUB 2016 ຢ່າງເປັນທາງການ.

ພິທີດັ່ງກ່າວໄດ້ຕາງໜ້າມອບໂດຍ ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ຮັບໂດຍທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນ ລ້ານຊ້າງ ຢູໄນເຕັດ ເຊິ່ງເປັນເງິນລາງວັນຮອງຊະນະເລີດ TOYOTA MEKONG CLUB 2016 ຈຳນວນ 50.000 ໂດລາ ແລະ 3000 ໂດລາ ນັກກິລາດີເດັ່ນ ໃຫ້ກັບ ສະໂມ ສອນ ລ້ານຊ້າງ ຢູໄນເຕັດ.