spot_img
Homeນານາສາລະດື່ມນໍ້າໝາກນາວກ່ອນນອນ ມີປະໂຫຍດຫຼາຍຢ່າງ

ດື່ມນໍ້າໝາກນາວກ່ອນນອນ ມີປະໂຫຍດຫຼາຍຢ່າງ

Published on

ບາງຄົນດື່ມນໍ້າໝາກນາວໃນຕອນເຊົ້າຕະຫຼອດ ແຕ່ມື້ນີ້ລອງມາປ່ຽນເວລາດື່ມນໍ້າໝາກນາວກ່ອນນອນລອງເບິ່ງ ເຊິ່ງຈະໄດ້ຜົນທີ່ແຕກຕ່າງກັນ, ການດື່ມນໍ້າໝາກນາວກ່ອນນອນ ຈະດີຕໍ່ສຸຂະພາບ, ຊ່ວຍຫຼຸດນໍ້າໜັກ ແລະຍັງມີສັບພະຄຸນຫຼາຍໆຢ່າງ ຈົນເຮັດໃຫ້ເປັນກະແສດື່ມນໍ້າໝາກນາວກ່ອນນອນ ເພື່ອຫຼຸດນໍ້າໜັກ

1. ຊ່ວຍຂັບຖ່າຍສະດວກ: ດື່ມນໍ້າໝາກນາວປະສົມກັບນໍ້າອຸ່ນຈອກໃຫຍ່ທຸກຄືນ, ປະລິມານນໍ້າອຸ່ນທີ່ດື່ມ ຈະຊ່ວຍເພີ່ມຄວາມຄ່ອງຕົວໃຫ້່ລຳໄສ້, ສ່ວນກົດ ແລະໄຟເບີໃນນໍ້າໝາກນາວ ຈະລ້າງສິ່ງຕົກຄ້າງໃນລຳໄສ້ ໃຫ້ເຈົ້າຕື່ນເຊົ້າມາຖ່າຍສະດວກ

2. ແກ້ອາການເຈັບຄໍ: ວິຕາມິນຊີ ແລະສານຕ້ານອະນຸມູນອິດສະລະໃນນໍ້າໝາກນາວ ຈະຊ່ວຍບັນເທົາອາການອັກເສບໃນລຳຄໍໄດ້ ແລະສຳລັບຄົນທີ່ຮູ້ສຶກເຈັບຄໍ ຄືກັບຈະເປັນຫວັດ ໃຫ້ດື່ມນໍ້າໝາກນາວ ປະສົມນໍ້າອຸ່ນ ແລະນໍ້າເຜິ້ງກ່ອນນອນ ຈະຊ່ວຍປິ່ນປົວອາການເຈັບຄໍລະຫວ່າງທີ່ເຮົານອນຫຼັບ

3. ກະຕຸ້ນພູມຄຸ້ມກັນ: ການດື່ມນໍ້າໝາກນາວທີ່ມີວິຕາມິນຊີສູງ ຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນໄດ້ດີ, ວິຕາມິນຊີ ໃນຮູບລະລາຍໃນນໍ້າໝາກນາວ ຈະຈັບກັບເຊື້ອພະຍາດໃນກະແສເລືອດ ແລະຈະອອກມາພ້ອມກັບນໍ້າປັດສະວะ

4. ເຮັດໃຫ້ຜິວສົດໃສ: ວິຕາມິນຊີ ແລະສານຕ້ານອະນຸມູນອິດສະລະຕ່າງໆ ສາມາດຊ່ວຍຫຼຸດສິວ, ຜິວມັນ ເຮັດໃຫ້ຜິວສົດໃສ ແລະຊ່ວຍຂ້າແບັກທີເລຍຫຼາຍຊະນິດທີ່ເປັນສາເຫດເຮັດໃຫ້ເກີດສິວ, ຊ່ວຍໃຫ້ຜິວດີຈາກພາຍໃນສູ່ພາຍນອກ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...