spot_img
Homeຂ່າວ​ໄອ​ທີSamsung Galaxy Xcover 4 ສະມາດໂຟນແຫ່ງຄວາມທົນລຸ້ນໃໝ່ ຮອງຮັບມາດຕະຖານ IP68

Samsung Galaxy Xcover 4 ສະມາດໂຟນແຫ່ງຄວາມທົນລຸ້ນໃໝ່ ຮອງຮັບມາດຕະຖານ IP68

Published on

ເປັນເວລາເຖິງ 2 ປີ ທີ່ທາງ Samsung ໄດ້ເປີດໂຕ Galaxy Xcover 3 ໃນປີ 2015 ເຊິ່ງເປັນສະມາດໂຟນທີ່ເຮັດມາເພື່ອທົນທານຕໍ່ແຮງກະທົບຕ່າງໆ ແລະມາໃນມື້ນີ້ Samsung ກໍໄດ້ປະກາດເປີດໂຕລຸ້ນສືບທອດຂອງມັນອອກມາແລ້ວນັ້ນກໍຄື: Galaxy Xcover 4.



ສຳລັບ Samsung Galaxy Xcover 4 ນີ້ມາພ້ອມກັບມາດຕະຖານ IP68 ແລະມາດຕະຖານ US Military Standard MIL-STD 810G ທີ່ສາມາດກັນນ້ຳໃນລະດັບຄວາມເລິກ 1.5 ແມັດ ໄດ້ 30 ນາທີ, ກັນກະທົບໃນລະດັບຄວາມສູງ 1.2 ແມັດ ແລະສາມາດກັນຝຸ່ນໄດ້ນຳ. ໂດຍນອກຈາກການປ້ອງກັນແລ້ວ ທາງດ້ານໜ້າຈໍເອວກໍອອກແບບມາເພື່ອໃຫ້ສຳຜັດໄດ້ງ່າຍໃນເມື່ອເຮົາໃສ່ຖົງມືອີກພ້ອມ.

ສະເປັກທີ່ເປັນຂ່າວລືຂອງ Samsung Galaxy Xcover 4 ມີດັ່ງນີ້:


  • ນ້ຳໜັກ: 172 ກຣາມ
  • ໜ້າຈໍ: ຂະໜາດ 4.99 ນິ້ວ, HD (1280 × 720 ພິກເຊວ)
  • CPU: Exynos 7570 1.4 GHz 
  • GPU: Mali-T720
  • RAM: 2GB RAM
  • ROM: 16GB ເພີ່ມກາຣ໌ດ microSD ໄດ້ 128GB
  • ລະບົບ: Android 7.0 (Nougat)
  • ຄວາມປອດໄພ: IP68 – ສາມາດກັນນ້ຳ ແລະ ຝຸ່ນ ແລະມາດຕະຖານ US Military Standard MIL-STD 810G
  • ກ້ອງຫຼັງ: 13 ລ້ານພິກເຊວ ພ້ອມແຟລັດ LED ແລະ f/1.9
  • ກ້ອງໜ້າ: 5 ລ້ານພິກເຊວ
  • ການເຊື່ອມຕໍ່: 4G, Wi-Fi 802.11 a/b/g/n, Bluetooth 4.0, GPS/GLONASS, NFC
  • ແບັດເຕີຣີ: 2,800mAh 

ສຳລັບ Samsung Galaxy Xcover 4 ແມ່ນມາດ້ວຍໂຕເຄື່ອງສີດຳ ມີລາຄາຢູ່ທີ່ 259 ຢູໂຣ (2.230.000 ກີບ) ແລະຈະເລີ່ມວາງຂາຍໃນຊ່ວງເດືອນເມສາ ໃນແຖບປະເທດຢຸໂຣບ. 

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...