Homeນານາສາລະວິທີປັບເວລານອນໃຫ້ເປັນປົກກະຕິ ນອນກາງຄືນເຮັດວຽກຕອນສວາຍ

ວິທີປັບເວລານອນໃຫ້ເປັນປົກກະຕິ ນອນກາງຄືນເຮັດວຽກຕອນສວາຍ

Published on

  1. ເຂົ້ານອນແຕ່ຫົວຄໍ່າ ເຮັດໃຈໃຫ້ສະບາຍ ອາດນັ່ງສະມາທິ ດື່ມນົມອຸ່ນຈອກນ້ອຍ ຟັງທຳມະ ຫຼືຟັງເພງຊ້າໆ ປິດໄຟນອນ ເພີ່ມກິ່ນອະໂຣມາໃນຫ້ອງນອນທີ່ເຮັດໃຫ້ຈິດໃຈຜ່ອນຄາຍ
  2. ຕື່ນນອນຕອນເຊົ້າເວລາເດີມ ຢ່າງສະໝໍ່າສະເໝີ ບໍ່ວ່າຈະຮູ້ສຶກຢາກນອນພຽງໃດກໍຕາມ ຫາກຕື່ນເວລາເດີມຕະຫຼອດ ຈະເຮັດໃຫ້ຮ່າງກາຍຄຸ້ນເຄີຍ ແລະຄ່ອຍໆປັບເປັນປົກກະຕິໄດ້ຢ່າງຊ້າໆ
  3. ຫຼີກລຽງການເຮັດວຽກຜິດເວລາເປັນເວລາດົນ ຄວນຮູ້ຈັກແບ່ງເວລາໃນການເຮັດວຽກ, ກິນເຂົ້າ ແລະພັກຜ່ອນໃຫ້ເປັນເວລາປົກກະຕິ
  4. ຫາກຢາກນອນໃນຕອນສວາຍບໍ່ຄວນນອນ ເພາະຈະເຮັດໃຫ້ຕອນກາງຄືນບໍ່ຢາກນອນ ແຕ່ຖ້າຢາກນອນຫຼາຍໆ ຄວນໃຊ້ເວລາຫຼັບສັ້ນໆ ບໍ່ເກີນ 30 ນາທີເທົ່ານັ້ນ

ຮ່າງກາຍຂອງເຮົາເຮັດວຽກຕາມເວລາ ເຮົາຄວນຮັກສາເວລາຂອງຮ່າງກາຍໃຫ້ເປັນປົກກະຕິ ເພື່ອລະບົບໃນຮ່າງກາຍຕ່າງໆເຮັດວຽກໄດ້ເປັນປົກກະຕິ, ຖ້າລະບົບໃນຮ່າງກາຍບໍ່ປົກກະຕິ ຈະເຮັດໃຫ້ພູມຄຸ້ມກັນໃນຮ່າງກາຍຕໍ່າ ແລະເປັນສາເຫດເຮັດໃຫ້ພະຍາດເຂົ້າມາທຳຮ້າຍຮ່າງກາຍຂອງເຮົາໄດ້

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...