Homeຂ່າວຕ່າງປະເທດມະນຸດທີ່ມີເນື້ອງອກເທິງໃບໜ້າ ໜັກເກືອບ 15 ກິໂລກຣາມ

ມະນຸດທີ່ມີເນື້ອງອກເທິງໃບໜ້າ ໜັກເກືອບ 15 ກິໂລກຣາມ

Published on

ສຳນັກຂ່າວເດລີ່ເມລລາຍງານເມື່ອວັນທີ 2 ມີນາ 2017 ຜ່່່່່່ານມາວ່າ ທ້າວ ຊຸນຊ່າຍ ຄົນຈີນອາຍຸ 39 ປີ ປ່ວຍເປັນໂຣກເນື້ອງອກເທິງໃບໜ້າ ເຊິ່ງເນື້ອງອກດັ່ງກ່າວມີນໍ້າໜັກເກືອບ 15 ກິໂລກຣາມ ລາວປະຕິເສດທີ່ຈະຮ່ວມລາຍການໂຊຂອງແປກ ຫຼື Freak Show

ທ້າວ ຫວງ ຫຼືຮູ້ຈັກກັນໃນນາມ “ມະນຸດຊ້າງ” ມີອາການເນື້ອງອກຜິດປົກກະຕິເທິງໃບໜ້າຕັ້ງແຕ່ອາຍຸ 4 ປີ ຕ້ອງອອກຈາກໂຮງຮຽນຫຼັງຈາກເລີ່ມຮຽນໄດ້ບໍ່ພໍເທົ່າໃດປີ, ປັດຈຸບັນອາໄສຢູ່ກັບຍາດຕິພີ່ນ້ອງ ແລະພໍ່ແມ່ ໃນໝູ່ບ້ານຢູ່ຫຼານ ເຂດຢົ່ງຊິນ ມົນທົນຫູໜານ ພາກກາງຂອງປະເທດຈີນ

ຄົນເຈັບອາການປະຫຼາດນີ້ ເປັນກໍລະນີສຶກສາທາງການແພດ ແລະປະກົດການໃນສາລະຄະດີມາຫຼາຍຄັ້ງ ນັບຕັ້ງແຕ່ເປີດຕົວ ແລະເຂົ້າຮັບການຜ່າຕັດເປັນຄັ້ງທຳອິດໃນປີ 2007 ຈາກນັ້ນໄດ້ຮັບການຜ່າຕັດຢ່າງຕໍ່ເນື່ອງອີກ 3 ຄັ້ງໃນປີຖັດໆມາ ເຊິ່ງໄດ້ຮັບເງິນຊ່ວຍເຫຼືອຈາກການບໍລິຈາກ, ການຜ່າຕັດຊ່ວຍຫຼຸດກ້ອນເນື້ອລົງໄດ້ເລັກໜ້ອຍ ແຕ່ເວລາທີ່ທ້າວ ຫວງ ອອກໄປຕາມສະຖານທີ່ສາທາລະນະ ກໍຍັງເປັນຈຸດສົນໃຈຂອງຄົນອື່ນຢູ່ ແລະຍັງມີເນື້ອງອກໃໝ່ທີ່ໃຫຍ່ຂຶ້ນ

ທາງການແພດຜູ້ປິ່ນປົວບອກວ່າ ທ້າວຫວງ ປ່ວຍເປັນໂຣກນິວໂຣໄຟໂບຣມາໂຕຊິສ ຫຼືພະຍາດທາງກຳມະພັນ ທີ່ເຮັດໃຫ້ຜ້ປ່ວຍມີຄວາມສ່ຽງທີ່ຈະເກີດເນື້ອງອກໄດ້ງ່າຍ ແລະລາວຍັງເປັນຕົວຢ່າການສຶກສາທາງການແພດ ແລະຖືກຖ່າຍທອດຜ່ານສາລະຄະດີມາເປັນເວລາຫຼາຍປີ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...