spot_img
Homeຂ່າວທ້ອງຖິ່ນສຳຫຼວດສະໜາມບິນເກົ່າເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວແບບຍືນຍົງ

ສຳຫຼວດສະໜາມບິນເກົ່າເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວແບບຍືນຍົງ

Published on

ໃນວັນທີ 28 ກຸມພາ 2017 ຜ່ານມາ ທີ່ພະແນກແຜນການ ແລະການລົງທຶນແຂວງວຽງຈັນ ໄດ້ມີພິທີລົງນາມບັນທຶກຄວາມເຂົ້າໃຈ ແລະ​ອະນຸມັດ ​ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ​ໃຫ້​ກາຍແຫລ່ງທ່ອງທ່ຽວ​ ແບບ​ຍືນຍົງ, ຄາດ​ວ່າ​ຈະ​ມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ ລະຫວ່າງທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກ ແລະການລົງທຶນ ແຂວງວຽງຈັນກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ ສອງ​ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ສຳລັບເຂດທີ່ຈະສຶກສາ-ສຳຫລວດ ຄວາມເປັນໄປໄດ້ ແມ່ນຢູ່ສະໜາມບິນເກົ່າ ເມືອງວັງວຽງ ມີເນື້ອທີ່ 15 ເຮັກຕາກວ່າ ເຊິ່ງກວມເອົາ 5 ບ້ານ ຂອງເມືອງວັງວຽງ ໂດຍຈະ​ໃຊ້​ເວລາ 12 ເດືອນ ​ເຊິ່ງບໍລິສັດ ຕ້ອງອອກແບບ ໂຄງການຕາມສັນຍາລັກ ກໍຄື ເມືອງວັງວຽງ ແລະອອກແບບຕາມແຜນການ ທີ່ໄດ້ສະເໜີ ໃນເບື້ອງຕົ້ນ ຄື: ຫ້ອງວາງສະແດງສິລະປະ, ຫ້ອງວາງສະແດງ, ຫ້ອງສຳພັດນ້ຳແຂງ, ສວນນ້ຳພຸ, ສູນການຄ້າ, ໂຮງແຮມ, ອາພາດເມັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງເດັກ, ຕະຫລາດນ້ຳ, ສວນນ້ຳ, ບ່ອນຈອດລົດ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ເຊິ່ງກິດຈະກຳທັງໝົດ ຕ້ອງໄດ້ມີການຮັບຮອງ ຈາກພາກ ລັດຕາມລະບຽບກົດໝາຍ.

ໃນກອງປະຊຸມນີ້ ທ່ານນາງ ແກ້ວມະນີວອນ ຜາລີຂັນ ຜູ້ອຳນວຍການບໍລິສັດ ຜາລີຂັນ ໃນນາມຜູ້ລົງທຶນຮ່ວມກັບ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ກ່າວວ່າ: ຖ້າວ່າຜົນຂອງການສຳຫລວດ ພາຍໃນ 12 ເດືອນ ຫາກມີຄວາມເປັນໄປໄດ້ ກໍຈະໄດ້ລົງມືຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ຕາມບົດບັນທຶກ ແລະ ຈະສ້າງໃຫ້ສຳເລັດ ຕາມ​ຄາດໝາຍ. ພ້ອມ​ນີ້, ທາງບໍລິສັດ ຈະເອົາໃຈໃສ່ອານຸລັກ ສິ່ງແວດລ້ອມ ເພື່ອການທ່ອງທ່ຽວ ແບບສີຂຽວ ​ແລະ ຍືນຍົງ ​ເປັນອັນດັບໜຶ່ງ ເຮັດໃຫ້ເມືອງວັງວຽງ ກາຍເປັນສະຖານ​ທີ່ທ່ອງທ່ຽວ ທີ່ຮູ້ຈັກໄປທົ່ວໂລກ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...