spot_img
Homeຂ່າວພາຍ​ໃນສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນ ເມື່ອນຳເຂົ້າໄປ ສສ ຫວຽດ ນາມ.

ສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນ ເມື່ອນຳເຂົ້າໄປ ສສ ຫວຽດ ນາມ.

Published on

ເມື່ອວັນທີ 01 ມີນາ 2017ນີ້ ສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນ ເມື່ອນຳເຂົ້າໄປ ສສ ຫວຽດ ນາມ. ຄຳແນະນຳສະບັບນີ້ ຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ 10 ແຂວງ ຂອງ ສປປ ລາວ ທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ຄື: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ສຸຂານາ ໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບເລກທີ 0162/ກປ, ລົງວັນທີ 1 ກຸມພາ 2017 ເພື່ອແນະນໍາເຕັກນິກວິຊາການ ໃນການປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ລົງນາມກັນ ໃນວັນທີ 27 ມີຖຸນາ 2015 ແນໃສ່ເພີ່ມມູນຄ້າ ການຄ້າ-ຂາຍຮ່ວມກັນ ໃຫ້ສູງຂຶ້ນ, ສ້າງໃຫ້ເຂດຊາຍແດນ ລາວ-ຫວຽດນາມ ກາຍເປັນຊາຍແດນ ແຫ່ງການແລກປ່ຽນ ຊື້-ຂາຍ, ມີຄວາມສະຫງົບ, ໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ແມ່ນສັນຍາທີ່ ສສ ຫວຽດ ນາມ ໃຫ້ສິດພິເສດ ດ້ານການຄ້າແບບຝ່າຍດຽວ ແກ່ ສປປ ລາວ. ຂໍ້ຜູກພັນທີ່ ສສ ຫວຽດນາມ ໃຫ້ສິດທິພິເສດແກ່ ສປປ ລາວ ປະກອບດ້ວຍ 3 ລະດັບ ເຊິ່ງຕິດພັນກັບວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ ຄື:

1. ສິດທິພິເສດແກ່ເມືອງ ທີ່ມີຊາຍແດນຕິດຈອດ ລະຫວ່າງກັນ ຫລື ລະດັບເມືອງຊາຍແດນ: ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ປູກ ຫລື ລ້ຽງໂດຍ ປະຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ທີ່ໄດ້ຜ່ານການກວດກາ, ຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ຈາກເຈົ້າໜ້າທີ່ກ່ຽວ ຂ້ອງຂອງ ສປປ ລາວ ຈະໄດ້ຮັບການ ຍົກເວັ້ນພາສີນຳເຂົ້າ ແລະ ອາກອນ ໃນເວລານໍາເຂົ້າ ສສ ຫວຽດນາມ ໂດຍບໍ່ຕ້ອງຂໍໃບອະນຸຍາດນໍາເຂົ້າ, ບໍ່ຕ້ອງຜ່ານການກວດກາ ດ້ານສຸຂານາໄມ ແລະ ສຸຂານາໄມພືດ, ມາດຕະການເຕັກນິກ ແລະ ກວດກາຄວາມປອດໄພດ້ານອາຫານ ຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ, ຍົກເວັ້ນກໍລະນີທີ່ມີການແຈ້ງເຕືອນ ຂອງເຈົ້າໜ້າທີ່ຝ່າຍໃດຝ່າຍໜຶ່ງ ກ່ຽວກັບຄວາມສ່ຽງຂອງສິນຄ້າ ທີ່ຈະສ້າງຄວາມເສຍຫາຍແກ່ພືດ, ຄົນ, ສັດ ແລະ ສິ່ງແວດລ້ອມ.

2. ສິດທິພິເສດ ແກ່ແຂວງທີ່ມີຊາຍແດນຕິດຈອດ ລະຫວ່າງກັນ ຫລື ລະດັບແຂວງຊາຍແດນ:ສິນຄ້າພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດ ແລະ ຍັງບໍ່ທັນປຸງແຕ່ງ ລວມທັງພືດ, ສັດທີ່ເປັນສິນຄ້າທີ່ປູກ ຫລື ລ້ຽງໂດຍປະຊາຊົນ, ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນມູນຄ່າເພີ່ມ ເມື່ອເວລານຳເຂົ້າ ສສ ຫວຽດນາມ;ສິນຄ້າພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດທີ່ປູກ ຫລື ລ້ຽງໂດຍປະ ຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ແລະ ນັກທຸລະກິດ ທີ່ໄດ້ຂຶ້ນທະບຽນ ດຳເນີນທຸລະກິດກະສິກຳ ແລະ ປ່າໄມ້ ຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ທີ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງແຕ່ລະຝ່າຍແລ້ວ ຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າຈາກ ສສ ຫວຽດນາມ;ສິນຄ້າພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດເປັນສິນຄ້າ ທີ່ປູກ ຫລື ລ້ຽງໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງ ຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຈະບໍ່ມີການຈຳກັດໂກຕາ ແລະ ການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າສສ ຫວຽດນາມ.

3. ສິດທິພິເສດແກ່ສປປ ລາວ ຫລື ລະດັບປະເທດ:ສສ ຫວຽດນາມ ໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າ ທີ່ມີແຫລ່ງກໍາເນີດຈາກ ສປປ ລາວ. ເຈົ້າໜ້າທີ່ການຄ້າຂອງສປປ ລາວ ຕ້ອງອອກໃບ ຢັ້ງຢືນສິນຄ້າ ສຳລັບສິນຄ້ານຳເຂົ້າໄປສສ ຫວຽດນາມ ຕາມທີ່ໄດ້ກໍານົດໄວ້ໃນ ເອກະສານຊ້ອນທ້າຍ 01 ທີ່ກວມເອົາສິນຄ້າປະເພດກະສິກໍາ ແຕ່ໝວດທີ 1 ຫາ ໝວດທີ 23, ໝວດທີ 25.01 ແລະ ໝວດທີ 40.01 ທີ່ມີແຫລ່ງກໍາເນີດຈາກ ສປປ ລາວ ກໍຈະໄດ້ຮັບສິດທິພິເສດ ທາງອັດຕາພາສີນໍາເຂົ້າ ແລະ ບໍ່ຈໍາກັດໂກຕານໍາເຂົ້າ ແລະ ສິ່ງກີດຂວາງອື່ນໆ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...