spot_img
Homeຂ່າວການພັດທະນາລັດ ໄດ້ສຸມທຶນພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ

ລັດ ໄດ້ສຸມທຶນພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ

Published on

ຕາມການລາຍງານຂອງ ທ່ານ ພວງ​ປາຣິສັກ ປະ​ວົງ​ວຽງ​ຄໍາ ຮອງ​ລັດຖະມົນຕີ​ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ ໄດ້​ແຈ້ງ​ໃຫ້​ຮູ້ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ເພື່ອ​ສຸມໃສ່ວຽກງານພັດທະນາ​ ແລະແກ້ໄຂຄວາມທຸກຍາກ ພາຍໃນປີ 2017 ລັດໄດ້ສຸມທຶນຮອນ ຈຳນວນ 1.368,57 ຕື້ກີບ, ​ໃນ​ນີ້​ ມີ​ທຶນ​ຈາກ​ງົບປະມານ ​ພາຍ​ໃນ 164,16 ຕື້​ກີບ, ກວມ​ເອົາ 5,86% ຂອງ​ການ​ລົງທຶນ​ລວມ ຂອງ​ລັດ 2.800 ຕື້​ກີບ, ​ໂດຍ​ສຸມ​ໃສ່ 20 ຈຸດ​ສຸມ​ຂອງ​ລັດຖະ ບານ 28,8 ຕື້​ກີບ, 71 ຈຸດ​ສຸມ ​ຂອງ​ທ້ອງ​ຖິ່ນ 75 ຕື້​ກີບ, 145 ຈຸດ​ສຸມ​ ຈັດ​ສັນພູ​ມລໍາ​ເນົາ ບ່ອນ​ທໍາ​ມາ​ຫາ​ກິນ ​ຂອງ​ປະຊາຊົນ 49,36 ຕື້​ກີບ ​ແລະ ທຶນ​ສົມທົບ​ກອງ​ທຶນ​ຫລຸດຜ່ອນ ​ຄວາມທຸກ​ຍາກ 11 ຕື້​ກີບ. ເພື່ອໃຫ້ມີປະສິດທິພາບ ແລະປະຊາຊົນໄດ້ຮັບຜົນ ລັດໄດ້​ວາງ​ມາດ​ຕະການ​ຈໍານວນ​ໜຶ່ງ ​ເປັນ​ຕົ້ນ​ແມ່ນ​ ໃຫ້​ເອົາ​ໃຈ​ໃສ່​ເປັນ​ເຈົ້າ​ການ ​​ປະສານ​ງານ ​ແລະ ຄຸ້ມ​ຄອງ​ການ​ສ້າງ​ແຜນ​ງານ, ​ແຜນການ ​ແລະ ​ໂຄງການ​ລະອຽດ​ ທີ່​ມີ​ຕົວ​ຊີ້​ວັດຈະ​ແຈ້ງ​ ຢູ່​ບັນດາ​ຈຸດ​ສຸມ​ບູລິ​ມະ​ສິດ ​ຮ່ວມ​ກັບ​ບັນດາ​ພາກ ສ່ວນ​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ປັບ​ປຸງ​ກົງຈັກ​ ວຽກ​ງານ​ການຈັດ​ຕັ້ງ ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ ໃຫ້​ເຊື່ອມ​ສານ​ກັບ​ວຽກ​ງານ​ ກະສິກໍາ-ປ່າ​ໄມ້​ ທີ່​ພວມ​ກໍາລັງ​ປັບປຸງ​ພາລະ​ບົດບາດ ​ໃນ​ປັດຈຸບັນ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ແຜນການ ​ແລະ ການ​ເງິນ, ຍົກ​ເວັ້ນການ​ປະຕິບັດ ​ໂຄງການ​ນອກ​ແຜນ, ຍົກ​ສູງ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ລະບຽບ​ກົດໝາຍ ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຫລີກ​ລ້ຽງ​ໜີ້​ສິນ​ຄຸມ​ເຄືອ​ ສໍາລັບ​ປີ​ຕໍ່​ໄປ, ປະຕິບັດ​ ໂຄງການ​ລົງທຶນ​ຂອງ​ລັດ ​ເຂົ້າ​ໃນ​ວຽກ​ງານ​ ພັດທະນາ​ຊົນນະບົດ ​ແລະ ລືບ​ລ້າງ​ຄວາມທຸກ​ຍາກ​ໄປ​ຕາມ​ຈຸດ​ສຸມ, ​ເດັດຂາດ​ບໍ່​ປະຕິບັດ​ ໂຄງການ​ນອກ​ແຜນ ຫລື ​ໂຄງການ​ລົງທຶນ​ກ່ອນ ​ໂດຍ​ປະຕິບັດ​ຕາມ​ຄໍາ​ສັ່ງ​ຂອງ​ນາຍົກ ລັດຖະມົນຕີຢ່າງ​ເຄັ່ງ​ຄັດ, ຂະ​ແໜງ​ການ​ ທີ່​ກ່ຽວ​ຂ້ອງ​ຂັ້ນ​ແຂວງ, ຂັ້ນ​ເມືອງ, ຕ້ອງ​ກໍານົດຕາມ​ຫົວໜ່ວຍ​ລາຄາ​ ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ ຢູ່​ຊົນນະບົດ​ເປັນ​ຕົ້ນ ​ໂຮງຮຽນ, ​ໂຮງໝໍ, ນ້ຳ​ລີນ, ຕາ​ຂ່າຍ​ໄຟຟ້າ, ​ເສັ້ນທາງ ​ແລະ ອື່ນໆ ​ໂດຍ​ໃຫ້​ມີ​ມາດ​ຕະການ​ຈັດ​ຕັ້ງ ​ແລະ ຕິດຕາມ​ກວດກາ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຫລີກ​ລ້ຽງ​ໂຄງການ​ທີ່​ມີ​ມູນ​ຄ່າ​ ສູງ​ເກີນ​ຄວາມ​ເປັນ​ຈິງ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...