ສະຖານທູດຍີ່ປຸ່ນ ລ້ຽງສົ່ງໄວໜຸ່ມລາວ ທີ່ຈະໄປທັດສະນະຢູ່ຍີ່ປຸ່ນ

ຕອນເຊົ້າຂອງວັນທີ 27 ກຸມພາ 2017 ຢູ່ທີ່ສະຖານທູດຍີ່ປຸ່ນປະຈຳ ນະຄອນຫຼວງວຽງຈັນ ທ່ານ ທາເກຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ໄດ້ຕ້ອນຮັບການເຂົ້າພົບຂອງບັນດາໄວໜຸ່ມລາວ ຈຳນວນ 28 ຄົນ ທີ່ຈະເດິນທາງໄປທັດສະນະທີ່ປະເທດຍີ່ປຸ່ນ ພາຍໃຕ້ໂຄງການ “JENESYS 2016 (ຫົວຂໍ້ ເສດຖະກິດ)”.

ທີມໄວໜຸ່ມລາວດັ່ງກ່າວນີ້ ປະກອບດ້ວຍລັດຖະກອນຈາກກະຊວງ ຖວທ, ສື່ມວນຊົນ ແລະ ບໍລິສັດທ່ອງທ່ຽວ ເຊິ່ງຖືກຄັດເລືອກໂດຍການຮ່ວມມືກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ.

ໃນພິທີລ້ຽງສົ່ງ, ທ່ານ ທາເກຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ ໄດ້ໃຫ້ຄຳປາໄສຕໍ່ຜູ້ເຂົ້າຮ່ວມໃນໂຄງການວ່າເປັນກຸ່ມທີ່ສຳຄັນທີ່ມາຈາກສອງໜ້າວຽກຄື ທ່ອງທ່ຽວແລະຂ່າວສານ. ເຊິ່ງເປັນຜູ້ຈະສາມາດສົ່ງຍື່ນສິ່ງທີ່ຍີ່ປຸ່ນຕ້ອງການນຳສະເໜີໃຫ້ແກ່ຄົນລາວ. ທ່ານຫວັງວ່າຈະມີການຮ່ວມມືກັນເກີດຂຶ້ນ ລະຫວ່າງບັນດາໄວໜຸ່ມທີ່ມາຈາກວຽກງານທີ່ແຕກຕ່າງກັນ ແລະປະສົບຜົນສຳເລັດໃນອະນາຄົດອັນໃກ້ນີ້.

ການເຂົ້າຮ່ວມທັດສະນະຄັ້ງນີ້ປະກອບໄປດ້ວຍໄວໜຸ່ມຈາກບັນດາປະເທດອາຊ່ຽນນຳອີກ ແລະຈະເດິນທາງຕັ້ງແຕ່ວັນທີ 27 ກຸມພາ – 9 ມີນາ 2017 ເປັນເວລາປະມານ 10 ວັນ.