spot_img
Homeນານາສາລະເປືອກໝາກນາວ ສະໝຸນໄພທີ່ມີປະໂຫຍດ

ເປືອກໝາກນາວ ສະໝຸນໄພທີ່ມີປະໂຫຍດ

Published on

ໝາກນາວ ເປັນໝາກໄມ້ທີມີລົດຊາດສົ້ມ ທີ່ມີເອນໄຊ ແລະສານອາຫານທີ່ດີ ຕໍ່ສຸຂະພາບ ລະມີການສຶກສາສະແດງໃຫ້ເຫັນວ່າ ເປືອກຂອງມັນມີຄຸນຄ່າທາງໂຄສະນາການຫຼາຍ ເຊິ່ງເສຍດາຍທີ່ບາງຄົນຖິ້ມເປືອກຂອງມັນ ໄດ້ທັງທີ່ບໍ່ຮູ້ປະໂຫຍດຂອງມັນ

  1. ປ້ອງກັນແບັກທີເລຍ: ນໍ້າມັນໃນເປືອກໝາກນາວ ມີລິດຕ້ານຈຸລິນຊີທີ່ແຂງແຮງ ແລະຊ່ວຍປ້ອງກັນເຊື້ອລາ, ປ້ອງກັນແບັກທີເລຍ ລວມເຖິງໄວຣັດໄດ້
  2. ມີຄຸນສົມບັດຕ້ານອະນຸມູນອິດສະລະ: ເປືອກຫມາກນາວ ມີສານຕ້ານອະນຸມູນອິດສະລະສູງຫຼາຍ ເຊິ່ງຊ່ວປົກປ້ອງຄວາມເສຍຫາຍຈາກເອເອັນເອ ທີ່ກໍ່ໃຫ້ເກີດເປັນມະເຮັງໄດ້
  3. ຊ່ວຍຍ່ອຍອາຫານໄດ້ດີ: ເປືອກໝາກນາວ ສາມາດຊ່ວຍຍ່ອຍອາຫານ ເຊິ່ງຊ່ວຍຫຼຸດກາສໃນກະເພາະໄດ້ດີ ເພາະສານໄລໂມນີນ ທີ່ມີຢູ່ໃນເປືອກໝາກນາວ ຊ່ວຍບັນເທົາອາການສຽດສີຂອງທ້ອງ ແລະບັນເທົາອາການກົດໄຫຼກັບ ແລະຫຼຸດການບີບຕົວຂອງທາງເດີນອາຫານ ເຮັດໃຫ້ການເຄື່ອນຕົວຂອງອາຫານສະດວກຍິ່ງຂຶນ
  4. ຫຼຸດລະດັບຄໍເລດເຕີຣໍ: ເປືອກໝາກນາວ ຊ່ວຍຫຼຸດຄວາມສ່ຽງຂະໂຣກຫົວໃຈ ແລະຊ່ວຍຫຼຸດຄໍເລດເຕີຣໍ ເມື່ອເອົາມາປະສົມກັບອາຫານແລ້ວກິນ
  5. ປ້ອງກັນໂຣກເບົາຫວານ: ເປືອກໝາກນາວມີສານ ໂພລີເມທອກຊີເລທເທັຕ ເຟລໂວນ ທີ່ຊ່ວຍປ້ອງກັນໂຣກເບົາຫວານ, ຜົນການສຶກສາຍັງພົບວ່າ ສານສະກັດ ຈາກໝາກນາວຊ່ວຍຫຼຸດລະດັບຂອງໄຕຣກລີເຊີໄຣ ແລະຄໍເລດເຕີຣໍ ທີ່ເຮັດໃຫ້ຮ່າງກາຍຜິດປົກກະຕິເຊັ່ນ: ໂຣກຕຸ້ຍເກີນໄປ ແລະໂຣກເບົາຫວານ

ວິທີໃຊ້ເປືອກໝາກນາວ: ດ້ວຍການໃຊ້ເຄື່ອງຂູດ ມາຂູດໝາກນາວເປັນຕ່ອນນ້ອຍໆ ບາງໆ ແລ້ວເອົາໄປປະສົມກັບເຄື່ອງດື່ມ ຫຼື ໂຢເກິດ, ໃສ່ອາຫານທີ່ເຮົາຕ້ອງການ ແລະຍຳສະລັດ ແຕ່ການໃສ່ທຸກຄັ້ງ ຕ້ອງໃຊ້ໝາກນາວທີ່ປອດສານພິດເທົ່ານັ້ນ ເພາະຈະບໍ່ຕ້ອງກັງວົນໃຈວ່າ ຈະໄດ້ຮັບສານພິດຕົກຄ້າງ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...