spot_img
Homeຂ່າວເຫດການທ່ານ ໄຊສົມພອນ ພົມວິຫານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດອາເມລິກາ

ທ່ານ ໄຊສົມພອນ ພົມວິຫານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດອາເມລິກາ

Published on

ໃນວັນທີ 20 ກຸມພາ 2017 ຜ່ານມາ ທີ່ສູນກາງແນວລາວສ້າງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ (ສນຊ) ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານນາງ ເຣນາ ບິດເຕີ (Ms Renna Bitter) ເອກອັກ ຄະລັດຖະທູດອາເມຣິກາຄົນໃໝ່ປະຈຳລາວ

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ເຣນາ ບິດເຕີ ທີ່ໄດ້ຖືກແຕ່ງຕັ້ງ ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດອາເມຣິກາຄົນໃໝ່ ປະຈຳ ສປປ ລາວ ແລະ ສະແດງຄວາມເຊື່ອໝັ້ນ ວ່າທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອເປັນຂົວຕໍ່ມິດຕະພາບ ລະຫວ່າງ ອາເມຣິກາ ແລະ ສປປ ລາວ ປະກອບສ່ວນ ອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນ ແລະການຮ່ວມມື ລະຫວ່າງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດດຽວກັນນັ້ນ, ທ່ານ ນາງ ເຣນາ ບິດເຕີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສົມພອນ ພົມວິຫານທີ່ໄດ້ເສຍສະຫຼະເວລາ ໃນການຕ້ອນຮັບຄັ້ງນີ້ ແລະ ໄດ້ແຈ້ງຄວາມພ້ອມຂອງຕົນໃນໄລຍະການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ແລະ ຢືນຢັນຈະຕັ້ງໜ້າປະຕິບັດໜ້າທີ່, ສືບຕໍ່ການຊ່ວຍເຫຼືອຕ່າງໆ ທີ່ເຄີຍມີຮ່ວມກັນ ໃຫ້ເກີດດອກອອກຜົນປະກອບ ສ່ວນເຂົ້າໃນການເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ມີປະສິດທິຜົນ, ນຳເອົາຜົນປະໂຫຍດ ໃຫ້ແກ່ປະຊາຊົນທັງສອງປະເທດ

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...