ໝາກຫຸ່ງ ເປັນໝາກໄມ້ ເພື່ອສຸຂະພາບ ໂດຍສະເພາະແມ່ນໝາກຫຸ່ງສຸກ ເຊິ່ງສາມາດເປັນຢາລະບາຍອ່ອນໆ ເຮັດໃຫ້ຖ່າຍໄດ້ສະດວກ ແລະຍັງມີວິຕາມິນ ແລະແຮ່ທາດທີ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນ: ວິຕາມິນຊີ, ວິຕາມິນເອ, ວິຕາມິນບີ1, ບີ2, ບີ3, ແຄວຊຽມ, ໂຊດຽມ, ທາດເຫຼັກ ແລະໂປຣຕີນ ທີ່ມີປະໂຫຍດດີຕໍ່ຮ່າງກາຍ
- ມີສານຕ້ານອະນຸມູນອິດສະລະຫຼາຍຊະນິດ ຊ່ວຍໃຫ້ສຸຂະພາບແຂງແຮງ
 - ບຳລຸງຜິວໃຫ້ສົດໃສ
 - ຊ່ວຍຢັບຢັ້ງການແກ່ກ່ອນໄວ ແລະປ້ອງກັນການເກີດຮອຍຕີນກາ
 - ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ
 - ມີສ່ວນກະຕຸ້ນໃຫ້ແມ່ລູກອ່ອນມີນໍ້ານົມຫຼາຍຂຶ້ນ
 - ຊ່່ວຍບຳລຸງສະໝອງ ແລະລະບົບປະສາດ
 - ເປັນຢາລະບາຍອ່ອນໆ, ແກ້ອາການທ້ອງຜູກ ດ້ວຍການກິນໝາກຫຸ່ງສຸກ
 - ຊ່ວຍຍ່ອຍອາຫານໄດ້ດີ
 - ປ້ອງກັນການເກີດໜິ້ວໃນລະບົບທາງເດີນຂອງນໍ້າປັດສະວະ
 - ຊ່ວຍປິ່ນປົວອາການເປັນບວມ ດ້ວຍການເອົາໃບໝາກຫຸ່ງສົດໆ ມາຕຳລະອຽດປະສົມກັບເຫຼົ້າຂາວ ເອົາມາພອກບໍລິເວນເປັນບວມ
 - ຊ່ວຍປ້ອງກັນການເກີດອາການຕັບໃຫຍ່ຜິດປົກກະຕິ ຫຼືໂຣກທີ່ກ່ຽວກັບຕັບ
 - ຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ
 - ມີການວິໄຈພົບວ່າການກິນໝາກຫຸ່ງສຸກຕະຫຼອດ ມີສ່ວນຊ່ວຍໃນການຕ້ານມະເຮັງໄດ້
 

