spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ສັນຍານອັນຕະລາຍ ໄຂມັນອຸດຕັນໃນເສັ້ນເລືອດ

5 ສັນຍານອັນຕະລາຍ ໄຂມັນອຸດຕັນໃນເສັ້ນເລືອດ

Published on

ພະຍາດນີ້ມີອັນຕະລາຍຫຼາຍຕໍ່ຮ່າງກາຍຂອງມະນຸດເຮົາ ໂດຍສະເພາະແມ່ນຄົນທີ່ຕຸ້ຍ ຈະມີຄວາມສ່ຽງສູງກວ່າຄົນທີ່ຈ່ອຍ, ມື້ນີ້ ລາວໂພສຕ໌ມີວິທີສັງເກດຕົວເອງງ່າຍໆ ມາຝາກທຸກຄົນ

  1. ເມື່ອຍງ່າຍກວ່າປົກກະຕິ ບໍ່ວ່າຈະຍ່າງຂຶ້ນຂັ້ນໄດ, ຍ່າງອອກກຳລັງກາຍເລັກໜ້ອຍກໍເມື່ອຍ
  2. ເຈັບຫົວ, ໜ້າມືດ ຄືກັບຈະເປັນລົມ
  3. ເຈັບຫົວຫຼາຍ ເມື່ອລຸກຂຶ້ນຈາກບ່ອນນອນ
  4. ໃຈສັ່ນ, ໃຈເຕັ້ນໄວ ປາຍນິ້ວມື ປາຍນິ້ວຕີນເຢັນ
  5. ແໜ້ນໜ້າເອິກ, ເຈັບເອິກ ຄືກັບມີຫຍັງມາເຕັງຢູ່

ລັກສະນະອາການທົ່ວໄປຄ້າຍກັບໂລກຫົວໃຈ ທີ່ເກີດຈາກກ້າມເນື້ອຫົວໃຈຕີບ ເພາະມີເລືອດໄຫຼວຽນໃນຫົວໃຈ່ພຽງພໍ ເລືອດຈຶ່ງບໍ່ສາມາດໄປຫຼໍ່ລ້ຽງຮ່າງກາຍໄດ້ ແລະເຮັດໃຫ້ເຮົາມີອາການອ່ອນເພຍ ເມື່ອຍງ່າຍ ແລະປັດໄຈສ່ຽງຂອງການເປັນພະຍາດໄຂມັນອຸດຕັນໃນເສັ້ນເລືອດນີ້ມີຄື:

  1. ນໍ້າໜັກຫຼາຍເກີນໄປ ເປັນຄົນຕຸ້ຍ
  2. ກິນອາຫານທີ່ມີໄຂມັນທີ່ບໍ່ດີຕໍ່ກັບຮ່າງກາຍເປັນຈຳນວນຫຼາຍເກີນໄປ ແລະບໍ່ມັກກິນຜັກ
  3. ຂາດການອອກກຳລັງກາຍສະໝໍ່າສະເໝີ
  4. ອາຍຸຫຼາຍ ແລະເພດຊາຍມີໂອກາດສ່ຽງຫຼາຍກວ່າຜູ້ຍິງ
  5. ມີຄົນໃນຄອບຄົວເຄີຍເປັນພະຍາດກ່ຽວກັບເສັ້ນເລືອດແຕກ ຫຼືເບົາຫວານ
  6. ມັກສູບຢາ ແລະດື່ມແອວກໍຮໍ
  7. ມີພາວະຕຶງຄຽດຈາກການເຮັດວຽກ ແລະເລື່ອງອື່ນໆ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...