spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີປ້ອງກັນມະເຮັງປາກມົດລູກ

4 ວິທີປ້ອງກັນມະເຮັງປາກມົດລູກ

Published on

ພະຍາດມະເຮັງຊະນິດທີ່ແມ່ຍິງຫຼາຍຄົນຢ້ານທີ່ສຸດ ຄົງໜີບໍ່ພົ້ນມະເຮັງເຕົ້ານົມ ແລະມະເຮັງປາກມົດລູກ ເພາະມະເຮັງເປັນໂຣກທີ່ບໍ່ຮູ້ສາເຫດທີ່ເກີດຂອງພະຍາດຢ່າງຊັດເຈນ, ແຕ່ເຖິງຈະຍັງບໍ່ຮູ້ສາເຫດຂອງພະຍາດຊັດເຈນ ເຮົາຍັງຫຼຸດໂອກາດໃນການເກີດພະຍາດມະເຮັງໄດ້ ໂດຍສະເພາະມະເຮັງປາກມົດລູກ ມີວິທີງ່າຍໆ ທີ່ຊ່ວຍເຮັດໃຫ້ເຈົ້າຫຼຸດຄວາມກັງວົນໃຈໄດ້

  1. ຫຼີກລຽງການມີເພດສຳພັນໃນອາຍຸຍັງນ້ອຍ: ເພາະມະເຮັງປາກມົດລູກ ມີສາເຫດມາຈາກການຕິດເຊື້ອໄວຣັກ HPV ຈຶ່ງມີຄວາມເປັນໄປໄດ້ວ່າ ການມີເພດສໍາພັນແບບບໍ່ລະວັງມີຄວາມປອດໄພຕໍ່າ ເປັນສາເຫດຂອງການຕິດເຊື້ອໄດ້ ຈຶ່ງເປັນທີ່ມາວ່າ ຫາກຍັງມີອາຍຸນ້ອຍ ອາດມີຄວາມຮູ້ເລື່ອງເພດສຳພັນໜ້ອຍກວ່າຄົນທີ່ໃຫ່ກວ່າ ທັງເລື່ອງຄວາມສະອາດ, ການໃຊ້ຖົງຢາງອະນາໄມຢ່າງຖືກວິທີ ຫຼືການເລືອກຄູ່ນອນ
  2. ຫຼີກລຽງການປ່ຽນຄູ່ນອນ: ທັງເດັກນ້ອຍ ຫຼືຜູ້ໃຫຍ່ ມີໂອກາດຕິດເຊື້ອ HPV ໄດ້ຈາກການປ່ຽນຄູ່ນອນຫຼາຍຄົນ ໂດຍສະເພາະການໃຊ້ບໍລິການທາງເພດ ແລະແບບບໍ່ປ້ອງກັນ
  3. ຫຼຸດການດື່ມແອວກໍຮໍ: ມັນຈະທຳລາຍພູມຕ້ານທານໄວຣັສໃນຮ່າງກາຍ ລວມເຖິງການທຳລາຍລະບົບການເຮັດວຽກຂອງອະໄວຍະວະຫຼາຍສ່ວນ ເຮັດໃຫ້ຫຼອດເລືອດບໍ່ແຂງຕົວ ເຮັດວຽກບໍ່ໄດ້ປະສິດທິພາບ ຈົນບໍ່ສາມາດຕໍ່ສູ້ກັບໄວຣັສຕ່າງໆໄດ້
  4. ກວດພະຍາດມະເຮັງປາກມົດລູກຕະຫຼອດ: ເຖິງແມ່ນໄວຣັສ HPV ຈະໃຊ້ເວລາຍາວນານ 10-20 ປີກ່ອນຈະກາຍເປັນມະເຮັງ ແຕ່ເພາະໄລຍະເວລາທີ່ຍາວນານ ຈຶ່ງອາດເຮັດໃຫ້ຫຼາຍຄົນລືມໄປວ່າມີຄວາມສ່ຽງເປັນພະຍາດນີ້, ດັ່ງນັ້ນ ຈຶ່ງແນະນຳໃຫ້ໄປກວດມະເຮັງປາກມົດລູກທຸກໆ 1-2 ຫຼື 3-5 ປີ ສຳລັບຄົນທີ່ມີຄວາມສ່ຽງໜ້ອຍ (ຄົນທີ່ມີຄູ່ນອນຄົນດຽວ)

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...