spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງທາງລົດໄຟແຕ່ແຂວງຫລວງນໍ້າທາ-ນະຄອນຫລວງວຽງຈັນ

ໂຄງການກໍ່ສ້າງທາງລົດໄຟແຕ່ແຂວງຫລວງນໍ້າທາ-ນະຄອນຫລວງວຽງຈັນ

Published on

ໜັງສືພິມລາວພັດທະນາ ລາຍງານເມື່ອວັນທີ 21 ກຸມພາ 2017 ນີ້ວ່າ ເມື່ອບໍ່ດົນມານີ້, ອະນຸກຳມະການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນປ້ອງກັນໂຄງການດັ່ງກ່າວ, ເພື່ອຮັບປະກັນໃຫ້ການກໍ່ສ້າງເສັ້ນທາງທີ່ໄດ້ເລີ່ມລົງມືແຕ່ໄລຍະປີ 2016-2021 ຊຶ່ງຈະຜ່ານແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ແລະ ສຳເລັດຕາມຄາດໝາຍວາງໄວ້.

ໃນໂອກາດນີ້, ທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ທັງເປັນຫົວໜ້າອະນຸກຳມະການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ເນັ້ນໃຫ້ຄະນະອະນຸກໍາມະການຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດເຂົ້າໃນການປ້ອງກັນ, ໂດຍສະ ເພາະນຳເອົາບັນດາເນື້ອໃນຮ່າງແຜນປ້ອງກັນຄັ້ງນີ້ໄປຜັນຂະຫຍາຍໃຫ້ມີປະສິດທິຜົນສູງ, ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ບັນດາກົມກອງວິຊາສະເພາະ ແລະ ບຸກ ຄົນຮັບຜິດຊອບຕາມຄວາມເໝາະສົມແນໃສ່ເຮັດໃຫ້ການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນມີຄວາມສະຫງົບປອດໄພ.

ຕາມການລາຍງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ສໍາລັບພິທີເປີດການກໍ່ສ້າງໂຄງການທາງລົດ ໄຟລາວ-ຈີນຢ່າງເປັນທາງການໄດ້ມີຂຶ້ນເມື່ອວັນທີ 25 ທັນວາ 2016 ຜ່ານມາທີ່ແຂວງຫຼວງພະບາງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂຄງການດັ່ງກ່າວນັບແຕ່ບໍ່ເຕັນ (ຊາຍ ແດນລາວ-ຈີນ) ຫາສະຖານີນະຄອນຫຼວງວຽງຈັນລວມມີຄວາມຍາວກວ່າ 417 ກິໂລແມັດ, ເຊິ່ງໄດ້ອອກແບບເປັນທາງລົດໄຟມາດຕະຖານຊັ້ນ 1 ປະເພດລາງດ່ຽວ, ການກໍານົດຄວາມໄວອອກແບບສໍາລັບຂົນສົ່ງໂດຍສານເຂດພູ ດອຍແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ຢູ່ເຂດທົ່ງພຽງແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວອອກແບບສຳລັບການຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ. ການກໍ່ສ້າງປະກອບມີຂົວ 167 ແຫ່ງຍາວ 61 ກວ່າກິໂລ ແມັດກວມ 14,9%, ກໍ່ສ້າງທໍ່ 649 ແຫ່ງ ຍາວ 20 ກິໂລແມັດ, ກໍ່ສ້າງອຸມົງ 75 ແຫ່ງຍາວ 197 ກິໂລແມັດກວມ 47,7%, ໃນນີ້ອຸມົງທີ່ມີຄວາມຍາວກວ່າໝູ່ແມ່ນປະມານ 12 ກິໂລແມັດຢູ່ເມືອງກາສີແຂວງວຽງຈັນ. ມີສະຖານີທັງໝົດ 32 ແຫ່ງ, ໃນນີ້ມີ 21 ສະຖານີສຳລັບລົດໄຟຫຼີກກັນ, ມີ11 ສະຖານີໂດຍສານ ແລະ ສະຖານີສິນຄ້າອີກ 1 ແຫ່ງ ລວມມູນຄ່າກໍ່ສ້າງຂອງໂຄງການ 5,8 ຕື້ໂດລາສະຫະລັດ. ປັດຈຸບັນ, ໄດ້ສຳເລັດການສ້າງຕັ້ງບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ, ການປະມູນຈັດຊື້-ຈັດຈ້າງກັບບັນດາບໍລິສັດຮັບເໜົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ ແລະ ເຊັນສັນຍາ ກັບບໍລິສັດຮັບເໝົາກໍ່ສ້າງຫຼັກ 6 ສັນຍາ, ບໍລິສັດທີ່ປຶກສາ 3 ສັນຍາ ແລະ ທີ່ປຶກສາບຸກຄົນທີສາມ 3 ສັນ ຍາ. ຄາດຄະເນຈະໃຊ້ເວລາການກໍ່ສ້າງ 60 ເດືອນ ກໍຄືໃຫ້ສຳເລັດໃນທ້າຍປີ 2021. ການພັດທະນາພື້ນຖານໂຄງລ່າງເສັ້ນທາງລົດໄຟດັ່ງກ່າວນີ້ແມ່ນມີຄວາມສຳຄັນຕໍ່ການຈັດຕັ້ງຜັນຂະ ຫຍາຍມີຕິ X ຂອງພັກ ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນການເພີ່ມທະວີເປີດກວ້າງ ແລະ ຍົກລະດັບການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວຂອງສອງປະເທດເວົ້າສະເພາະ, ເວົ້າລວມແມ່ນເປັນການເພີ່ມທະວີການພົວພັນທາງດ້ານເສດຖະກິດຢູ່ໃນເຂດການຄ້າເສລີ ຈີນ-ອາຊຽນອີກດ້ວຍ, ເຊິ່ງພາຍຫຼັງສຳເລັດການກໍ່ ສ້າງຈະນຳຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນລາວບັນດາເຜົ່າ ແລະ ຈະເຮັດໃຫ້ການຄົມມະນາຄົມ-ຂົນສົ່ງ, ການໄປມາຫາສູ່ກັນມີຄວາມສະດວກ,ວ່ອງໄວ ແລະ ປອດໄພ, ສາມາດປະຢັດຕົ້ນທຶນການຂົນສົ່ງ, ທັງເປັນການສົ່ງ ເສີມການທ່ອງທ່ຽວ, ການຄ້າ-ການລົງທຶນໃຫ້ຂະຫຍາຍຕົວຂຶ້ນ, ພ້ອມທັງຈະກະຕຸກຊຸກຍູ້ການພັດທະນາຂະແໜງການອື່ນໆເຊັ່ນ: ຂະແໜງກະສິກຳ,ອຸດສາຫະກຳ-ການຄ້າ, ການລົງທຶນ ແລະ ທ່ອງທ່ຽວໃຫ້ມີການຂະຫຍາຍຕົວສູງ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ປະຊາຊົນໃນສະເພາະໜ້າ ແລະ ຍາວນານ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...