Homeສຸຂະພາບ ແລະ ສີ່ງແວດລ້ອມດື່ມນ້ຳນ້ອຍ ຜົນຮ້າຍທີ່ທ່ານຄາດບໍ່ເຖິງ

ດື່ມນ້ຳນ້ອຍ ຜົນຮ້າຍທີ່ທ່ານຄາດບໍ່ເຖິງ

Published on

 26_20130919165351.

 ດື່ມນ້ຳນ້ອຍ ຜົນຮ້າຍທີ່ທ່ານຄາດບໍ່ເຖິງ

     ດື່ມນ້ຳນ້ອຍແລະບໍ່ມັກດື່ມນ້ຳ ນອກຈາກຈະບໍ່ດີຕໍ່ສຸຂະພາບແລ້ວ ການດື່ມນ້ຳນ້ອຍ ຍັງສົ່ງຜົນເສຍຕໍ່ລະບົບຮ່າງ ກາຍຂອງເຮົາ.

        ຮ່າງກາຍຂອງຄົນເຮົາປະກອບດ້ວຍ 70 ກວ່າເປີເຊັນ ເລືອດເຮົາປະກອບດ້ວຍນ້ຳ 90 ກວ່າເປີເຊັນ ກະດູກຂອງເຮົາ ປະກອບດ້ວຍນ້ຳ 22 ເປີເຊັນ ຮ່າງກາຍຂອງເຮົາເສຍນ້ຳວັນລະ 2 ລິດ .

ຖ້າເຮົາກິນນ້ຳເຂົ້າໄປບໍ່ພຽງພໍກໍ່ຖືວ່າຂາດນ້ຳ ອະໄວຍະວະພາຍໃນຈະຜິດປົກກະຕິ ເລືອດຈະຂົ້ນ ຍາກທີ່ຫົວໃຈຈະສູບ ເລືອດໄປຫຼໍ່ລ້ຽງຮ່າງກາຍຫຼືສ່ວນຕ່າງໆ ຫົວໃຈຈະຕີບຕັນ ຄວາມຈຳຈະເສື່ອມຫຼືເປັນ Alzheimer ເພາະເລືອດລ້ຽງສະ ໝອງບໍ່ພໍ ເສັ້ນເລືອດກໍ່ຈະຕີບ ລຳໄສ້ແຫ້ງ ເຮັດໃຫ້ທ້ອງຜູກ .

ເພາະພາວະສັງຄົມໃໝ່ ຄົນນັ່ງເຮັດງານຢູ່ກັບຄອມພິວເຕີ ບໍ່ຢາກເຂົ້າຫ້ອງນ້ຳ ບໍ່ມັກກິນນ້ຳເຊິ່ງຈະເຮັດໃຫ້ປັດ ສະວະບ່ອຍ ແຕ່ຖ້າບອກວ່າ ຄົນເປັນໂລກຄວາມຈຳເສື່ອມເປັນເຖິງຂັ້ນຜູ້ບໍລິຫານໃຫຍ່ໆ ດື່ມນ້ຳວັນລະ 2-3 ຈອກ ບໍ່ເກິນ 500 ຊີຊີ ເຮັດໃຫ້ເລືອດເຂັ້ມໄຂມັນສູງ .

ວິທີ່ການຂັບຂອງເສຍອອກຈະມີຢູ່ 5 ວິທີຄື :

1. ຫມາກໄຂ່ຫຼັງ  ຂັບອອກມາທາງປັດສະວະ

2. ລຳໄສ້ໃຫຍ່  ຂັບອອກມາທາງອາຈົມ

3. ປອດ  ຂັບອອກມາທາງລົມຫາຍໃຈ

4. ຜິວໜັງ   ຂັບອອກທາງເຫື່ອ

5. (ສຳລັບແມ່ຍິ່ງ ) ຮອບດືອນ ຂັບອອກມາທາງປະຈຳເດືອນ

ເມື່ອວິທີຂັບຂອງເສຍບໍ່ສົມບູນ ຮ່າງກາຍກໍ່ຈະຕ້ອງພະຍາຍາມຫາທາງອອກໃຫ້ໃດ້ ເຊັ່ນ: ເປັນສິວ ຝ້າກະ ຝີ  hemorrhoids ຖ້າເຮົາມີອາການດັ່ງກ່າວ ອາດຈະສະແດງວ່າຮ່າງກາຍເຮົາມີຂອງເນົ່າເສຍຢູ່ພານໃນ ເປັນສັນຍານ ເຕືອນໄພທີ່ບໍ່ຄວນເບິ່ງຂ້າມ ການກິນຫຼືສີດຢາ ບໍ່ແມ່ນວິທີເດີຍວໃນການຮັກສາ ຫຼືບຳບັດໃຫ້ຫາຍໄປ ປ້ອງກັນໄວ້ດີກວ່າແກ້ທີ່ຫຼັງ .

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...