spot_img
Homeຂ່າວຕ່າງປະເທດເດັກນ້ອຍ 4 ເດືອນຖືກໝາກັດອາການສາຫັດ

ເດັກນ້ອຍ 4 ເດືອນຖືກໝາກັດອາການສາຫັດ

Published on

ສຳນັກຂ່າວເດິເປເປີ ຂອງຈີນລາຍງານເມື່ອວັນທີ 11 ກຸມພາ 2017 ຜ່ານມາວ່າ ເກີດເຫດເດັກນ້ອຍຊາຍອາຍຸ 4 ເດືອນຄົນໜຶ່ງ ໃນເມືອເຫິງຢາງ ມົນທົນຫູໜາາ ຖືກໝາກັດ ຈົນໄດ້ຮັບບາດເຈັບສາຫັດ ຂະນະທີ່ນອນຢູ່ໃນເຮືອນ ຍ້ອນຄອບຄົວມີຖານະຍາກຈົນ ທຸກຄົນພາໃນເຮືອນພາກັນອອກໄປເຮັດວຽກໝົດ ຈຶ່ງໃຫ້ອ້າຍອາຍຸ 4 ປີ ເປັນຜູ້ເບິ່ງຊົ່ວຄາວ

ແຕ່ຍ້ອນກິ່ນ ແລະນົມທີ່ມີລົດຊາດຫອມ ຕິດຢູ່ໃນມື ແລະແຂນຂະນະກິນນົມ ເຮັດໃຫ້ໝາທີ່ກຳລັງຫິວ ທີ່ລ້ຽງໄວ້ໃນເຮືອນນັ້ນແລ່ນເຂົ້າມາກັດຈົນໄດ້ຮັບບາດເຈັບ ເຊິ່ງໄດ້ສ້າງຄວາມເຈັບປວດໃຈໃຫ້ກັບຄອບຄົວ

ແພດເຜີຍອີກວ່າ ເດັກນ້ອຍໄດ້ຮັບບາດເຈັບສາຫັດ ນິ້ວກ້ອຍມືຊ້າຍ ນິ້ວນາງທັງສອງເບື້ອງ ຖືກກັດຈົນຂາດ, ຫູເບື້ອງຂວາຈີກຂາດ, ຫົວນົມຊ້າຍ ຕົ້ນຂາເບື້ອງຂວາ ຖືກກັດຈົນຊໍ້າ

ຕາມການລາຍງານບອກວ່າ ຄອບຄົວຂອງເດັກລ້ວນແຕ່ເປັນຄອບຄົວຄົນປ່ວຍ ພໍ່ແມ່ປ່ວຍພິການທັງສອງ, ຍ່າປ່ວຍໂຣກປະສາດ, ປູ່ພິການຂາ, ສ່ວນອ້າຍອາຍ 4 ປີກໍເປັນໂຣກໄສ້ເລື່ອນ ແຕ່ຖານະຍາກຈົນຈຶ່ງບໍ່ມີເງິນພາໄປປິ່ນປົວ ທາງດ້ານສະພາບເຮືອນທີ່ອາໄສເປັນເຮືອນເກົ່າໂຊມຫຼາຍແລ້ວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...